ເພີ່ມທະວີການຮ່ວມມືລະຫວ່າງນະຄອນດ່ານັ້ງ (ຫວຽດນາມ) ແລະ ແຂວງ ປົກຄອງຕົນເອງພິເສດ Gangwon (ສ.ເກົາຫຼີ)

11:07 | 09/01/2024

ຍສໝ - ວັນທີ 9 ມັງກອນ 2024, ຢູ່ນະຄອນ ດ່າ​ນັ້ງ, ທ່ານຮອງປະທານສະພາປະຊາຊົນນະຄອນ ດ່າ​ນັ້ງ ນາງ ຫງວຽນທິແອງທີ ໄດ້ມີການພົບປະກັບຄະນະປະຕິບັດງານຂອງສະມາຄົມນັກທຸລະກິດ ແລະ ການລົງທຶນ ຫວຽດນາມ - ສ.ເກົາຫຼີ ແລະ ຄະນະຜູ້ແທນຄະ​ນະ​ກຳ​ມະ​ການວັດ​ທະ​ນະ​ທຳ ແລະ ສັງ​ຄົມ, ສະພາ​ແຂວງ​ປົກຄອງຕົນເອງພິເສດ Gangwon (ສ.​ເກົາຫຼີ) ທີ່​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ດ່າ​ນັ້ງ.

ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະ ສ ເກົາຫຼີ ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະ ສ ເກົາຫຼີ
ແນະນຳວັດທະນະທຳຮູບເງົາຂອງ ສ ເກົາຫຼີ ເຖິງຊາວໜຸ່ມ ຫວຽດນາມ ແນະນຳວັດທະນະທຳຮູບເງົາຂອງ ສ ເກົາຫຼີ ເຖິງຊາວໜຸ່ມ ຫວຽດນາມ

ທີ່​ການ​ຕ້ອນຮັບ, ທ່ານ​​ຮອງປະທານສະພາປະຊາຊົນນະຄອນ ດ່ານັ້ງ ​ໄດ້​ແນະນຳກ່ຽວກັບ​ຄວາມສາມາດບົ່ມຊ້ອນ, ທ່າ​ແຮງ, ການກຳນົດທິດ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ນະຄອນ ດ່ານັ້ງ; ຂໍ້ມູນພື້ນຖານກ່ຽວກັບເນື້ອໃນຂອງບັນດາມະຕິຂອງສູນກາງກ່ຽວກັບການກໍ່ສ້າງ ແລະພັດທະນານະຄອນ ດ່ານັ້ງ, ພ້ອມກັນນັ້ນ ກໍ່ປຶກສາຫາລືກ່ຽວກັບສະພາບການຮ່ວມມືລະຫວ່າງນະຄອນ ດ່ານັ້ງ ແລະ ບັນດາຫົວໜ່ວຍ ສ.ເກົາຫຼີ ໃນໄລຍະຜ່ານມາ.

ເພີ່ມທະວີການຮ່ວມມືລະຫວ່າງນະຄອນດ່ານັ້ງ (ຫວຽດນາມ) ແລະ ແຂວງ ປົກຄອງຕົນເອງພິເສດ Gangwon (ສ.ເກົາຫຼີ)
ບັນຍາກາດທີ່ການຕ້ອນຮັບ.

ທ່ານ​ນາງ ຫງວຽນທິແອງທີ ​ໃຫ້​ຮູ້​ວ່າ: ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ໄດ້​ຮັບ​ການ​ຢັ້ງຢືນ​ຈາກ​ນະຄອນ ດ່ານັ້ງ ​ວ່າແມ່ນຂະແໜງການປາຍແຫຼມ ເເລະ ພ້ອມກັນນັ້ນ ນະຄອນ​ກໍ່​ມີ​ທ່າ​ໄດ້​ປຽບ​ຫຼາຍ​ຢ່າງ​ໃນ​ການ​ພັດທະນາ​ວັດທະນະທຳ, ພິ​ເສດ​ແມ່ນ​ການທ່ອງທ່ຽວ​ວັດທະນະທຳ. ຕີລາຄສູງແຂວງ Gangwon ແມ່ນໜຶ່ງໃນບັນດາແຂວງທີ່ມີການພັດທະນາແຖວໜ້າຂອງ ສ.ເກົາຫຼີ ໃນໄລຍະມໍ່ໆມານີ້, ທ່ານຮອງປະທານສະພາປະຊາຊົນນະຄອນ ປາດຖະໜາຢາກໃຫ້ໜ່ວຍງານແນະນຳນະຄອນ ດ່ານັ້ງ ກັບບັນດາຫົວໜ່ວຍຂອງ ສ.ເກົາຫຼີ ເພື່ອຊອກຮູ້ກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນຂອງນະຄອນ ດ່ານັ້ງ, ຄື ຂົງເຂດເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຊີຂໍ້ມູນຂ່າວສານ, ອຸດສາຫະກໍາເຕັກໂນໂລຊີສູງ, ເສດຖະກິດທະເລ; ພ້ອມ​ກັນ​ນັ້ນ, ກໍ່ໜູນຊ່ວຍ, ​ເຊື່ອມ​ໂຍງ ​ແລະ ຮ່ວມ​ມື​ເຊິ່ງກັນ ​ແລະ ກັນ​ໃນ​ຂົງ​ເຂດ​ວັດທະນະທຳ - ສັງຄົມ, ການທ່ອງທ່ຽວ ​ແລະ ການ​ສົ່ງ​ອອກ​ແຮງ​ງານ.

