ມອບຂອງຂວັນໃຫ້ປະຊາຊົນບັນດາບ້ານຕິດກັບຊາຍແດນຂອງລາວ

16:12 | 09/01/2024

ມອບຂອງຂວັນໃຫ້ປະຊາຊົນບັນດາບ້ານຕິດກັບຊາຍແດນຂອງລາວ

ແຂວງບິ່ງເຟືອກ ມອບຂອງຂວັນໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ປະຊາຊົນທີ່ມີຄວາມຫຍຸ້ງຍາກ ຢູ່ ກຳປູເຈຍ ແລະ ລາວ ແຂວງບິ່ງເຟືອກ ມອບຂອງຂວັນໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ປະຊາຊົນທີ່ມີຄວາມຫຍຸ້ງຍາກ ຢູ່ ກຳປູເຈຍ ແລະ ລາວ
ທະຫານເຂດ 4 ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ປະຊາຊົນເຂດປະສົບໄພນໍ້າຖ້ວມ ເທື່ອທຽນເຫ້ວ ທະຫານເຂດ 4 ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ປະຊາຊົນເຂດປະສົບໄພນໍ້າຖ້ວມ ເທື່ອທຽນເຫ້ວ

ໂດຍໄດ້ຮັບການມອບສິດຈາກການນຳຄະນະກຳມະການປະຊາຊົນເມືອງໄຕຢາງ, ແຂວງກວ໋າງນາມ, ຫວ່າງແລ້ວນີ້, ຄ້າຍທະຫານຊາຍແດນ ກາຣີ (ທະຫານຊາຍແດນແຂວງກວ໋າງນາມ) ໄດ້ສົມທົບກັບຫ້ອງການແຮງງານ, ທະຫານເສຍອົງຄະ ແລະສັງຄົມ ເມືອງໄຕຢາງ ຈັດຕັ້ງພິທີມອບຂອງຂວັນໃຫ້ຄອບຄົວທີ່ປະສົບຄວາມຫຍຸ້ງຍາກຢູ່ບ້ານຕິດກັບຊາຍແດນຂອງປະເທດເພື່ອນລາວ.

ມອບຂອງຂວັນໃຫ້ປະຊາຊົນບັນດາບ້ານຕິດກັບຊາຍແດນຂອງລາວ

ຄ້າຍທະຫານຊາຍແດນ ກາຣີ ມອບຂອງຂວັນໃຫ້ປະຊາຊົນບັນດາບ້ານຕິດກັບຊາຍແດນເມືອງກະລືມ, ແຂວງເຊກອງ. ພາບ: ຮົ່ງແອັງ

ຄ້າຍທະຫານຊາຍແດນ ກາຣີ ໄດ້ມອບຂອງຂວັນ 507 ພູດໃຫ້ 507 ຄອບຄົວ / 2.445 ຄົນ ໃຫ້ປະຊາຊົນຢູ່ບ້ານຕະລອງ, ຕາວ່າງ, ອາຈີງ... ຂອງເມືອງກະລືມ; ບ້ານຕັງຕາລັງ ຂອງເມືອງດາກຈຶງ, ແຂວງເຊກອງ, ປະເທດລາວ ລວມມີ ເຂົ້າສານ 11 ໂຕນ, ນໍ້າມັນພືດ 1.014 ລິດ, ປາຊີວແຫ້ງ 1.014 ກິໂລ, ເກືອ 1.014 ກິໂລ, ແປ້ງນົວ 1.014 ກິໂລ, ລວມມູນຄ່າ 400 ລ້ານດົ່ງ.

ທ່ານພັນໂທ ໂດ໋ກວາງວີງ ຫົວໜ້າຄ້າຍທະຫານຊາຍແດນ ກາຣີ ໃຫ້ຮູ້ວ່າ ແຕ່ລະຄັ້ງເມື່ອຮອດຍາມເຂົ້າຍາກໝາກແພງ, ປະຊາຊົນບັນດາບ້ານຕິດກັບຊາຍແດນກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍ, ຫຼາຍຄອບຄົວຂາດເຂີນອຶດຫິວ. ຄ້າຍທະຫານຊາຍແດນ ກາຣີ ໄດ້ເປັນເສນາທິການໃຫ້ຄະນະກຳມະການປະຊາຊົນເມືອງໄຕຢາງ ໜູນຊ່ວຍດ້ານການເງິນເພື່ອຊ່ວຍເຫຼືອປະຊາຊົນປະເທດເພື່ອນມິດຢູ່ບັນດາບ້ານຕິດກັບຊາຍແດນ.

ນີ້ແມ່ນການເຄື່ອນໄຫວສະແດງໃຫ້ເຫັນຄວາມສະໜິດຕິດພັນລະຫວ່າງສອງແຂວງ ກວ໋າງນາມ-ເຊກອງ ເວົ້າລວມ, ລະຫວ່າງອຳນາດການປົກຄອງ, ທະຫານ ແລະປະຊາຊົນ ເມືອງກະລືມ, ເມືອງດາກຈຶງ ແລະເມືອງໄຕຢາງ ເວົ້າສະເພາະ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.