ພື້ນທີ່ວັດທະນະທຳຫວຽດນາມ ແຜ່ຂະຫຍາຍຢູ່ທ່າມກາງນະຄອນ ປາຣີ

11:02 | 21/04/2026

ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ (TTXVN) ປະຈຳ ປາຣີ, ໃນຕອນບ່າຍວັນທີ 19 ເມສາ, ຢູ່ບໍລິເວນທີ່ເຕັມໄປດ້ວຍຄວາມອົບອຸ່ນແຫ່ງໜຶ່ງໃນນະຄອນ ປາຣີ, ກິດຈະກຳແນະນຳວັດທະນະທຳຫວຽດນາມ ພາຍໃຕ້ຫົວຂໍ້ “ມື ແລະ ຫົວໃຈ ໃນບັນດາສຽງເພງ ແລະ ສີສັນ” (La main et le cœur aux notes et couleurs) ໄດ້ຈັດຂຶ້ນໃນບັນຍາກາດທີ່ສະໜິດສະໜົມ ແຕ່ກໍ່ມີຄວາມລະອຽດອ່ອນ ແລະ ສວຍງາມ, ດຶງດູດແຂກຖືກເຊີນຊາວຝຣັ່ງ ແລະ ສາກົນ ທີ່ມັກຮັກວັດທະນະທຳອາຊີຕາເວັນອອກເຂົ້າຮ່ວມຢ່າງຫຼວງຫຼາຍ.

ການໂຄສະນາການທ່ອງທ່ຽວຫວຽດນາມ ໃນງານວາງສະແດງໃຫຍ່ຢູ່ ການາດາ
ຊາວຫວຽດນາມອາໄສຢູ່ອົດສະຕາລີ ກໍ່ສ້າງໂຮງຮຽນທີ່ມີມູນຄ່າກວ່າ 1.1 ຕື້ດົ່ງໃຫ້ແກ່ເດັກນ້ອຍໃນເຂດພູດອຍດ້ຽນບຽນ.
ພື້ນທີ່ວັດທະນະທຳຫວຽດນາມ ແຜ່ຂະຫຍາຍຢູ່ທ່າມກາງນະຄອນ ປາຣີ

ກິດຈະກຳດຶງດູດເພື່ອນມິດຊາວຝຣັ່ງ ທີ່ໃຫ້ຄວາມສົນໃຈຕໍ່ວັດທະນະທຳຫວຽດນາມ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ນັບແຕ່ກ້າວເຂົ້າສູ່ບໍລິເວນວາງສະແດງ, ຜູ້ເຂົ້າຮ່ວມສາມາດສຳຜັດໄດ້ຢ່າງຊັດເຈນເຖິງການປະສານສົມທົບຢ່າງກົມກຽວ ລະຫວ່າງກິ່ນຫອມອ່ອນໆຂອງຊາ, ລົດຊາດທີ່ເຂັ້ມຂຸ້ນຂອງກາເຟ ແລະ ສີສັນອັນສົດໃສຂອງບັນດາຜະລິດຕະພັນຫັດຖະກຳຂອງຫວຽດນາມ. ໂຕະວາງສະແດງຕ່າງໆ ໄດ້ຮັບການຈັດວາງຢ່າງລະອຽດລະອໍ, ແນະນຳຊາ ແລະ ກາເຟທີ່ເປັນເອກະລັກຫຼາຍຊະນິດ, ພ້ອມກັບເລື່ອງລາວກ່ຽວກັບກົກເຄົ້າເຫງົ້າກໍ, ວິທີການປຸງແຕ່ງ ແລະ ປັດຊະຍາການດື່ມທີ່ຕິດພັນກັບຊີວິດວັດທະນະທຳຂອງຫວຽດນາມ.

