ອົງການການສຶກສາ Wonkwang ສ.ເກົາຫຼີ ກວດ ແລະ ປິ່ນປົວພະຍາດອາສາສະໝັກໃຫ້ປະຊາຊົນ ລອງອ່ານ

09:12 | 09/01/2024

ຍສໝ - ວັນທີ 7-10 ມັງກອນ 2024 ຢູ່ໂຮງໝໍຫຼາຍຂະແໜງ ລອງອ່ານ (ຕາແສງ 3, ນະຄອນ ເຕີນອ່ານ), ພະຍາບານ, ທ່ານໝໍ ແລະ ອາສາສະໝັກ 67 ຄົນຈາກບັນດາອົງການທີ່ກ່ຽວຂ້ອງຂອງອົງການການສຶກສາ Wonkwang ສ.ເກົາຫຼີ ໄດ້ໃຫ້ການກວດ ແລະ ປິ່ນປົວພະຍາດແບບອາສາສະໝັກໃຈໃຫ້ແກ່ປະຊາຊົນແຂວງ ລອງອ່ານ.

ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະ ສ ເກົາຫຼີ ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະ ສ ເກົາຫຼີ
ແນະນຳວັດທະນະທຳຮູບເງົາຂອງ ສ ເກົາຫຼີ ເຖິງຊາວໜຸ່ມ ຫວຽດນາມ ແນະນຳວັດທະນະທຳຮູບເງົາຂອງ ສ ເກົາຫຼີ ເຖິງຊາວໜຸ່ມ ຫວຽດນາມ

ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ໂດຍ​ອົງການ​ສຶກສາ Wonkwan ໄດ້ດຳເນີນກັບການ​ສົມທົບ, ໜູນ​ຊ່ວຍ​ຂອງ​ບັນດາ​ພະ​ແນ​ກ, ຂະແໜງການ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ ເຕີນອ່ານ, ​ໂຮງໝໍຫຼາຍຂະແໜງ ລອງອ່ານ ແລະ ສາຂາການຄ້າອຸດສາຫະກຳ ສ.​ເກົາຫຼີ ຢູ່​ແຂວງ ລອງອ່ານ.

ຕາມ​ທ່ານ Seong Si Jong ​ປະ​ທານ​ອົງ​ການ​ການ​ສຶກ​ສາ Wonkwang – Seong Si Jong ​ແລ້ວ, ເປົ້າ​ໝາຍ​ຂອງລາຍການແມ່ນ​ເພື່ອ​ປະ​ກອບ​ສ່ວນສະໜິດຕິດພັນການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ ສ.ເກົາຫຼີ ແລະ ຫວຽດ​ນາມ ເວົ້າ​ລວມ, ອົງ​ການ​ການ​ສຶກ​ສາ Wankwang - ສ​ເກົາ​ຫຼີ ​ແລະ ​ຂະ​ແຫນງ​ສາທາລະນະສຸກຂອງ​ແຂວງ ລອງອ່ານ ເວົ້າ​ສະ​ເພາະ​ໂດຍ​ຜ່ານ​ການ​ເຄື່ອນ​ໄຫວ​ທາງດ້ານສຸ​ຂະ​ພາບ​ໃຫ້ຫຼາຍກວ່າອີກ. ທ່ານ Seong Si Jong ຫວັງ​ວ່າ​ ກິດຈະກຳ​ອາສາ​ສະໝັກ​ເຫຼົ່າ​ນີ້ ​ຈະ​ມີ​ຄວາມ​ໝາຍ ​ແລະ​ ນຳ​ມາ​ເຊິ່ງການ​ບໍລິການ​ດ້ານ​ການ​ແພດ​ທີ່​ມີ​ຄຸນ​ນະພາ​ບ​ໃຫ້​ແກ່​ຄົນ​ເຈັບ.

​ໃນ​ຂອບ​ເຂດ​ຂອງ​ລາຍການ, ປະຊາຊົນ​ສາມາດ​ວັດ​ແທກ​ຕາ, ຕັດ​ແວ່ນ​ຕາ, ກວດ​, ປຶກສາ​ຫາລື​ກ່ຽວ​ກັບ​ພະຍາດ​ພາຍ​ໃນ​ ແລະ​ ພາຍ​ນອກ​ໄດ້​ໂດຍ​ບໍ່​ເສຍ​ຄ່າ. ນອກຈາກການບໍລິການດ້ານການແພດແລ້ວ, ຍັງມີກິດຈະກຳອື່ນໆອີກຫຼາຍຢ່າງເຊັ່ນ: K-beauty (ຕັດຜົມ, ບຳລຸງເລັບ), ລົງຕົວຈິງວັດທະນະທຳ ສ.ເກົາຫຼີ (ນຸ່ງເສື້ອ Hanbok - ເຄື່ອງນຸ່ງພື້ນເມືອງຂອງເກົາຫຼີ). ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ແມ່ນ​ໄດ້​ກະກຽມ​ຢ່າງ​ລະອຽດລະອໍ ​ແລະ ​​ບໍລິການ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ປະຊາຊົນ.

