ແນວລາວສ້າງຊາດແຂວງຫົວພັນ ອວຍພອນປີໃໝ່ແນວໂຮມປະເທດຊາດແຂວງແທງຮວ໋າ

16:14 | 26/02/2024

ແນວລາວສ້າງຊາດແຂວງຫົວພັນ ອວຍພອນປີໃໝ່ແນວໂຮມປະເທດຊາດແຂວງແທງຮ໋ວາ

ແນວລາວໂຮມປະເທດຊາດແຂວງແຄ໊ງຮ່ວາ ຫວຽດນາມ ພົບປະເຈລະຈາກັບແນວລາວສ້າງຊາດແຂວງຈຳປາສັກ ລາວ ແນວລາວໂຮມປະເທດຊາດແຂວງແຄ໊ງຮ່ວາ ຫວຽດນາມ ພົບປະເຈລະຈາກັບແນວລາວສ້າງຊາດແຂວງຈຳປາສັກ ລາວ
ການຮ່ວມມືແລກປ່ຽນຢ່າງຮອບດ້ານ ລະຫວ່າງຄະນະກໍາມະການແນວໂຮມປະເທດຊາດຫວຽດນາມແຂວງກວ໋າງນາມ ແລະ ແນວລາວສ້າງຊາດແຂວງເຊກອງ ການຮ່ວມມືແລກປ່ຽນຢ່າງຮອບດ້ານ ລະຫວ່າງຄະນະກໍາມະການແນວໂຮມປະເທດຊາດຫວຽດນາມແຂວງກວ໋າງນາມ ແລະ ແນວລາວສ້າງຊາດແຂວງເຊກອງ

ຕອນບ່າຍວັນທີ 25 ມັງກອນ, ຄະນະປະຕິບັດງານແນວລາວສ້າງຊາດແຂວງຫົວພັນ ນຳໂດຍສະຫາຍ ວົງເພັດ ກຽນສິງຮັກ ປະທານແນວລາວສ້າງຊາດແຂວງຫົວພັນ ໄດ້ມາອວຍພອນປີໃໝ່ຄະນະກຳມະການແນວໂຮມປະເທດຊາດແຂວງແທງຮວ໋າ.

ໃນບັນຍາກາດອັນອົບອຸ່ນ ແລະສາມັກຄີ, ສະຫາຍ ວົງເພັດ ກຽນສິງຮັກ ໄດ້ສົ່ງພອນໄຊອັນປະເສີດມາຍັງພະນັກງານ, ລັດຖະກອນ ແລະຊາວຜູ້ອອກແຮງງານຄະນະກຳມະການແນວໂຮມປະເທດຊາດແຂວງແທງຮ໋ວາ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດໃກ້ຈະວຽນມາ.

ແນວລາວສ້າງຊາດແຂວງຫົວພັນ ອວຍພອນປີໃໝ່ແນວໂຮມປະເທດຊາດແຂວງແທງຮວ໋າ

ບັນຍາກາດທີ່ການພົບປະ. ພາບ: baothanhhoa.vn

ສະຫາຍ ວົງເພັດ ກຽນສິງຮັກ ສະແດງຄວາມຂອບໃຈຕໍ່ການຮ່ວມເດີນທາງ, ການແບ່ງປັນ, ການລະດົມກໍາລັງໃຈ, ການຊ່ວຍເຫຼືອອັນໃຫຍ່ຫຼວງຂອງຄະນະກໍາມະການແນວໂຮມປະເທດຊາດແຂວງແທງຮວ໋າ ໃຫ້ແກ່ແນວລາວສ້າງຊາດແຂວງຫົວພັນ ໃນໄລຍະທີ່ຜ່ານມາ; ພ້ອມທັງ, ຊົມເຊີຍບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມຂອງແຂວງແທງຮວ໋າ ໃນປີ 2023; ສະຫາຍເຊື່ອໝັ້ນວ່າ ດ້ວຍຄວາມມານະພະຍາຍາມ, ຄວາມຕັດສິນໃຈສູງ, ຄວາມສາມັກຄີຂອງອົງຄະນະພັກ, ອໍານາດການປົກຄອງ, ແນວໂຮມປະເທດຊາດ ແລະປະຊາຊົນທຸກຊັ້ນວັນນະ, ແຂວງແທງຮວ໋າ ຈະມີບາດກ້າວພັດທະນາຢ່າງວ່ອງໄວ ແລະໝັ້ນຄົງເຂັ້ມແຂງກ່ວາອີກ.

ແນວລາວສ້າງຊາດແຂວງຫົວພັນ ອວຍພອນປີໃໝ່ແນວໂຮມປະເທດຊາດແຂວງແທງຮວ໋າ

ການນຳແນວລາວສ້າງຊາດແຂວງຫົວພັນ ມອບດອກໄມ້ອວຍພອນບຸນເຕັດການນຳຄະນະກຳມະການແນວໂຮມປະເທດຊາດແຂວງແທງຮວ໋າ. ພາບ: baothanhhoa.vn

ສ່ວນສະຫາຍນາງ ຟ້າມທິແທັງຖຸຍ ຫົວໜ້າຄະນະຂົນຂວາຍປະຊາຊົນແຂວງ, ປະທານຄະນະກຳມະການແນວໂຮມປະເທດຊາດແຂວງແທງຮວ໋າ ໄດ້ສະແດງຄວາມຂອບໃຈຕໍ່ຄວາມຮັກແພງອັນອົບອຸ່ນ ແລະດີງາມທີ່ແນວລາວສ້າງຊາດແຂວງຫົວພັນ ໄດ້ສະຫງວນໃຫ້ຄະນະກໍາມະການແນວໂຮມປະເທດຊາດແຂວງແທງຮວ໋າ; ພ້ອມທັງເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ການພົວພັນລະຫວ່າງສອງແຂວງ ແທງຮວ໋າ - ຫົວພັນ ເວົ້າລວມ ແລະແນວໂຮມປະເທດຊາດສອງແຂວງເວົ້າສະເພາະ ຈະນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ ດ້ວຍຫຼາຍຮູບການຮ່ວມມືທີ່ອຸດົມສົມບູນ, ປະກອບສ່ວນປົກປັກຮັກສາ ແລະເພີ່ມພູນຄູນສ້າງນ້ຳໃຈສາມັກຄີສັດຊື່ບໍລິສຸດ, ຄວາມສະໜິດຕິດພັນລະຫວ່າງແຂວງ ແທງຮວ໋າ - ຫົວພັນ.

ສົມເພັດ

ເຫດການ
302 Found

Found

The document has moved here.