| ບັນດາທ້ອງຖິ່ນຈັດພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງຢ່າງສົມກຽດ | |
| ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດ ຮຸ່ງ ຢູ່ ຝູເທາະ |
![]() |
| ທ່ານ ຮສ.ປອ ບູ່ຍຮວ່າຍເຊີນ, ຜູ້ຕ່າງໜາ້ສະພາແຫ່ງຊາດ ນະຄອນ ຮ່າໂນ້ຍ. ພາບ: quochoi.vn |
ທ່ານ ຮສ.ປອ ບູ່ຍຮວ່າຍເຊີນ, ຜູ້ຕ່າງໜາ້ສະພາແຫ່ງຊາດ ນະຄອນ ຮ່າໂນ້ຍ, ຜູ້ຕ່າງໜາ້ສະພາແຫ່ງຊາດປະຈຳການ ຄະນະກຳມາທິການວັດທະນະທຳ ແລະ ສັງຄົມ ຂອງສະພາແຫ່ງຊາດ ໄດ້ກ່າວຄຳປາໄສຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ອ້ອມຂ້າງບັນຫາດັ່ງກ່າວ.
ຂໍຮຽນທ່ານ, ສະພາແຫ່ງຊາດ ໄດ້ຜ່ານມະຕິວ່າດ້ວຍການພັດທະນາວັດທະນະທຳ ຫວຽດນາມ, ໃນນັ້ນໄດ້ກຳນົດເອົາວັນທີ 24 ພະຈິກ ຂອງທຸກໆປີ ເປັນວັນວັດທະນະທຳ ຫວຽດນາມ, ຜູ້ອອກແຮງງານຈະໄດ້ພັກການ ແລະ ໄດ້ຮັບເງິນເດືອນເຕັມ. ນີ້ແມ່ນບາດກ້າວທີ່ມີຄວາມໝາຍສັນຍະລັກອັນໃຫຍ່ຫຼວງ. ຕາມທ່ານແລ້ວ, ສານທີ່ໃຫຍ່ທີ່ສຸດຂອງການຕັດສິນໃຈນີ້ແມ່ນຫຍັງ? ສິ່ງດັ່ງກ່າວມີຄວາມໝາຍ ແລະ ສົ່ງຜົນສະທ້ອນແນວໃດຕໍ່ຊີວິດການເປັນຢູ່ທາງດ້ານວັດທະນະທຳຈິດໃຈຂອງປະຊາຊົນ?
ຕາມຂ້າພະເຈົ້າແລ້ວ, ສານທີ່ໃຫຍ່ທີ່ສຸດຂອງການສະຫງວນເອົາວັນທີ 24 ພະຈິກ ຂອງທຸກໆປີ ເປັນວັນວັດທະນະທຳ ຫວຽດນາມ ບໍ່ພຽງແຕ່ຢູ່ບ່ອນວ່າເປັນການເພີ່ມວັນພັກທີ່ມີເງິນເດືອນອີກໜຶ່ງວັນເທົ່ານັ້ນ, ແຕ່ທີ່ເລິກເຊິ່ງກວ່ານັ້ນ, ນັ້ນແມ່ນການຢືນຢັນຢ່າງຈະແຈ້ງຂອງພັກ ແລະ ລັດ ທີ່ວ່າ ວັດທະນະທຳຕ້ອງໄດ້ຮັບການຈັດວາງໃຫ້ຢູ່ໃນລະດັບດຽວກັນກັບເສດຖະກິດ, ການເມືອງ ແລະ ສັງຄົມ ໃນຍຸດທະສາດແຫ່ງການພັດທະນາປະເທດຊາດ. ເປັນເວລາຫຼາຍປີມານີ້, ພວກເຮົາເຄີຍເວົ້າມາຕະຫຼອດວ່າ ວັດທະນະທຳແມ່ນຮາກຖານທາງດ້ານຈິດໃຈຂອງສັງຄົມ, ແມ່ນພະລັງແຮງພາຍໃນ, ແມ່ນກຳລັງຊຸກຍູ້ແຫ່ງການພັດທະນາ. ແຕ່ຢາກໃຫ້ແນວຄິດນັ້ນແຊກຊຶມເຂົ້າສູ່ຊີວິດການເປັນຢູ່ໄດ້ ກໍຕ້ອງໄດ້ຮັບການສະແດງອອກດ້ວຍບັນດາການຕັດສິນໃຈນະໂຍບາຍທີ່ລະອຽດ, ເຂົ້າໃຈງ່າຍ ແລະ ຮູ້ສຶກໄດ້ງ່າຍ. ການສະເໜີເລືອກເອົາວັນໜຶ່ງທີ່ເປັນທາງການ ເພື່ອໃຫ້ທົ່ວສັງຄົມພ້ອມກັນມຸ່ງໄປຫາວັດທະນະທຳ, ພ້ອມກັນພັກຜ່ອນ, ພ້ອມກັນເຂົ້າຮ່ວມ ແລະ ພ້ອມກັນຊົມໃຊ້, ນັ້ນຄືການສະແດງອອກຢ່າງມີຊີວິດຊີວາຂອງແນວຄິດດັ່ງກ່າວ.
