ໄຂກອງປະຊຸມການຕ່າງປະເທດ ຄັ້ງທີ 32

00:00 | 19/12/2023

ຍສໝ - ຕອນ​ເຊົ້າ​ວັນ​ທີ 19 ທັນວາ, ຢູ່​ຮ່າ​ໂນ້ຍ, ກອງ​ປະຊຸມ​ການຕ່າງປະເທດ ​ຄັ້ງ​ທີ 32 ດ້ວຍ​ຫົວ​ຂໍ້ “ເສີມຂະຫຍາຍບົດບາດນຳໜ້າ, ສ້າງພື້ນຖານການທູດຮອບດ້ານ, ທັນສະໄໝ, ໝັ້ນຄົງເຂັ້ມແຂງ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງມີໄຊ” ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ.

ປະທານປະເທດ ຫວໍວັນເຖືອງ ມອບຫຼຽນໄຊໃຫ້ບັນດານັກກິລາ, ຄູຝຶກດີເດັ່ນໃນ SEA Games 32 ປະທານປະເທດ ຫວໍວັນເຖືອງ ມອບຫຼຽນໄຊໃຫ້ບັນດານັກກິລາ, ຄູຝຶກດີເດັ່ນໃນ SEA Games 32
ການສົ່ງອອກເກີນດຸນສໍາລັບຜະລິດຕະພັນກະເສດ, ຜະລິດຕະພັນເຄື່ອງປ່າຂອງດົງ ແລະ ສິນໃນນໍ້າ ໃນ 4 ເດືອນ ເພີ່ມຂຶ້ນ 3,2 ເທົ່າ ການສົ່ງອອກເກີນດຸນສໍາລັບຜະລິດຕະພັນກະເສດ, ຜະລິດຕະພັນເຄື່ອງປ່າຂອງດົງ ແລະ ສິນໃນນໍ້າ ໃນ 4 ເດືອນ ເພີ່ມຂຶ້ນ 3,2 ເທົ່າ

ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ບັນດາ​ກຳມະການ​ກົມ​ການ​ເມືອງ, ​ເລຂາທິການ​ສູນ​ກາງ​ພັກ, ກຳມະການ​ສູນ​ກາງ​ພັກ, ການ​ນຳ​ບັນດາ​ກົມ, ກະຊວງ, ຂະແໜງການ, ບັນດາ​ອົງການ​ສູນ​ກາງ, ບັນດາສະຫາຍຫົວໜ້າ​ອົງການ​ຜູ້ຕາງໜ້າ​ຫວຽດນາມ ຢູ່​ຕ່າງປະ​ເທດ ​ແລະ ​ພະນັກງານ, ລັດຖະກອນ, ຜູ້ອອກແຮງງານຂອງກະຊວງການຕ່າງປະເທດເປັນ​ຈຳນວນ​ຫຼວງ​ຫຼາຍ. ກອງ​ປະ​ຊຸມກໍ່ໄດ້​ດຳ​ເນີນ​​ທາງ​ອອນ​ລາຍ​ຢູ່ຈຸດເຊື່ອມຕໍ່ສົດຢູ່ 63 ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ.

ໄຂກອງປະຊຸມການຕ່າງປະເທດ ຄັ້ງທີ 32
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ​ຢ່າງຮອບດ້ານ

ໄປຄຽງຄູ່ກັບການຕີລາຄາ ແລະ ຄາດຄະເນສະພາບການສາກົນ, ກອງປະຊຸມກໍ່ສຳຫຼວດກວດຄືນ, ຕີລາຄາຢ່າງຮອບດ້ານໝາກຜົນພາຍຫຼັງ 2 ປີແຫ່ງການຜັນຂະຫຍາຍປະຕິບັດ ໃນໄລຍະຜ່ານມາ ແລະ ສະພາບການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ໃນໄລຍະເຄິ່ງສະໄໝ, ສະເໜີບັນດາໜ້າທີ່ການທູດຈຸດສຸມ ແລະ ບັນດາມາດຕະການທີ່ຄວນສຸມໃສ່ຜັນຂະຫຍາຍຈົນໝົດສະໄໝຊຸດທີ 13 ແລະ ຊຸມປີຕໍ່ໄປ. ກອງປະຊຸມຄັ້ງນີ້ກໍ່ແມ່ນໂອກາດ ເພື່ອໃຫ້ຂະແໜງການທູດແລກປ່ຽນບາງບັນຫາໃຫຍ່, ບັນຫາໃໝ່ກ່ຽວກັບການຕ່າງປະເທດເພື່ອປະກອບສ່ວນເຂົ້າໃນການສະຫຼຸບ 40 ປີແຫ່ງການປະຕິບັດແນວທາງການຕ່າງປະເທດໃນໄລຍະປ່ຽນແປງໃໝ່.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.