ການສົ່ງອອກເກີນດຸນສໍາລັບຜະລິດຕະພັນກະເສດ, ຜະລິດຕະພັນເຄື່ອງປ່າຂອງດົງ ແລະ ສິນໃນນໍ້າ ໃນ 4 ເດືອນ ເພີ່ມຂຶ້ນ 3,2 ເທົ່າ

16:43 | 11/05/2022

ຍສມ - ໃນ 4 ເດືອນ ຕົ້ນປີນີ້ ຂະແໜງການກະສິກໍາ ໄດ້ມີ 5 ຜະລິດຕະພັນ/ໝວດຜະລິດຕະພັນ ທີ່ມີມູນຄ່າສົ່ງອອກບັນລຸກວ່າ 1 ຕື້ໂດລາສະຫະລັດ ເຊິ່ງປະກອບມີ ກາເຟ, ເຂົ້າສານ, ໝວດຜັກ ແລະ ໝາກໄມ້, ກຸ້ງ, ຜະລິດຕະພັນຈາກໄມ້.

ທ້ອງ​ຖິ່ນ​ຕ່າງໆ​ມາ​ນະ​ພະ​ຍາ​ຍາມ​ສັກ​ຢາ​ກັນ​ໂຄວິດ 19 ໃຫ້​ເດັກ​ໃນ​ເກນ​ອາ​ຍຸ​ແຕ່ 5 ຫາ​ຕ່ຳ​ກ່​ວາ 12 ປີ ສຳ​ເລັດ​ໃນ​ເດືອນ​ສິງ​ຫາ ທ້ອງ​ຖິ່ນ​ຕ່າງໆ​ມາ​ນະ​ພະ​ຍາ​ຍາມ​ສັກ​ຢາ​ກັນ​ໂຄວິດ 19 ໃຫ້​ເດັກ​ໃນ​ເກນ​ອາ​ຍຸ​ແຕ່ 5 ຫາ​ຕ່ຳ​ກ່​ວາ 12 ປີ ສຳ​ເລັດ​ໃນ​ເດືອນ​ສິງ​ຫາ
ຫວຽດນາມ ສົ່ງອອກເກີນດຸນ 2,53 ຕື້ໂດລາສະຫະລັດ ໃນ 4 ເດືອນຕົ້ນປີ 2022 ຫວຽດນາມ ສົ່ງອອກເກີນດຸນ 2,53 ຕື້ໂດລາສະຫະລັດ ໃນ 4 ເດືອນຕົ້ນປີ 2022
ການສົ່ງອອກເກີນດຸນສໍາລັບຜະລິດຕະພັນກະເສດ, ຜະລິດຕະພັນເຄື່ອງປ່າຂອງດົງ ແລະ ສິນໃນນໍ້າ ໃນ 4 ເດືອນ ເພີ່ມຂຶ້ນ 3,2 ເທົ່າ

ໝາກພ້າວຫວຽດນາມໄດ້ວາງຂາຍຢູ່ຊູເປີມາເກດ AEON Lake Town ທີ່ Saitama, ຍີ່ປຸ່ນ (ພາບ: TTXVN)

ກະຊວງກະສິກໍາ ແລະ ພັດທະນາຊົນນະບົດໃຫ້ຮູ້ວ່າ ໃນ 4 ເດືອນ ຕົ້ນປີ 2022, ຍອດວົງເງິນສົ່ງອອກ - ນໍາເຂົ້າ ສໍາລັບຜະລິດຕະພັນກະເສດ, ຜະລິດຕະພັນເຄື່ອງປ່າຂອງດົງ ​ແລະ ສິນໃນນໍ້າ ບັນລຸປະມານ 31,8 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 7% ເມື່ອທ່ຽບໃສ່ 4 ເດືອນຕົ້ນປີ 2021; ໃນນັ້ນ ການສົ່ງອອກບັນລຸປະມານ 17,9 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 15,6%; ການນໍາເຂົ້າປະມານ 13,9 ຕື້ໂດລາສະຫະລັດ, ຫຼຸດລົງ 2,3%. ສະນັ້ນ, ມູນຄ່າການສົ່ງອອກເກີນດຸນສໍາລັບຜະລິດຕະພັນກະເສດ, ຜະລິດຕະພັນເຄື່ອງປ່າຂອງດົງ ​ແລະ ສິນໃນນໍ້າ ບັນລຸເກືອບ 4 ຕື້ໂດລາສະຫະລັດ, ເພີ່ມ​ຂຶ້ນ 3,2 ​ເທົ່າ ເມື່ອທຽບໃສ່ໄລຍະດຽວກັນ ຂອງ ປີ 2021.