ຄວາມໝາຍຂອງການຕັດສິນໃຈນີ້, ຕາມຂ້າພະເຈົ້າແລ້ວ ແມ່ນກວ້າງຂວາງຫຼາຍ. ກ່ອນອື່ນໝົດ, ມັນສ້າງໃຫ້ມີ “ຈຸດນັດພົບທາງດ້ານຈິດໃຈ” ຂອງຊາດ, ເຊິ່ງແມ່ນບ່ອນທີ່ປະຊາຊົນແຕ່ລະຄົນມີໂອກາດກັບຄືນສູ່ເອກະລັກວັດທະນະທຳຂອງຕົນ, ກັບຄືນສູ່ຄອບຄົວ, ຊຸມຊົນ, ມູນເຊື້ອ ແລະ ບັນດາຄຸນຄ່າທີ່ດີງາມທີ່ສ້າງເປັນບົດບາດອັນສະຫງ່າຜ່າເຜີຍຂອງ ຫວຽດນາມ. ໃນສັງຄົມທັນສະໄໝ, ຈັງຫວະຊີວິດທີ່ຟ້າວຟັ່ງ ເຮັດໃຫ້ຄົນເຮົາຖືກດຶງເຂົ້າສູ່ຮອບວຽນແຫ່ງການທຳມາຫາກິນ, ການບໍລິໂພກ ແລະ ເຕັກໂນໂລຊີໄດ້ງ່າຍ, ດັ່ງນັ້ນ ວັນໜຶ່ງທີ່ໄດ້ສະຫງວນໄວ້ສະເພາະໃຫ້ແກ່ວັດທະນະທຳ ຈຶ່ງແມ່ນການເຕືອນສະຕິວ່າ ຄົນເຮົາບໍ່ພຽງແຕ່ມີຊີວິດຢູ່ດ້ວຍການເຮັດວຽກເທົ່ານັ້ນ, ແຕ່ຍັງມີຊີວິດຢູ່ດ້ວຍຄວາມຊົງຈຳ, ດ້ວຍຄວາມເຊື່ອໝັ້ນ, ດ້ວຍຄວາມງາມ, ດ້ວຍສິລະທຳ ແລະ ດ້ວຍຄວາມຕ້ອງການທີ່ຈະເປັນສ່ວນໜຶ່ງຂອງຊຸມຊົນທີ່ມີເອກະລັກ.
ທີສອງ, ຖ້າຫາກຈັດຕັ້ງໄດ້ດີ, ວັນນີ້ຈະປະກອບສ່ວນເປີດກວ້າງໂອກາດໃນການເຂົ້າເຖິງ ແລະ ຊົມໃຊ້ວັດທະນະທຳໃຫ້ແກ່ປະຊາຊົນຢ່າງກວ້າງຂວາງ, ໂດຍສະເພາະແມ່ນເດັກນ້ອຍ, ຜູ້ອອກແຮງງານ, ຜູ້ທີ່ຢູ່ເຂດຫ່າງໄກສອກຫຼີກ, ເຊິ່ງແມ່ນກຸ່ມຄົນທີ່ບາງຄັ້ງຍັງບໍ່ທັນມີເງື່ອນໄຂເຂົ້າໄປໃນໂຮງລະຄອນ, ຫໍພິພິທະພັນ, ຫໍສະໝຸດ, ສູນສິລະປະ ຫຼື ບັນດາສະຖານທີ່ສ້າງສັນ. ຕົວນະໂຍບາຍທີ່ໄດ້ສະເໜີນີ້ ຍັງໄດ້ຕິດພັນກັບການຍົກເວັ້ນ ຫຼື ຫຼຸດຜ່ອນຄ່າທຳນຽມຢູ່ບັນດາສະຖາບັນວັດທະນະທຳ ແລະ ກິລາຂອງລັດ, ເຊິ່ງສະແດງໃຫ້ເຫັນທິດທາງທີ່ຊັດເຈນໃນການນຳວັດທະນະທຳມາໃກ້ຊິດກັບປະຊາຊົນຫຼາຍຂຶ້ນ.