ຈຸດທີ່ໜ້າສົນໃຈຂອງກິດຈະກຳແມ່ນບັນດາກິດຈະກຳປະສົບການຕົວຈິງ. ແຂກທີ່ເຂົ້າຮ່ວມບໍ່ພຽງແຕ່ໄດ້ຊິມລົດຊາດຊາ ແລະ ກາເຟເທົ່ານັ້ນ, ແຕ່ຫາກຍັງໄດ້ຮັບການແນະນຳວິທີການປຸງແຕ່ງຕາມຫຼາກຫຼາຍຮູບແບບທີ່ແຕກຕ່າງກັນ. ບາງຜະລິດຕະພັນທີ່ນຳມາແນະນຳແມ່ນໄດ້ມາດຕະຖານຜະລິດຕະພັນອິນຊີ (Organic), ຕິດພັນກັບຮູບແບບກະສິກຳແບບຍືນຍົງ, ເຊິ່ງດຶງດູດຄວາມສົນໃຈຈາກມວນຊົນຊາວຝຣັ່ງ, ຜູ້ທີ່ນັບມື້ນັບໃຫ້ຄວາມສຳຄັນຕໍ່ກັບການຊົມໃຊ້ຢ່າງມີຄວາມຮັບຜິດຊອບ.

ພື້ນທີ່ວັດທະນະທຳຫວຽດນາມ ແຜ່ຂະຫຍາຍຢູ່ທ່າມກາງນະຄອນ ປາຣີ
ທ່ານນາງ ຫວູຮັ່ງ, ເຈົ້າຂອງຮ້ານຊາ ໂຊບີກາ (Sobica) ແນະນຳໃຫ້ແຂກຮູ້ຈັກກ່ຽວກັບວັດທະນະທຳການດື່ມຊາ ແລະ ເຄື່ອງຕ່ຳແຜ່ນແພພື້ນເມືອງຂອງຫວຽດນາມ.

ພື້ນທີ່ສິລະປະຍັງແມ່ນຈຸດເດັ່ນທີ່ພິເສດ. ໃນພາກການບັນຍາຍ, ນັກປະຫວັດສາດ ກາເຕີຣິນ ຊາເດໂຟ (Catherine Chadefaud) ໄດ້ພາຜູ້ຟັງກັບຄືນສູ່ການເດີນທາງທາງປະຫວັດສາດຂອງຊາ ເມື່ອໄດ້ເຂົ້າມາເຖິງປະເທດຝຣັ່ງ, ເປີດໃຫ້ເຫັນມຸມມອງທີ່ໜ້າສົນໃຈກ່ຽວກັບການປະສານສົມທົບທາງດ້ານວັດທະນະທຳ ຕາເວັນອອກ - ຕາເວັນຕົກ. ຖັດຈາກນັ້ນ, ບັນດານັກສິລະປິນ ມາເຣຍ ລູເຊຍ ບາໂຣສ (Maria Lucia Barros) ແລະ ຟີລິບ ຟູລົງ (Philippe Foulon) ກໍ່ໄດ້ນຳມາເຊິ່ງບັນດາລາຍການດົນຕີຄລາສສິກ ໃນບໍລິເວນທີ່ແສນສະໜິດສະໜົມ, ຈຳລອງຈິດວິນຍານຂອງບັນດາຫ້ອງສະແດງສິລະປະ (Salon) ຂອງເອີຣົບໃນສະຕະວັດທີ XVIII.

ສິ່ງທີ່ໜ້າສົນໃຈແມ່ນ, ພາກ “Musical Thé”, ການດື່ມຊາສົມທົບກັບດົນຕີ, ໄດ້ສ້າງປະສົບການທີ່ຫຼາກຫຼາຍທາງດ້ານປະສາດສຳຜັດ, ເຊິ່ງແມ່ນບ່ອນທີ່ຜູ້ເຂົ້າຮ່ວມທັງໄດ້ຊິມລົດຊາດຊາຫວຽດນາມ, ທັງໄດ້ຟັງບັນດາບົດເພງທີ່ອ່ອນໂຍນ. ການປະສານສົມທົບນີ້ໄດ້ນຳມາເຊິ່ງຄວາມຮູ້ສຶກຜ່ອນຄາຍ ແລະ ເປີດວິທີການເຂົ້າຫາໃໝ່ໃນການໂຄສະນາວັດທະນະທຳ.