ສະເພາະໃນເດືອນ 4, ວົງເງິນສົ່ງອອກ ຄາດວ່າ ບັນລຸກວ່າ 4,8 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 11,2​% ເມື່ອທຽບໃສ່ເດືອນ 4 ປິ 2021, ຫຼຸດລົງ 2,6% ເມື່ອທຽບໃສ່ເດືອນ 3 ປີ 2022. ໃນນັ້ນ, ມູນຄ່າການສົ່ງອອກຜະລິດຕະພັນກະເສດຕົ້ນຕໍ ບັນລຸປະມານ 1,9 ຕື້ໂດລາສະຫະລັດ, ຜະລິດຕະພັນເຄື່ອງປ່າຂອງດົງຕົ້ນຕໍ ຄາດວ່າບັນລຸປະມານ 1,6 ຕື້ໂດລາສະຫະລັດ, ສິນໃນນໍ້າ ບັນລຸປະມານ 1,1 ຕື້ໂດລາສະຫະລັດ ແລະ ການລ້ຽງສັດ ບັນລຸ 29,7 ລ້ານໂດລາສະຫະລັດ.

ສະນັ້ນ, ໃນ 4 ເດືອນ, ການສົ່ງອອກໝວດຜະລິດຕະພັນກະເສດຕົ້ນຕໍ ບັນລຸກວ່າ 7,4 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 10,5%; ​ຜະລິດຕະພັນເຄື່ອງປ່າຂອງດົງຕົ້ນຕໍ ບັນລຸປະມານ 5,9 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 4,9%; ສິນໃນນໍ້າ ຄາດວ່າບັນລຸປະມານ 3,6 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 43,7%; ການລ້ຽງສັດ ຄາດວ່າບັນລຸປະມານ 105,4 ລ້ານໂດລາສະຫະລັດ, ຫຼຸດລົງ 19%.

ພິເສດ, ການສົ່ງອອກສົ້ນເຂົ້າໃນການຜະລິດ ປະມານ 883 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 70,7%,​ ເປັນຕົ້ນແມ່ນຝຸ່ນ ເຊິ່ງມີມູນຄ່າການສົ່ງອອກປະມານ 439 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 2,9 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ຂະແໜງການກະສິກໍາໄດ້ມີ 5 ຜະລິດຕະພັນ/ໝວດຜະລິດຕະພັນ ທີ່ມີມູນຄ່າສົ່ງອອກບັນລຸກວ່າ 1 ຕື້ໂດລາສະຫະລັດ ເຊິ່ງປະກອບມີ ກາເຟ, ເຂົ້າສານ, ໝວດຜັກ ແລະ ໝາກໄມ້, ກຸ້ງ, ຜະລິດຕະພັນຈາກໄມ້. ສິນຄ້າຈໍານວນໜຶ່ງ ບັນລຸມູນຄ່າການສົ່ງອອກສູງກວ່າ ເມື່ອທຽບໃສ່ໄລຍະດຽວກັນ ຄື ກາເຟ, ຢາງພາລາ, ໝາກພິກໄທ, ມັນຕົ້ນ ແລະ ບັນດາຜະລິດຕະພັນຈາກມັນຕົ້ນ, ປາຫູໝາດ, ກຸ້ງ, ໄມ້ ແລະ ບັນດາຜະລິດຕະພັນຈາກໄມ້.