ຜົນກະທົບໃນໄລຍະຍາວ, ຕາມຂ້າພະເຈົ້າແລ້ວ ບໍ່ໄດ້ຢຸດຢູ່ພຽງແຕ່ວັນພັກວັນໜຶ່ງເທົ່ານັ້ນ. ຖ້າເຮັດໄດ້ຖືກຕ້ອງ, ນີ້ຈະແມ່ນການຕັດສິນໃຈທີ່ມີຄວາມສາມາດໃນການຍົກລະດັບການຮັບຮູ້ຂອງສັງຄົມກ່ຽວກັບວັດທະນະທຳ. ມັນຊ່ວຍໃຫ້ພວກເຮົາປ່ຽນຈາກການຖືວ່າວັດທະນະທຳແມ່ນ “ຊອບແວທີ່ອ່ອນແອ” ມາເປັນການເບິ່ງວັດທະນະທຳຄືດັ່ງຄວາມສາມາດໃນການສ້າງສັນມະນຸດ, ປັບປຸງການພັດທະນາ ແລະ ເສີມສ້າງຄວາມເຂັ້ມແຂງຂອງຊາດ. ສັງຄົມທີ່ຮູ້ຈັກສະຫງວນເອົາວັນໜຶ່ງທີ່ເປັນທາງການເພື່ອເຊີດຊູວັດທະນະທຳ ແມ່ນສັງຄົມທີ່ເຂົ້າໃຈວ່າ ການພັດທະນາບໍ່ສາມາດວັດແທກໄດ້ດ້ວຍ GDP ພຽງຢ່າງດຽວ, ແຕ່ຍັງຕ້ອງວັດແທກດ້ວຍລະດັບຄວາມສຸກ, ລະດັບຄວາມສາມັກຄີໃນຊຸມຊົນ, ຄວາມສາມາດໃນການພາກພູມໃຈຕໍ່ເອກະລັກ ແລະ ຄຸນນະພາບຂອງຊີວິດທາງດ້ານຈິດໃຈຂອງປະຊາຊົນ.
ດັ່ງນັ້ນ, ຂ້າພະເຈົ້າຈຶ່ງເຫັນວ່າ ນີ້ແມ່ນການຕັດສິນໃຈທີ່ມີຄວາມໝາຍສັນຍະລັກອັນໃຫຍ່ຫຼວງຫຼາຍ, ແຕ່ຄຸນຄ່າຂອງມັນບໍ່ໄດ້ຢຸດຢູ່ພຽງແຕ່ສັນຍະລັກເທົ່ານັ້ນ. ຖ້າຫາກໄດ້ຮັບການຫັນເປັນນິຕິກຳຢ່າງດີຕໍ່ໄປ, ມັນສາມາດກາຍເປັນແຮງຊຸກຍູ້ໃຫ້ແກ່ທັງຊີວິດທາງດ້ານວັດທະນະທຳຈິດໃຈ ແລະ ທັງແນວຄິດແຫ່ງການພັດທະນາປະເທດຊາດໃນສັງກາດໃໝ່.
![]() |
ລາຍການ “ສີສັນລະດູບານໃໝ່ໃນທົ່ວຂອບເຂດທົ່ວປະເທດ” ໂດຍມີການເຂົ້າຮ່ວມຂອງປະຊາຊົນບັນດາເຜົ່າຢ່າງຫຼວງຫຼາຍ ຢູ່ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ (ຮ່າໂນ້ຍ) ວັນທີ 28/2/2026. ພາບປະກອບ: ແຄງຮ່ວາ/TTXVN |
ດັ່ງນັ້ນ, ຈະເຮັດແນວໃດເພື່ອໃຫ້ວັນວັດທະນະທຳ ຫວຽດນາມ 24 ພະຈິກ ບໍ່ພຽງແຕ່ຢຸດຢູ່ທີ່ວັນພັກທີ່ມີລັກສະນະຮູບການເທົ່ານັ້ນ, ແຕ່ຈະກາຍເປັນກຳລັງຊຸກຍູ້ໃຫ້ບັນດາຄຸນຄ່າວັດທະນະທຳແຊກຊຶມເຂົ້າສູ່ຊີວິດການເປັນຢູ່ຂອງສັງຄົມຢ່າງແທ້ຈິງ, ຂໍຮຽນຖາມທ່ານ?