ຄຽງຄູ່ກັນນັ້ນ, ບັນດາຜະລິດຕະພັນແຜ່ນແພພື້ນເມືອງຂອງຫວຽດນາມ ດ້ວຍລວດລາຍຮີດຄອງປະເພນີ, ວັດສະດຸທຳມະຊາດ ແລະ ວິທີການສະແດງທີ່ທັນສະໄໝ ກໍ່ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ. ຮ້ານວາງສະແດງໄດ້ດຶງດູດຜູ້ຊົມຈຳນວນຫຼວງຫຼາຍ ໃຫ້ເຂົ້າມາສຶກສາຢ່າງລະອຽດກ່ຽວກັບຂະບວນການຜະລິດ ກໍ່ຄືຄວາມໝາຍທາງດ້ານວັດທະນະທຳຂອງແຕ່ລະຜະລິດຕະພັນ.

ພື້ນທີ່ວັດທະນະທຳຫວຽດນາມ ແຜ່ຂະຫຍາຍຢູ່ທ່າມກາງນະຄອນ ປາຣີ
ແຂກຖືກເຊີນຊາວຝຣັ່ງຈຳນວນຫຼວງຫຼາຍ ທີ່ໃຫ້ຄວາມສົນໃຈຕໍ່ວັດທະນະທຳຫວຽດນາມ ໄດ້ມາເຂົ້າຮ່ວມກິດຈະກຳຢູ່ຮ້ານຊາ ໂຊບີກາ.

ແລກປ່ຽນກັບນັກຂ່າວສຳນັກຂ່າວສານຫວຽດນາມ (TTXVN), ທ່ານນາງ ຮັ່ງຫວູ - ເຈົ້າຂອງຮ້ານຊາຫວຽດນາມ ໂຊບີກາ (Sobica) - ໃຫ້ຮູ້ວ່າ ກິດຈະກຳໃນຄັ້ງນີ້ແມ່ນບາດກ້າວສືບຕໍ່ ພາຍຫຼັງການວາງສະແດງຄັ້ງກ່ອນຢູ່ ປາຣີ ດ້ວຍຄວາມມຸ່ງມາດປາດຖະໜາທີ່ຈະຂະຫຍາຍການແນະນຳບັນດາຄຸນຄ່າຫັດຖະກຳຮີດຄອງປະເພນີຂອງຫວຽດນາມໃຫ້ກວ້າງຂວາງຕື່ມອີກ. ຕາມທ່ານນາງແລ້ວ, ຈຸດເດັ່ນຂອງລາຍການບໍ່ພຽງແຕ່ຢູ່ທີ່ຜະລິດຕະພັນເທົ່ານັ້ນ ແຕ່ຍັງຢູ່ທີ່ເລື່ອງລາວທາງວັດທະນະທຳທີ່ຢູ່ເບື້ອງຫຼັງ, ນັບແຕ່ອາຊີບຕ່ຳແຜ່ນແພພື້ນເມືອງ ໄປຮອດບັນດາຮູບພາບທີ່ມີຊີວິດຊີວາ ສະທ້ອນໃຫ້ເຫັນເຖິງຊີວິດການເປັນຢູ່, ຄວາມເຊື່ອຖື ແລະ ເອກະລັກຂອງຊຸມຊົນບັນດາເຜົ່າຂອງຫວຽດນາມ. ທ່ານນາງຄາດຫວັງວ່າ ນັບແຕ່ເວລານີ້ຈົນເຖິງເດືອນມິຖຸນາ ຈະສືບຕໍ່ຈັດຕັ້ງກິດຈະກຳຕ່າງໆໃຫ້ໄດ້ຫຼາຍຂຶ້ນ ເພື່ອແນະນຳຢ່າງເລິກເຊິ່ງກ່ຽວກັບເຄື່ອງຕ່ຳແຜ່ນແພພື້ນເມືອງ, ຜະລິດຕະພັນພິເສດຂອງແຕ່ລະທ້ອງຖິ່ນ, ກໍ່ຄືບັນດາຂະແໜງອາຊີບມູນເຊື້ອ ເຊັ່ນ: ຊາ, ກາເຟ ແລະ ເຄື່ອງເທດ.