ລາຍລະອຽດ, ມູນຄ່າການສົ່ງອອກກາເຟ ບັນລຸເກືອບ 1,7 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 59,4%; ຢາງພາລາ ບັນລຸປະມານ 869 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 10,9%; ໝາກພິກໄທ ບັນລຸປະມານ 367 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 29,6%; ມັນຕົ້ນ ແລະ ຜະລິດຕະພັນຈາກມັນຕົ້ນ ບັນລຸ 574 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 29,5%; ປາຫູໝາດ ບັນລຸ 894 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 89,6%; ກຸ້ງບັນລຸກວ່າ 1,3 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 38,6%; ໄມ້ ແລະ ບັນດາຜະລິດຕະພັນຈາກໄມ້ບັນລຸເກືອບ 5,5 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 4,5%; ຜ້າພົມຫວາຍ, ໄຜ່, ຜື ບັນລຸ 339 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 22,7%.

ບັນດາສິນຄ້າມີມູນຄ່າການສົ່ງອອກຫຼຸດລົງ ເຊິ່ງປະກອບມີ ຊາ ບັນລຸ 51 ລ້ານໂດລາສະຫະລັດ, ຫຼຸດລົງ 13,2%; ໝວດຜັກ ແລະ ໝາກໄມ້ ບັນລຸປະມານ 1,2 ​ຕື້ໂດລາສະຫະລັດ, ຫຼຸດລົງ 14,6%; ແກ່ນໝາກມ່ວງຫິມະພານ ຄາດວ່າບັນລຸ 889 ລ້ານໂດລາສະຫະລັດ, ຫຼຸດລົງ 6,7%.

ກ່ຽວ​ກັບ​ຕະຫຼາດ​ສົ່ງ​ອອກ, ຄາດ​​ວ່າ ມູນຄ່າສົ່ງອອກຜະລິດຕະພັນກະເສດ, ຜະລິດຕະພັນເຄື່ອງປ່າຂອງດົງ, ສິນໃນນໍ້າ ​ໃນ 4 ​ເດືອນ​ຕົ້ນ​ປີ​ ຂອງຫວຽດນາມ ​ໄປ​ຍັງ​ຕະຫຼາດ​ໃນ​ອາຊີ, ກວມ​ເອົາ 41% ອັດຕາສ່ວນກວມຂອງຕະຫຼາດ; ທະວີບອາເມລິກາ ກວມ 29,7%; ທະວີບເອີຣົບແມ່ນ 12.8%. ສ່ວນທີ່ເຫຼືອແມ່ນທະວີບອາຟຣິກາ ແລະ ທະວີບໂອເຊຍເນຍທີ່ມີອັດຕາສ່ວນກວມຂອງຕະຫຼາດ ຕາມລໍາດັບແມ່ນ 1.8% ແລະ 1.7%.

ຕະຫຼາດສົ່ງອອກໃຫຍ່ທີ່ສຸດແມ່ນ ອາເມລິກາ ບັນລຸເກືອບ 4,9 ຕື້ໂດລາສະຫະລັດ, ກວມເອົາ 27,3​% ອັດຕາສ່ວນກວມຂອງຕະຫຼາດ;​ ໃນນັ້ນ ວົງເງິນການສົ່ງອອກໝວດສິນຄ້າປະເພດໄມ້ ແລະ ຜະລິດຕະພັນຈາກໄມ້ ກວມເອົາ 68,2% ມາດຕາຖ່ວງຂອງວົງເງິນສົ່ງອອກຜະລິດຕະພັນກະເສດ, ຜະລິດຕະພັນເຄື່ອງປ່າຂອງດົງ, ສິນໃນນໍ້າຂອງຫວຽດນາມໃນຕະຫຼາດນີ້.

ຈີນຢືນອັນດັບທີ 2 ບັນລຸກວ່າ 3,2​ ຕື້ໂດລາສະຫະລັດ, ກວມເອົາ 18,1% ອັດຕາສ່ວນກວມຂອງຕະຫຼາດ ດ້ວຍວົງເງິນການສົ່ງອອກໝວດຢາງພາລາກວມເອົາ 22,4% ມາດຕາຖ່ວງຂອງວົງເງິນສົ່ງອອກຜະລິດຕະພັນກະເສດ, ຜະລິດຕະພັນເຄື່ອງປ່າຂອງດົງ, ສິນໃນນໍ້າ.

ຫອມມາລາ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.