ຂ້າພະເຈົ້າເຫັນວ່າ ສິ່ງສຳຄັນທີ່ສຸດແມ່ນຕ້ອງຫຼີກເວັ້ນແນວຄິດທີ່ຖືວ່າ ນີ້ເປັນພຽງ “ວັນພັກບຸນໃໝ່” ເທົ່ານັ້ນ. ຖ້າຫາກຢຸດຢູ່ພຽງແຕ່ການພັກວຽກ ໂດຍທີ່ບໍ່ມີເນື້ອໃນທາງດ້ານວັດທະນະທຳທີ່ມີຄວາມດຶງດູດພໍ, ໃກ້ຊິດພໍ, ຈັບອົກຈັບໃຈພໍ ແລະ ແທດຕົວຈິງພໍ, ຄວາມໝາຍອັນໃຫຍ່ຫຼວງຂອງນະໂຍບາຍນີ້ກໍຈະຖືກຫຼຸດຜ່ອນລົງໄດ້ງ່າຍ.
ຢາກໃຫ້ວັນທີ 24 ພະຈິກ ມີຊີວິດຊີວາໃນຈິດໃຈຂອງສັງຄົມຢ່າງແທ້ຈິງ, ພວກເຮົາຕ້ອງຈັດຕັ້ງຕາມຈິດໃຈ: ບໍ່ຫັນວັດທະນະທຳເປັນລະບຽບການບໍລິຫານ, ແຕ່ຕ້ອງຫັນການທົດລອງວັດທະນະທຳເປັນຂອງສັງຄົມ. ໝາຍຄວາມວ່າ ຕ້ອງປ່ອຍໃຫ້ປະຊາຊົນໄດ້ເຂົ້າຮ່ວມຢ່າງແທ້ຈິງ, ໄດ້ຮູ້ສຶກວ່າວັດທະນະທຳມີສ່ວນກ່ຽວຂ້ອງໂດຍກົງກັບຊີວິດຂອງຕົນ, ບໍ່ແມ່ນຢືນເບິ່ງຢູ່ຂ້າງນອກຕໍ່ກັບບາງກິດຈະກຳທີ່ມີລັກສະນະພິທີການ. ຈາກບັນດາການປຶກສາຫາລືຢູ່ສະພາແຫ່ງຊາດ, ຫຼາຍສມາຊິກສະພາແຫ່ງຊາດກໍໄດ້ເນັ້ນໜັກວ່າ ວັນວັດທະນະທຳ ຫວຽດນາມ ຕ້ອງໄດ້ຮັບການຍົກລະດັບຄວາມໝາຍ, ຫຼີກເວັ້ນຮູບການ ແລະ ຕ້ອງສ້າງແຮງແຜ່ກະຈາຍຢ່າງແທ້ຈິງໃນຊຸມຊົນ.
ຕາມຂ້າພະເຈົ້າແລ້ວ, ກ່ອນອື່ນໝົດຕ້ອງອອກແບບວັນນີ້ໃຫ້ເປັນບັນດາກິດຈະກຳທີ່ເປີດກວ້າງ, ບໍ່ແມ່ນພຽງແຕ່ເຫດການໃດໜຶ່ງໃນຄາບດຽວ. ໃນລະດັບຊາດ, ສາມາດປຸກລະດົມສັບປະດາວັດທະນະທຳ ຫວຽດນາມ ອ້ອມຂ້າງວັນທີ 24 ພະຈິກ, ເຊື່ອມຕໍ່ແຕ່ສູນກາງລົງຮອດທ້ອງຖິ່ນ. ໃນລະດັບທ້ອງຖິ່ນ, ຕ້ອງມອບສິດໃນການສ້າງສັນໃຫ້ແຕ່ລະແຫ່ງເພື່ອເລົ່າເລື່ອງລາວວັດທະນະທຳຂອງຕົນເອງ: ຮ່າໂນ້ຍ ສາມາດຂຸດຄົ້ນມໍລະດົກທັງລອງ, ເວ້ ສາມາດເນັ້ນໜັກສີສັນພະລາຊະວັງ ແລະ ສິລະປະພື້ນເມືອງ, ນະຄອນ ໂຮ່ຈີມິນ ສາມາດເນັ້ນໜັກຈິດໃຈແຫ່ງການປະສົມປະສານ, ຄວາມຄ່ອງແຄ້ວ, ສ້າງສັນ; ບັນດາເຂດຊົນເຜົ່າສ່ວນໜ້ອຍສາມາດແນະນຳສະຖານທີ່ວັດທະນະທຳທ້ອງຖິ່ນ...
