ບັກຢ່າງ: ນັກສຶກສາຫວຽດນາມ - ລາວ ໄດ້ແລກປ່ຽນວັດທະນະທຳ, ອາຫານການກິນ

13:08 | 10/01/2024

ຍສໝ - ໃນລະຫວ່າງວັນທີ 23 – 24 ທັນວາ, ມະຫາວິທະຍາໄລກະສິກຳ ແລະ ປ່າໄມ້ແຂວງ ບັກຢາງ ໄດ້ຈັດຕັ້ງການພົບປະແລກປ່ຽນລະຫວ່າງນັກສຶກສາ, ສຳມະນາກອນແຂວງ ໄຊສົມບູນ (ລາວ) ແລະ ນັກສຶກສາບາງໂຮງຮຽນຢູ່ແຂວງ ບັກຢ່າງ.

ນັກສຶກສາຫວຽດນາມ - ຍີ່ປຸ່ນ ຈຳນວນ 320 ຄົນ ໄດ້ພົບປະແລກປ່ຽນມິດຕະພາບຢູ່ຮ່າໂນ້ຍ ນັກສຶກສາຫວຽດນາມ - ຍີ່ປຸ່ນ ຈຳນວນ 320 ຄົນ ໄດ້ພົບປະແລກປ່ຽນມິດຕະພາບຢູ່ຮ່າໂນ້ຍ
ບັກຢ່າງ ໜູນຊ່ວຍແຂວງໄຊສົມບູນ (ລາວ) ປະຕິບັດຮູບແບບການຜະລິດກະສິກຳ ບັກຢ່າງ ໜູນຊ່ວຍແຂວງໄຊສົມບູນ (ລາວ) ປະຕິບັດຮູບແບບການຜະລິດກະສິກຳ

​ໃນ​ຂອບ​ເຂດລາຍການແລກປ່ຽນ, ບັນດານັກສຶກສາ, ສຳມະນາກອນ ແລະ ຄະນະພະນັກງານເຕັກນິກຂອງ​ແຂວງ ​ໄຊ​ສົມບູນ ​ໄດ້​ລົງ​ຢ້ຽມຢາມ​ສຳນັກງານຂອງ​ຫຼາຍ​ອົງການ, ຫົວໜ່ວຍ​ຢູ່​ແຂວງ ບັກ​ຢ່າງ; ຈູດ​ທູບ​ໃຕ້ທຽນ​ຢູ່​ເຂດຮ່ອງຮອຍສະຖານທີ່ໄຊ​ຊະ​ນະ ​ເຊື່ອງ​ຢ່າງ; ຢ້ຽມ​ຢາມ​​ເຂດທີ່ລະນຶກ 6 ສິ່ງ ທີ່ລຸງໂຮ່ ໄດ້ສອນໃຫ້ຕຳຫຼວດປະຊາຊົນນະຄອນ ຍ໋ານາມ (ເຕີນອຽນ); ຢ້ຽມ​ຢາມວິຫານ ທ່ານ ປະລິນຍາເອກ ເທີນເຍີນຈຸ່ງ, ວັດ​ໂບ​ດາ ແລະ ໝູ່​ບ້ານ​ອາຊີບ ໂຖຮ່າ (ຫວຽດ​ອຽນ)...

ບັກຢ່າງ: ນັກສຶກສາຫວຽດນາມ - ລາວ ໄດ້ແລກປ່ຽນວັດທະນະທຳ, ອາຫານການກິນ
ລາຍການແລກປ່ຽນສິລະປະລະຫວ່າງ ຫວຽດນາມ - ລາວ

ມີນັກ​ສຶກສາ, ສຳມະນາກອນ, ສະມາຊິກຄະນະ​ຊາວ​ໜຸ່ມຂອງໂຮງຮຽນວິທະຍາໄລ ໂງ່ຢ່າຕື້ ແຂວງ ບັກຢ່າງ , ມະຫາວິທະຍາ​ໄລ​ກະສິກຳ ​ແລະ ປ່າ​ໄມ້​ແຂວງ​ບັກ​ຢ່າງ, ບັນດານັກ​ສຶກສາ​ລາວທີ່​ຮຽນ​ຢູ່​ໂຮງຮຽນ ​ແລະ ຄະນະພະນັກງານ​ເຕັກນິກແຂວງ ​ໄຊ​ສົມບູນ​ ຫຼາຍກ່ວາ 300 ​ຄົນ ໄດ້​ເຂົ້າ​ຮ່ວມ​ລາຍການ​ແລກປ່ຽນ​ດົນຕີດ້ວຍ​ບັນດາລາຍການສິລະປະທີ່​ເປັນ​ເອກະລັກ​ສະ​ເພາະ, ຍ້ອງຍໍ​ສັນລະ​ເສີນ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ ຫວຽດນາມ - ລາວ.

ຈຸດ​ພົ້ນ​ເດັ່ນ​ແມ່ນລາຍການ team building, ການແລກປ່ຽນ​ອາຫານ ​ຫວຽດນາມ - ລາວ ​ແລະ ງານລ້ຽງ Gala dinner. ບັນດານັກ​ສຶກ​ສາ, ສຳມະນາກອນາ​ ໄດ້​ເຂົ້າ​ຮ່ວມ​ບັນດາການຫຼິ້ນເກມ​ຕີ​ຫມໍ້, ສາມ​ຄົນ​ສີ່​ຂາ, ໂຍນບານ...

ທີ່​ຮ້ານ​ວາງສະ​ແດງ​ພາອາຫານໃນວັນບຸນເຕັດທີ່ສືບທອດກັນມາແຕ່ບູຮານ​ຂອງ​ສອງ​ປະ​ເທດ, ບັນດານັກ​ສຶກສາ, ສຳມະນາກອນຄົນລາວ ໄດ້ເຮັດ​​ວິທີ​ເຮັດ​ໄສ້ກອກ, ​ແນະນຳ​ຮີດຄອງ​ປະ​ເພນີ​ບາສີ... ບັນດານັກ​ສຶກສາ ຫວຽດນາມ ​ໄດ້​ແນະນຳໃຫ້​ເພື່ອນ​ລາວ ແມ່ນພາອາຫານໃນວັນບຸນເຕັດທີ່ສືບທອດກັນມາແຕ່ບູຮານ​ຂອງ​ ຫວຽດນາມ ແລະ ແນະນຳ​ການ​ຫໍ່ເຂົ້ົ້າຕົ້ົ້ມ​ພື້ນ​ເມືອງ, ຮຽນ​ຮູ້ກ່ຽວກັບບັນດາຮີດ​ຄອງ​ປະ​ເພ​ນີໃນວັນວັນເຕັດມູນເຊື້ອ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.