| “ວັນແຮງງານຫວຽດນາມ 2023” ຢູ່ທີ່ ສ.ເກົາຫຼີ | |
| ຫວຽດນາມ ແມ່ນຈຸດປາຍທາງທີ່ໄດ້ຮັບການເຂົ້າຄົ້ນຫາ ເເລະ ນິຍົມທີ່ສຸດຂອງນັກທ່ອງທ່ຽວ ສ.ເກົາຫຼີ |
ທີ່ການຕ້ອນຮັບຄະນະປະຕິບັດງານຂອງເມືອງ Yongsan, ນະຄອນ ເຊອຸນ (ສ.ເກົາຫຼີ), ທ່ານປະທານຄະນະກຳມະການປະຊາຊົນແຂວງ ບິ່ງດິ້ງ ຟ້າມແອງເຕິ໋ນ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບຄະນະປະຕິບັດງານແຂວງ Yongsan ມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ກູ່ຍເຍິ່ນ ເນື່ອງໃນໂອກາດສະເຫຼີມສະຫຼອງ 27 ປີແຫ່ງການພົວພັນຮ່ວມມືມິດຕະພາບລະຫວ່າງນະຄອນ ກູ່ຍເຍິ່ນ ແລະ ເມືອງ Yongsan (1996 - 2023).
![]() |
ທ່ານປະທານຄະນະກຳມະການປະຊາຊົນ ແຂວງ ບິ່ງດິ້ງ ຟ້າມແອງເຕິ໋ນ ຕ້ອນຮັບທ່ານນາງ Kim Sun Su, ຮອງເຈົ້າເມືອງ Yongsan (ນະຄອນ ເຊອຸນ, ສ.ເກົາຫຼີ) |
ທ່ານປະທານຄະນະກຳມະການປະຊາຊົນແຂວງ ໄດ້ແນະນຳບັນດາລັກສະນະສະເພາະ, ຄວາມສາມາດບົ່ມຊ້ອນ, ທ່າແຮງ, ແລະ ບັນດາຂົງເຂດທີ່ແຂວງ ບິ່ງດິ້ງ ພວມຮຽກຮ້ອງດຶງດູດການລົງທຶນ ແລະ ປາດຖະໜາວ່າ ທ່ານຮອງເຈົ້າເມືອງ Yongsan ຈະສືບຕໍ່ຮ່ວມເດີນທາງກັບນະຄອນ ກູ່ຍເຍິ່ນ ເພື່ອຫັນບັນດາເນື້ອໃນ, ແນວຄິດໃນບັນດາຂົງເຂດທີ່ໄດ້ລົງນາມບົດບັນທຶກຊ່ວຍຈຳໃຫ້ປະກົດຜົນເປັນຈິງຄື: ສາທາລະນະສຸກ, ການສຶກສາ, ບຳລຸງສ້າງພາສາເກົາຫຼີ, ການແລກປ່ຽນພະນັກງານສອງຝ່າຍ, ວັດທະນະທຳ, ເສດຖະກິດ, ການທ່ອງທ່ຽວ...
ທີ່ການພົບປະ, ທ່ານຮອງເຈົ້າເມືອງ Yongsan ນາງ Kim Sun Su ໄດ້ຍົກສູງການພົວພັນມິດຕະພາບ, ການຮ່ວມມືລະຫວ່າງແຂວງ ບິ່ງດິ້ງ ແລະ ເມືອງ Yongsan, ພິເສດແມ່ນສາຍພົວພັນອັນດີງາມລະຫວ່າງນະຄອນ ກູ່ຍເຍິ່ນ ແລະ ເມືອງ Yongsan. ທ່ານນາງ Kim Sun Su ໃຫ້ຄຳໝັ້ນສັນຍາຈະສືບຕໍ່ຮ່ວມເດີນທາງກັບນະຄອນ ກູ່ຍເຍິ່ນ ເວົ້າສະເພາະ, ແຂວງ ບິ່ງດິ້ງ ເວົ້າລວມ ໃນພາລະກິດພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ.
ມິງດຶກ
ທ່ານອາດຈະມັກ
ຊຸກຍູ້ໃຫ້ບັນດາອົງການການເງິນສາກົນທີ່ມີຊື່ສຽງສົ່ງເສີມການຮ່ວມມື ແລະ ການລົງທຶນໃນຫວຽດນາມ
ເອກອັກຄະລັດຖະທູດລາວປະຈຳຫວຽດນາມ: ໝັ້ນໃຈວ່າກອງປະຊຸມໃຫຍ່ຄັ້ງ XIV ຈະນຳພາຫວຽດນາມເຂົ້າສູ່ໄລຍະແຫ່ງການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ສະແດງຄວາມໝັ້ນໃຈວ່າ ຫວຽດນາມ ຈະຈັດກອງປະຊຸມໃຫຍ່ຄັ້ງ XIV ໃຫ້ສຳເລັດຜົນ.
ສະຫວັນນະເຂດ 1, ໄຟຟ້າຂ້າມແດນ ແລະ ບົດບາດຂອງພາກເອກະຊົນ.
ຫາຍຟ່ອງ, ເງະອານ, ອານຢາງ: ຜັນຂະຫຍາຍປະຕິບັດການທູດປະຊາຊົນຢ່າງມີປະສິດທິຜົນ