ສິ່ງສຳຄັນແມ່ນແຕ່ລະທ້ອງຖິ່ນຕ້ອງເຮັດໃຫ້ປະຊາຊົນເຫັນວ່າ ນັ້ນແມ່ນວັນຂອງເຂົາເຈົ້າເອງ, ບໍ່ແມ່ນວັນສະເພາະຂອງຂະແໜງວັດທະນະທຳ. ບັນດາສະຖາບັນຂອງລັດ ເຊັ່ນ: ຫໍພິພິທະພັນ, ຫໍສະໝຸດ, ປູຊະນີຍະສະຖານ, ໂຮງລະຄອນ, ສູນວັດທະນະທຳ ຄວນເປີດປະຕູຢ່າງກວ້າງຂວາງ, ມີລາຍການຟຣີ ຫຼື ຫຼຸດລາຄາ, ມີກິດຈະກຳທົດລອງສຳລັບຄອບຄົວ, ນັກຮຽນ, ຊາວໜຸ່ມ, ກຳມະກອນ, ຜູ້ສູງອາຍຸ. ນັ້ນກໍແມ່ນຈິດໃຈທີ່ໄດ້ວາງອອກໃນຂໍ້ສະເໜີນໂຍບາຍ ເມື່ອເນັ້ນໜັກເຖິງການຍົກສູງການຊົມໃຊ້ວັດທະນະທຳໃຫ້ແກ່ປະຊາຊົນ.
ແຕ່ແນວນັ້ນກໍຍັງບໍ່ທັນພໍ. ຢາກໃຫ້ບັນດາຄຸນຄ່າວັດທະນະທຳແຊກຊຶມເຂົ້າສູ່ຊີວິດການເປັນຢູ່, ຕ້ອງຕິດພັນວັນວັດທະນະທຳ ຫວຽດນາມ ກັບບັນດາເນື້ອໃນທີ່ໃກ້ຊິດກັບຊີວິດປະຈຳວັນ: ວັດທະນະທຳການປະພຶດໃນຄອບຄົວ, ໃນບ່ອນເຮັດວຽກ, ໃນໂຮງຮຽນ, ໃນການສັນຈອນ, ໃນໂລກດີຈີຕອນ; ການສົ່ງເສີມການອ່ານ; ການສຶກສາມໍລະດົກ; ການເຊີດຊູສິລະປິນພື້ນເມືອງ, ສິລະປິນ, ຄູອາຈານ, ນັກຄົ້ນຄວ້າ, ຜູ້ທີ່ຮັກສາເອກະລັກໃນຊຸມຊົນ; ບັນດາລາຍການນຳເອົາສິລະປະໄປສູ່ເຂດອຸດສາຫະກຳ, ເຂດຊົນນົບ, ຫໍພັກ, ເຂດທີ່ຢູ່ອາໄສໃໝ່.
ຂ້າພະເຈົ້າເຫັນວ່າ ຜ່ານບັນດາວຽກງານທີ່ເບິ່ງຄືວ່ານ້ອຍໆເຫຼົ່ານັ້ນ, ວັດທະນະທຳຈຶ່ງຈະເຂົ້າສູ່ຊີວິດການເປັນຢູ່ຢ່າງແທ້ຈິງ. ເພາະວັດທະນະທຳບໍ່ແມ່ນພຽງແຕ່ການສະແດງ ຫຼື ງານບຸນເທົ່ານັ້ນ. ວັດທະນະທຳແມ່ນວິທີການທີ່ຄົນຜູ້ໜຶ່ງປາກເວົ້າ, ປະພຶດ, ເຮັດວຽກ, ເຄົາລົບຜູ້ອື່ນ, ຮັກສາສິ່ງແວດລ້ອມ, ຖະໜອມຮັກມູນເຊື້ອ ແລະ ດຳລົງຊີວິດຢ່າງມີຄວາມຮັບຜິດຊອບຕໍ່ຊຸມຊົນ.