ທ່ານ​ຮອງ​ປະທານ​ສະພາປະຊາຊົນນະຄອນກໍ່​ເນັ້ນ​ໜັກ​ວ່າ ນະຄອນ ດ່ານັ້ງ ​ແມ່ນ​ໜຶ່ງ​ໃນ 3 ນະຄອນ​ຂອງ​ຫວຽດນາມ ທີ່ທົດ​ລອງ​ຈັດຕັ້ງອຳນາດການປົກຄອງຕົວ​ເມືອງ ​ແລະ ​ລັດຖະບານ ສ.​ເກົາຫຼີ ​ກໍ່ຫາ​ກໍ່​ໄດ້​ຮັບ​ການ​ຮັບຮອງເອົາ ແຂວງ Gangwon ​ເປັນ​ແຂວງ​ປົກຄອງ​ຕົນ​ເອງ​ພິເສດ ​ໃນ​ກາງ​ປີ 2023. ສອງ​ທ້ອງ​ຖິ່ນ​ສາມາດ​ແລກປ່ຽນ ​ແລະ ​ແບ່ງປັນ​ປະສົບ​ການ​ໃນ​ການ​ຄຸ້ມ​ຄອງ ​ແລະ ບໍລິຫານການຈັດຕັ້ງກົງຈັກອຳນາດການປົກຄອງ. ລະຫວ່າງນະຄອນ ດ່ານັ້ງ ແລະ ແຂວງ Gangwon ມີຄວາມຄ້າຍຄືກັນຫຼາຍຢ່າງທາງດ້ານພູມສາດ, ທັດສະນີຍະພາບທຳມະຊາດທີ່ເອື້ອອຳນວຍ, ມີທ່າໄດ້ປຽບຫຼາຍດ້ານໃນການທ່ອງທ່ຽວ, ວັດທະນະທຳ ແລະ ການພັດທະນາເສດຖະກິດສີຂຽວ.

ທ່ານ Jeong Jae Woong, ປະທານ​ຄະນະກຳມະການ​ວັດທະນະທຳ-ສັງຄົມ, ສະພາ​ແຂວງປົກຄອງຕົນເອງພິເສດ Gangwon (ແຂວງ Gangwon) ​ໄດ້​ຕີ​ລາຄາ​ສູງ​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ຂອງ​ນະຄອນ ດ່າ​ນັ້ງ ທີ່ມີຕໍ່ຄະນະ​ຜູ້​ແທນ​ຂອງສະພາ Gangwon. ພ້ອມ​ກັນ​ນັ້ນ, ຂໍ​ຂອບ​ໃຈ​ຕໍ່​ການ​ເຊື່ອມ​ຕໍ່​ຂອງ​ສະ​ມາ​ຄົມ VKBIA ລະ​ຫວ່າງ ດາ​ນັ້ງ ແລະ Gangwon. ພ້ອມ​ກັນ​ນັ້ນ, ກໍ່ສືບ​ຕໍ່​ຢືນຢັນ​ຈະ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ Gangwon - ດາ​ນັ້ງ ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເພື່ອແນໃສ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ສອດຄ່ອງ​ກັບຄວາມສາມາດບົ່ມຊ້ອນ, ທ່າ​ແຮງ ​ແລະ ຄວາມ​ຄ້າຍຄື​ກັນ​ຂອງ 2 ທ້ອງ​ຖິ່ນ.

ທ່ານ ເຈີ່ນ​ຫາຍ​ລິງ, ປະທານ​ສະມາຄົມ VKBIA ​ເນັ້ນ​ໜັກ​ວ່າ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ໃຫ້​ນະຄອນ ດ່າ​ນັ້ງ ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ທຸກ​ຂັ້ນ ​ແລະ ບັນດາ​ອົງການ​ຂອງ​ນະຄອນ ດ່າ​ນັ້ງ ​ກັບ ​ແຂວງ Gangwon, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ມິດຕະພາບ ຫວຽດນາມ - ສ.​ເກົາຫຼີ ​ໃນ​ຫຼາຍ​ຂົງ​ເຂດ​ລະອຽດ, ​ໃນ​ນັ້ນ​ມີບັນດາ​ຂົງ​ເຂດ​ທີ່​ນະຄອນ ດ່າ​ນັ້ງ ມີ​ທ່າແຮງ ​ແລະ ຄວາມ​ຕ້ອງການ​ດຶງ​ດູດ​ບັນດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.