ແນະນຳວັດທະນະທຳຮູບເງົາຂອງ ສ ເກົາຫຼີ ເຖິງຊາວໜຸ່ມ ຫວຽດນາມ

00:00 | 19/12/2023

ຍສໝ - ວັນທີ 17 ທັນວາ, ຢູ່ສູນສະຖາບັນ King Sejong ນະຄອນ ໂຮ່ຈີມິນ ເລີກທີ 6 ໄດ້ຈັດຕັ້ງລາຍການສາຍຮູບເງົາຮຽນຈົບ ແລະ ສະຫຼຸບຫຼັກສູດ “ຮຽນສ້າງຮູບເງົາຕາມວັດທະນະທໍາຂອງຮູບເງົາ ສ ເກົາຫຼີ” ຢູ່ນະຄອນ ໂຮ່ຈີມິນ.

ການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ ໃນປີ 2023 ການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ ໃນປີ 2023
ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືລະຫວ່າງຊາວໜຸ່ມ ຫວຽດນາມ - ສ.ເກົາຫຼີ ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືລະຫວ່າງຊາວໜຸ່ມ ຫວຽດນາມ - ສ.ເກົາຫຼີ

ລາຍການແມ່ນເພື່ອຕີລາຄາຜົນການຮຽນ ແລະ ການນຳໃຊ້ທິດສະດີ, ການປະຕິບັດຕົວຈິງຂອງນັກຮຽນ ແລະ ສະຫຼຸບລາຍການ Sejong Munhwa Academy 2023. ຮູບເງົາສັ້ນຂອງກຸ່ມນັກສຶກສາໄດ້ແນະນຳ ແລະ ສາຍ ລວມມີ: “A Cycle” ຂອງ ຫງວຽນແທ່ງຟອງ; “ເຮືອນດີ” ຂອງ ຫງວຽນເຟືອງຮ່ຽນ; “ດົນຕີຫ້າໂນດ” ຂອງ ດິງຮວ່າງລອງ; “ບອກລາງ” ຂອງ ຮູງເຈີ່ນ; “ຍ່ານສີຂາວ” ຂອງ ໂງຈຸງຮິ໋ວ; “Stomachache” ຂອງ ຫງວຽນຈີ່ເທ໋; “ງຽບຂອບລ້າຟັງຊີວິດຂີ້ຝຸ່ນ” ຂອງ ຫງວຽນຕ໋ຽນຢູຍ.

ແນະນຳວັດທະນະທຳຮູບເງົາຂອງ ສ ເກົາຫຼີ ເຖິງຊາວໜຸ່ມ ຫວຽດນາມ
ຜູ້ຕາງໜ້າ​ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ຂອງຂວັນ​ໃຫ້​ຄະນະກຳມະການຂອງ​ລາຍການ

ຫຼັກສູດ "ຮຽນສ້າງຮູບເງົາຕາມວັດທະນະທໍາຂອງຮູບເງົາ ສ ເກົາຫຼີ" ແມ່ນເລີ່ມແຕ່ວັນທີ 22 ຕຸລາ ຫາວັນທີ 17 ທັນວາ ເຊິ່ງລວມມີ 10 ຕອນຮຽນທິດສະດີ ແລະ ພາກປະຕິບັດ. ນີ້​ແມ່ນ​ຫຼັກສູດ​ທີ່​ບໍ່​ເສຍ​ຄ່າ​, ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ຊຸດ​ຮຽນ​ວັດທະນະທຳ ​​ສ ເກົາຫຼີ ພາຍ​ໃຕ້​ໂຄງການ “ສະ​ຖາ​ບັນ​ວັດ​ທະ​ນະ​ທຳ Sejong 2023” ຂອງ ສູນສະຖາບັນ King Sejong ນະຄອນ ໂຮ່ຈີມິນ 6.

ລາຍການ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ແນະນຳ​ວັດທະນະທຳ​ຮູບ​ເງົາ​ ສ ເກົາຫຼີ​ ໃຫ້​ແກ່​ຊາວ​ໜຸ່ມ​ຫວຽດນາມ. ສູນສະຖາບັນ King Sejong ນະຄອນ ໂຮ່ຈີມິນ 6 ແມ່ນສູນຂຶ້ນກັບມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈິມິນ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.