ຖ້າຫາກວັນວັດທະນະທຳ ຫວຽດນາມ ປຸກລະດົມໄດ້ສິ່ງເຫຼົ່ານັ້ນ, ວັນນີ້ກໍຈະບໍ່ແມ່ນຮູບການເລີຍ. ມັນຈະກາຍເປັນກົນໄກທີ່ອ່ອນໂຍນເພື່ອເພີ່ມພູນຄູນສ້າງຄຸນສົມບັດຂອງສັງຄົມ, ເຮັດໃຫ້ວັດທະນະທຳປະກົດຕົວຢູ່ໃນພຶດຕິກຳປະຈຳວັນຂອງແຕ່ລະຄົນ. ແລະ ເມື່ອນັ້ນ, ວັນທີ 24 ພະຈິກ ຈະບໍ່ແມ່ນພຽງແຕ່ວັນໜຶ່ງໃນປີເທົ່ານັ້ນ, ແຕ່ຈະກາຍເປັນຈຸດຢືນເພື່ອບຳລຸງສ້າງວິຖີຊີວິດທາງດ້ານວັດທະນະທຳຂອງຊາດ.
ຕາມທ່ານແລ້ວ, ຕ້ອງເຮັດແນວໃດເພື່ອໃຫ້ບັນດາຄຸນຄ່າວັດທະນະທຳບໍ່ພຽງແຕ່ໄດ້ຮັບການອະນຸລັກຮັກສາເທົ່ານັ້ນ ແຕ່ຍັງໄດ້ຮັບການ “ຫັນປ່ຽນ” ເປັນແຫຼ່ງກຳລັງແຫ່ງການພັດທະນາ, ໂດຍສະເພາະແມ່ນຜ່ານບັນດາຂະແໜງອຸດສາຫະກຳວັດທະນະທຳ, ການທ່ອງທ່ຽວ ແລະ ເສດຖະກິດສ້າງສັນ?
ຕາມຂ້າພະເຈົ້າແລ້ວ, ນີ້ແມ່ນໜຶ່ງໃນບັນດາຄຳຖາມທີ່ເປັນໃຈກາງທີ່ສຸດຂອງການພັດທະນາວັດທະນະທຳໃນປັດຈຸບັນ. ພວກເຮົາໄດ້ຜ່ານໄລຍະເວລາອັນຍາວນານທີ່ຖືວ່າການອະນຸລັກແມ່ນໜ້າທີ່ໃຈກາງ, ແຕ່ໃນສະພາບການໃໝ່ ຮຽກຮ້ອງໃຫ້ມີບາດກ້າວທີ່ໄກກວ່ານັ້ນ: ອະນຸລັກເພື່ອເສີມຂະຫຍາຍ, ເສີມຂະຫຍາຍເພື່ອສ້າງຄຸນຄ່າໃໝ່, ແລະ ສ້າງຄຸນຄ່າໃໝ່ເພື່ອຄືນມາບຳລຸງລ້ຽງການອະນຸລັກ. ຖ້າຫາກພຽງແຕ່ຮັກສາວັດທະນະທຳຕາມວິທີການເກັບໄວ້ໃນສາງ, ອັດໄວ້ໃນຫໍພິພິທະພັນ, ຫຼື ຮັກສາໄວ້ຄືດັ່ງຄວາມຊົງຈຳທີ່ຢຸດນິ້ງ, ບັນດາຄຸນຄ່າອັນລ້ຳຄ່າຫຼາຍຢ່າງກໍຈະຢູ່ລອດໄດ້ຍາກໃນສັງຄົມທັນສະໄໝ.
ຢາກໃຫ້ວັດທະນະທຳກາຍເປັນແຫຼ່ງກຳລັງແຫ່ງການພັດທະນາ, ສິ່ງທຳອິດແມ່ນຕ້ອງປ່ຽນແປງແນວຄິດ: ວັດທະນະທຳບໍ່ແມ່ນພຽງແຕ່ມໍລະດົກຂອງອະດີດເທົ່ານັ້ນ, ແຕ່ຍັງແມ່ນວັດຖຸດິບຂອງອະນາຄົດ. ຈິດໃຈນີ້ກໍສອດຄ່ອງກັບມະຕິເລກທີ 80-NQ/TW ຂອງກົມການເມືອງ, ເມື່ອກຳນົດວັດທະນະທຳແມ່ນຮາກຖານທາງດ້ານຈິດໃຈ, ແມ່ນແຫຼ່ງກຳລັງພາຍໃນ, ແມ່ນກຳລັງຊຸກຍູ້ແຫ່ງການພັດທະນາ ແລະ ເປັນຂົງເຂດໜຶ່ງທີ່ຕ້ອງໄດ້ແຊກຊຶມເຂົ້າສູ່ທຸກຍຸດທະສາດ, ການວາງແຜນຜັງ ແລະ ນະໂຍບາຍ.