ໃນຂະນະດຽວກັນ, ທ່ານນາງ ໂຣຊິນ ຢັງ (Rosine Young) - ສະມາຊິກຄະນະຈັດຕັ້ງກິດຈະກຳ - ແບ່ງປັນວ່າ ທ່ານນາງເຄີຍໄດ້ຊິມລົດຊາດຊາຫວຽດນາມຫຼາຍຊະນິດ ແລະ ຮູ້ສຶກປະທັບໃຈຫຼາຍກັບບັນດາຜະລິດຕະພັນທີ່ນຳມາວາງສະແດງຢູ່ແຫ່ງນີ້. ຕາມທ່ານນາງ ໂຣຊິນ ຢັງ ແລ້ວ, ເຖິງວ່າຈະຍັງບໍ່ທັນມີໂອກາດໄດ້ສຶກສາຢ່າງເລິກເຊິ່ງກ່ຽວກັບຫວຽດນາມຫຼາຍປານໃດ ແຕ່ຜ່ານການໄດ້ສຳຜັດກັບຊາ, ກາເຟ ແລະ ຜະລິດຕະພັນແຜ່ນແພຫັດຖະກຳ, ທ່ານນາງສຳຜັດໄດ້ເຖິງຄວາມອຸດົມສົມບູນຂອງປະເທດທີ່ມີ 54 ເຜົ່າ, ເຊິ່ງແຕ່ລະທ້ອງຖິ່ນລ້ວນແຕ່ມີສີສັນ ແລະ ຈຸດພິເສດສະເພາະຕົວ. ໃນສາຍຕາຂອງທ່ານນາງ, ບັນດາຜະລິດຕະພັນແຜ່ນແພພື້ນເມືອງບໍ່ພຽງແຕ່ສວຍງາມທາງດ້ານຮູບຮ່າງພາຍນອກເທົ່ານັ້ນ ແຕ່ຍັງບັນຈຸໄວ້ເຊິ່ງຄຸນຄ່າດ້ານມະນຸດສະທຳຢ່າງເລິກເຊິ່ງ, ເພາະນັ້ນແມ່ນໝາກຜົນຂອງການອອກແຮງງານດ້ວຍມື, ດ້ວຍມັນສະໝອງ ແລະ ຄວາມທຸ່ມເທຂອງມະນຸດ. ທ່ານນາງໄດ້ສະແດງຄວາມຍົກຍ້ອງຕໍ່ຊຸມຊົນຊາວຫວຽດນາມຢູ່ ຝຣັ່ງ, ບັນດາຜູ້ທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງໃນການເຊື່ອມໂຍງ ແຕ່ຍັງຄົງຮັກສາໄດ້ເອກະລັກທາງວັດທະນະທຳ, ຈິດໃຈທີ່ມັກຮັກການຮ່ຳຮຽນ ແລະ ຄວາມເປີດກວ້າງ. ຕາມທ່ານນາງແລ້ວ, ແມ່ນການປະສານສົມທົບລະຫວ່າງບັນດາຄຸນຄ່າທາງວັດທະນະທຳ, ພ້ອມກັບຈິດໃຈແຫ່ງການແບ່ງປັນ ແລະ ການເຊື່ອມຕໍ່ລະຫວ່າງຄົນກັບຄົນນັ້ນເອງ ທີ່ໄດ້ສ້າງເປັນສະເໜ່ທີ່ພິເສດຂອງກິດຈະກຳໃນຄັ້ງນີ້.