ຜູ້ອໍານວຍການສູນຮ່ວມມືປິ່ນປົວສາກົນ ພະແນກກະເພາະລໍາໄສ້, ໂຮງໝໍມະຫາວິທະຍາໄລ Wonkwang - Kang Dong Bek ແບ່ງປັນວ່າ: “ເທື່ອນີ້, ໃນບົດບາດແມ່ນທ່ານໝໍອາສາສະໝັກມາແຂວງ ລອງອ່ານ ເພື່ອກວດ ແລະ ປິ່ນປົວ”, ຂ້າພະເຈົ້າຮູ້ສຶກດີໃຈຫຼາຍເມື່ອເຫັນຄົນເຈັບໄດ້ຮັບການເບິ່ງແຍງ ແລະ ໄດ້ຮັບໂອກາດກວດ ແລະ ປິ່ນປົວພະຍາດໂດຍບໍ່ເສຍຄ່າ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຜ່ານ​ການ​ເຄື່ອນ​ໄຫວ​ນີ້, ປະ​ຊາ​ຊົນ​ຈະ​ໄດ້​ຮັບ​ການ​ບໍ​ລິ​ການການ​ແພດ​ທີ່​ມີ​ຄຸນ​ນະ​ພາບ​ຢູ່​ທ້ອງ​ຖິ່ນ​”.

ອົງການການສຶກສາ Wonkwang ສ.ເກົາຫຼີ ກວດ ແລະ ປິ່ນປົວພະຍາດອາສາສະໝັກໃຫ້ປະຊາຊົນ ລອງອ່ານ

ອົງການການສຶກສາ Wonkwang ສ.ເກົາຫຼີ ກວດ ແລະ ປິ່ນປົວພະຍາດອາສາສະໝັກໃຫ້ປະຊາຊົນ ລອງອ່ານ

ອົງການ​ການ​ສຶກ​ສາ Wonkwang ສ.ເກົາຫຼີ ເປັນ​ໜ່ວຍ​ງານ​ທີ່​ຂຶ້ນກັບ​ລະບົບ Wonkwang (ຂອງ​ພຸດທະ​ສາສະໜາ​ສ.ເກົາຫຼີ), ພາຍ​ໃຕ້​ການ​ຄຸ້ມ​ຄອງ​ລວມຂອງ ສະຖາບັນ Wonkwang ຄຸ້ມ​ຄອງ 3 ມະຫາວິທະຍາ​ໄລ​ໃຫຍ່​ລວມມີ ມະຫາວິທະຍາ​ໄລ Wonkwang (ລວມມີ 10 ມະຫາວິທະຍາ​ໄລ), ວິທະຍາ​ໄລ​ແພດສາດ Wonkwang, ໂຮງໝໍມະຫາວິທະຍາໄລ Wonkwang ແລະ ອົງການສາທາລະນະສຸກ Wonkwang. ອົງການສາທາລະນະສຸກ Wonkwang ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2012, ມີຖັນແຖວການແພດຫຼາຍກວ່າ 2.000 ຄົນ ໃນປີ 2023), ເປັນໜ່ວຍງານທີ່ມີຊື່ສຽງ ແລະ ຂອບຂະຫນາດໃຫຍ່ໃນລະບົບໂຮງໝໍຢູ່ ສ.ເກົາຫຼີ ມີ 4 ໂຮງໝໍປິ່ນປົວບຳລຸງ, ລວມມີ ໂຮງໝໍປິ່ນປົວບຳລຸງ Wonkwang Hyodo Iksan, ໂຮງຫມໍປິ່ນປົວບຳລຸງ Wonkwang Hyodo Gunsan, ໂຮງໝໍປິ່ນປົວບຳລຸງ Wonkwang Hyodo Cheongju, ໂຮງຫມໍປິ່ນປົວບຳລຸງ Wonkwang Hyodo Incheon ແລະ ໂຮງຫມໍຫຼາຍຂະແໜງ Wonkwang ຢູ່ລະຄອນ Hwaseong, ແຂວງ Gyeonggi, ສ.ເກົາຫລີ.

ມິງດຶກ

ເຫດການ
302 Found

Found

The document has moved here.