ຢາກ “ຫັນປ່ຽນ” ໄດ້, ກ່ອນອື່ນໝົດຕ້ອງສ້າງໄດ້ລະບົບນິເວດເຊື່ອມຕໍ່ລະຫວ່າງມໍລະດົກ, ການສ້າງສັນ, ຕະຫຼາດ ແລະ ເຕັກໂນໂລຊີ. ໝູ່ບ້ານອາຊີບແຫ່ງໜຶ່ງບໍ່ແມ່ນພຽງແຕ່ເພື່ອໄປຢ້ຽມຊົມເທົ່ານັ້ນ, ແຕ່ສາມາດກາຍເປັນສູນກາງການອອກແບບ, ການທົດລອງ, ການສຶກສາຄວາມງາມ, ການທ່ອງທ່ຽວຊຸມຊົນ. ວັດຖຸດິບພື້ນເມືອງຢ່າງໜຶ່ງບໍ່ແມ່ນພຽງແຕ່ຢູ່ໃນການຄົ້ນຄວ້າທາງວິຊາການເທົ່ານັ້ນ, ແຕ່ສາມາດເຂົ້າສູ່ດົນຕີຮ່ວມສະໄໝ, ຮູບເງົາ, ລະຄອນ, ແຟຊັນ, ກາຕູນ, ເກມເອເລັກໂຕຣນິກ, ວິຈິດສິນປະຍຸກ. ປູຊະນີຍະສະຖານແຫ່ງໜຶ່ງບໍ່ແມ່ນພຽງແຕ່ຈຸດໝາຍປາຍທາງເພື່ອຢ້ຽມຊົມເທົ່ານັ້ນ, ແຕ່ສາມາດກາຍເປັນສະຖານທີ່ເລົ່າເລື່ອງລາວດ້ວຍເຕັກໂນໂລຊີດີຈີຕອນ, ດ້ວຍທົວທ່ອງທ່ຽວກາງຄືນ, ດ້ວຍສິລະປະການສະແດງ, ດ້ວຍການສຶກສາທົດລອງສຳລັບໄວໜຸ່ມ.
ເວົ້າອີກຢ່າງໜຶ່ງ, ຕ້ອງເຮັດໃຫ້ມໍລະດົກກ້າວເຂົ້າສູ່ຊີວິດໃນວັນນີ້ດ້ວຍພາສາຂອງວັນນີ້. ນັ້ນແມ່ນວິທີການເພື່ອໃຫ້ວັດທະນະທຳບໍ່ຖືກປິດກັ້ນໄວ້ໃນອະດີດ ແຕ່ຈະສືບຕໍ່ແຕກດອກອອກຜົນໃນປັດຈຸບັນ.
ເຖິງຢ່າງໃດກໍຕາມ, ການຫັນປ່ຽນວັດທະນະທຳເປັນແຫຼ່ງກຳລັງພັດທະນາ ບໍ່ໄດ້ໝາຍຄວາມວ່າແມ່ນການຫັນເປັນການຄ້າໃນທຸກລາຄາ. ຂ້າພະເຈົ້າເຫັນວ່າ ຢູ່ບ່ອນນີ້ຕ້ອງມີຫຼັກການທີ່ຊັດເຈນຫຼາຍ: ຂຸດຄົ້ນແຕ່ບໍ່ເຮັດໃຫ້ເສຍຫາຍ, ເສີມຂະຫຍາຍແຕ່ບໍ່ເຮັດໃຫ້ຄວາມໝາຍເດີມຫຼຸດນ້ອຍຖອຍລົງ, ສ້າງສັນແຕ່ບໍ່ເຮັດໃຫ້ເສຍເອກະລັກ. ດັ່ງນັ້ນ, ລັດຕ້ອງຮັກສາບົດບາດສ້າງສັນຂອບເຂດນິຕິກຳ, ປົກປ້ອງຊັບສິນທາງປັນຍາ, ສະໜັບສະໜູນການບຳລຸງສ້າງບຸກຄະລາກອນ, ລົງທຶນພື້ນຖານໂຄງລ່າງ, ເປີດກວ້າງຕະຫຼາດ ແລະ ປັບປຸງເພື່ອຮັບປະກັນຄວາມກົມກຽວລະຫວ່າງເສດຖະກິດ ແລະ ຄຸນຄ່າ.