ບັນຍາກາດການແລກປ່ຽນທີ່ເປີດກວ້າງ, ບັນດາການສົນທະນາລະຫວ່າງແຂກຊາວຝຣັ່ງ ແລະ ຜູ້ຕາງໜ້າຈາກຫວຽດນາມ ໄດ້ປະກອບສ່ວນສ້າງເປັນຂົວຕໍ່ທາງວັດທະນະທຳທີ່ມີຊີວິດຊີວາ. ການຈັດຕັ້ງກິດຈະກຳໃນຄັ້ງນີ້ໄດ້ຢ່າງສຳເລັດຜົນ ໄດ້ສະແດງໃຫ້ເຫັນເຖິງແຮງດຶງດູດທີ່ນັບມື້ນັບໃຫຍ່ຫຼວງຂອງບັນດາຄຸນຄ່າວັດທະນະທຳຫວຽດນາມຢູ່ ຝຣັ່ງ, ພ້ອມທັງເປີດໂອກາດແຫ່ງການຮ່ວມມືຕື່ມອີກໃນຂົງເຂດວັດທະນະທຳ, ຫັດຖະກຳ ແລະ ຜະລິດຕະພັນກະສິກຳທີ່ມີຄຸນນະພາບສູງໃນຕໍ່ໜ້າ.

ຊາວຫວຽດນາມ ອາໄສຢູ່ລາວ ໄປຖະຫວາຍທູບທຽນເພື່ອຮູ້ບຸນຄຸນບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ລາວ - ຫວຽດນາມ ຊາວຫວຽດນາມ ອາໄສຢູ່ລາວ ໄປຖະຫວາຍທູບທຽນເພື່ອຮູ້ບຸນຄຸນບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ລາວ - ຫວຽດນາມ

ຍສໝ - ໃນຕອນເຊົ້າວັນທີ 12 ເມສາ, ທ່ານຫງວຽນມິງເຕິມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ ພ້ອມດ້ວຍຄະນະປະຕິບັດງານ, ຊາວຫວຽດນາມ ອາໄສຢູ່ລາວ ພ້ອມກັບຄະນະຜູ້ແທນສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ແລະ ຜູ້ນຳແຂວງ ຊຽງຂວາງ ໄດ້ເຂົ້າວາງພວງມາລາ ແລະ ໄປຖະຫວາຍທູບທຽນ ເພື່ອອາໄລຫາບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ ແລະ ...

ເພື່ອນມິດສາກົນ ແລະ ຊາວຫວຽດນາມອາໄສຢູ່ຕ່າງປະເທດ: ເຊື່ອໝັ້ນຕໍ່ໄລຍະແຫ່ງການພັດທະນາໃໝ່ຂອງຫວຽດນາມ ເພື່ອນມິດສາກົນ ແລະ ຊາວຫວຽດນາມອາໄສຢູ່ຕ່າງປະເທດ: ເຊື່ອໝັ້ນຕໍ່ໄລຍະແຫ່ງການພັດທະນາໃໝ່ຂອງຫວຽດນາມ

ຍສໝ - ການທີ່ສະພາແຫ່ງຊາດ ຊຸດທີ XVI ປັບປຸງບູລະນະບັນດາຕຳແໜ່ງການນຳຫຼັກແຫຼ່ງ ແມ່ນໄດ້ຮັບການຕີລາຄາຈາກຫຼາຍອົງການຈັດຕັ້ງສາກົນ, ຄູ່ຮ່ວມມື ແລະ ຊຸມຊົນຄົນຫວຽດນາມຢູ່ຕ່າງປະເທດວ່າ ແມ່ນຂີດໝາຍທາງດ້ານການເມືອງທີ່ສຳຄັນ, ຮັບປະກັນຄວາມຕໍ່ເນື່ອງໃນການບໍລິຫານ, ຮັດແໜ້ນຄວາມເຊື່ອໝັ້ນ, ພ້ອມທັງເປີດໂອກາດໃຫ້ແກ່ການຊຸກຍູ້ການປະຕິຮູບ, ການເຊື່ອມໂຍງ ແລະ ຍົກສູງບົດບາດຂອງປະເທດຊາດ ໃນໄລຍະແຫ່ງການພັດທະນາໃໝ່.

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