ປີ 2022: ສຸມໃສ່ໂຄສະນາ, ເຜີຍແຜ່ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ

16:30 | 17/01/2022

ບັນດາເນື້ອໃນ, ນະໂຍບາຍໃໝ່ຂອງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມປີ 2020 ແລະ ເອກະສານແນະນຳການປະຕິບັດສະບັບຕ່າງໆ ຕ້ອງໄດ້ຮັບການຍູ້ແຮງໂຄສະນາ, ເຜີຍແຜ່, ຖືນີ້ແມ່ນໜ້າທີ່ຈຸດສຸມຕ້ອງສຸມໃສ່ປະຕິບັດໃຫ້ລຸລ່ວງໃນປີ 2022 ແລະ ໃນຊຸມປີຕໍ່ໄປ.

ເຜີຍ​ແຜ່​ຮູບ​ພາບ​ສັດນໍາໂຊກ ​ຮັບ​ໃຊ້​ຖະ​ຫນົນ​ດອກ​ໄມ້ ຫງວຽນ​ເຫ້ວ ສຳ​ລັບ​ປີ​ ຂານ 2022 ເຜີຍ​ແຜ່​ຮູບ​ພາບ​ສັດນໍາໂຊກ ​ຮັບ​ໃຊ້​ຖະ​ຫນົນ​ດອກ​ໄມ້ ຫງວຽນ​ເຫ້ວ ສຳ​ລັບ​ປີ​ ຂານ 2022
ຫ​ວຽດ​ນາມ - ລາວ ​ມຸ່ງ​ໄປ​ເຖິງ​ປີ​ສາ​ມັກ​ຄີ​ມິດ​ຕະ​ພາບ ປີ 2022 ຫ​ວຽດ​ນາມ - ລາວ ​ມຸ່ງ​ໄປ​ເຖິງ​ປີ​ສາ​ມັກ​ຄີ​ມິດ​ຕະ​ພາບ ປີ 2022
ພາບປະກອບ:
ພາບປະກອບ: moit.gov.vn

ຫວ່າງແລ້ວນີ້, ທີ່ກອງປະຊຸມສະຫຼຸບວຽກງານປີ 2021 ແລະ ຜັນຂະຫຍາຍໜ້າທີ່ປີ 2022 ຂອງກົມໃຫຍ່ສິ່ງແວດລ້ອມ, ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ຫວໍຕວນເຍິນ ໄດ້ຕີລາຄາສູງຈິດໃຈເຮັດວຽກ ກໍຄືຮັບຮູ້ໝາກຜົນເຊິ່ງກົມໃຫຍ່ບັນລຸໄດ້ໃນປີ 2021 ແລະ ໃສ່ໃຈໜ້າທີ່ຈຸດສຸມໃນປີ 2022.

ຕາມທ່ານຮອງລັດຖະມົນຕີ ຫວໍຕວນເຍິນ ແລ້ວ, ບັນດາເນື້ອໃນ, ນະໂຍບາຍໃໝ່ຂອງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມປີ 2020 ແລະ ເອກະສານແນະນຳການປະຕິບັດສະບັບຕ່າງໆ ຕ້ອງໄດ້ຮັບການຍູ້ແຮງໂຄສະນາ, ເຜີຍແຜ່, ຖືນີ້ແມ່ນໜ້າທີ່ຈຸດສຸມຕ້ອງສຸມໃສ່ປະຕິບັດໃຫ້ລຸລ່ວງໃນປີ 2022 ແລະ ໃນຊຸມປີຕໍ່ໄປ. ພ້ອມກັນນັ້ນແມ່ນຝຶກອົບຮົມ, ບຳລຸງສ້າງດ້ານວິຊາການໃຫ້ພະນັກງງານ, ລັດຖະກອນ, ພາລະກອນທີ່ວຽກງານປົກປັກຮັກສາສິ່ງແວດລ້ອມ ດ້ວຍຫຼາຍຮູບຫຼາຍແບບທີ່ເໝາະສົມ, ບັນລຸປະສິດທິຜົນ; ມີມາດຕະການຍົກສູງສະຕິຄວາມຮັບຮູ້, ຄວາມຮັບຜິດຊອບຂອງປະຊາຊົນ ໃນການປະຕິບັດຂໍ້ກຳນົດຂອງກົດໝາຍກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ.

vovworld.vn

ເຫດການ
302 Found

Found

The document has moved here.