ເມື່ອມີນະໂຍບາຍທີ່ຖືກຕ້ອງ, ວິສາຫະກິດຈະລົງທຶນ; ເມື່ອມີຕະຫຼາດ, ຄົນໜຸ່ມຈະສ້າງສັນ; ເມື່ອມີຜະລິດຕະພັນທີ່ດີ, ໂລກຈະໃຫ້ຄວາມສົນໃຈ; ແລະ ເມື່ອວັດທະນະທຳສ້າງວຽກເຮັດງານທຳ, ສ້າງລາຍໄດ້, ສ້າງຍີ່ຫໍ້, ເມື່ອນັ້ນຕົວວັດທະນະທຳເອງກໍຈະມີແຫຼ່ງກຳລັງຕື່ມອີກເພື່ອສືບຕໍ່ໄດ້ຮັບການອະນຸລັກຮັກສາ ແລະ ຍົກສູງຂຶ້ນ. ນັ້ນແມ່ນວົງຈອນທີ່ສົມບູນແຂງແຮງທີ່ພວກເຮົາຕ້ອງສ້າງຂຶ້ນ.
ຂ້າພະເຈົ້າເຊື່ອໝັ້ນວ່າ ທ່າແຮງຂອງ ຫວຽດນາມ ແມ່ນນອນຢູ່ທີ່ຄວາມອຸດົມສົມບູນຂອງເອກະລັກ, ສ່ວນລູກກະແຈຂອງພວກເຮົາແມ່ນນອນຢູ່ທີ່ຄວາມສາມາດໃນການເລົ່າຄືນເອກະລັກນັ້ນ ດ້ວຍບັນດາຮູບແບບທີ່ທັນສະໄໝ, ມີຄວາມສາມາດໃນການແຂ່ງຂັນລະດັບໂລກ.
- ຂໍຂອບໃຈທ່ານ!
| ວັນບຸນໄຫວ້ບູຊາບັນດາເຈົ້າຊີວິດຮຸ່ງ: ຈາກການສະແດງຄວາມຮູ້ບຸນຄຸນຕໍ່ກົກເຄົ້າເຫງົ້າກໍ ໄປສູ່ນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດ ວັນບຸນໄຫວ້ບູຊາບັນດາເຈົ້າຊີວິດຮຸ່ງ, ວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນຂອງທຸກໆປີ, ຊາວ ຫວຽດນາມ ນັບລ້ານໆຄົນເຖິງວ່າຢູ່ພາຍໃນ ຫຼື ຕ່າງປະເທດ ກໍລ້ວນແຕ່ມຸ່ງໄປເຖິງກົກເຄົ້າເຫງົ້າກໍ, ຈາລຶກເຖິງຄຸນງາມຄວາມດີຂອງບັນດາເຈົ້າຊີວິດຮຸ່ງ ທີ່ໄດ້ສະຖາປະນາປະເທດ. ໃນສະພາບການເຊື່ອມໂຍງ ແລະ ພັດທະນາ, ຄຸນຄ່າຮ່ວມກົກເຄົ້າເຫງົ້າກໍອັນດຽວກັນນັ້ນໄດ້ກາຍເປັນກຳລັງໜູນ, ແມ່ນທີ່ເພິ່ງພາທາງດ້ານຈິດໃຈ, ປັບປຸງກຳລັງແຮງມະຫາສາມັກຄີທົ່ວປ |
| ທຳເນຽບສີນ້ຳເງິນ: ການຢ້ຽມຢາມຂອງປະທານາທິບໍດີ Lee Jae Myung ເຮັດໃຫ້ການພົວພັນຄູ່ຮ່ວມມືແບບດີທີ່ສຸດກັບ ຫວຽດນາມ ມີຄວາມສົມບູນແບບ ຍສໝ - ຕາມສະຖານີຂ່າວ Yonhap, ທຳເນຽບສີນ້ຳເງິນ ໄດ້ຕີລາຄາວ່າ ການຢ້ຽມຢາມລັດຖະກິດ ທີ່ຫວຽດນາມ ຂອງປະທານາທິບໍດີ ເກົາຫຼີໃຕ້ Lee Jae Myung ທີ່ນອນໃນຂອບເຂດ "ການທູດສຸດຍອດແບບຕໍ່ເນື່ອງ" ກັບ ອາຊຽນ ໄດ້ກາຍເປັນຂີດໝາຍທີ່ສຳຄັນ ເພື່ອ "ເຮັດໃຫ້ການພົວພັນຄູ່ຮ່ວມມືແບບດີທີ່ສຸດໃນທຸກຂົງເຂດ ນັບແຕ່ການເມືອງ, ເສດຖະກິດ ຈົນເຖິງວັດທະນະທຳ ມີຄວາມສົມບູນແບບ". |

