ຫວຽດນາມ ແມ່ນຈຸດປາຍທາງທີ່ໄດ້ຮັບການເຂົ້າຄົ້ນຫາ ເເລະ ນິຍົມທີ່ສຸດຂອງນັກທ່ອງທ່ຽວ ສ.ເກົາຫຼີ

18:35 | 30/11/2023

ຍສໝ - ຕາມ​ທ່ານ Yong Sung Ok, ຜູ້​ອຳ​ນວຍ​ການ​ພາກ​ພື້ນ - ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຂອງ​ບໍ​ລິ​ສັດ​ທ່ອງ​ທ່ຽວ Hanatour Global ແລ້ວ, ຫວຽດ​ນາມ ແມ່ນ​ຈຸດ​ໝາຍ​ທີ່​ນັກ​ທ່ອງ​ທ່ຽວ ສ.ເກົາ​ຫຼີ ເຂົ້າຄົ້ນຫາ ເເລະ ​ນິຍົມທີ່​ສຸດ ຍ້ອນ​ລາ​ຄາ​ເໝາະ​ສົມ ແລະ ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ໜ້າ​ສົນ​ໃຈ​ດ້ວຍ​ປະ​ສົບ​ການຕົວຈິງ​ທີ່​ຫຼາກ​ຫຼາຍ.

ຄົ້ນຄ້ວາ ແລະ ພັດທະນາບັນດາສາຂາສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ຢູ່ບັນດາອົງການ, ໂຮງຮຽນ ແລະ ວິສາຫະກິດ ຄົ້ນຄ້ວາ ແລະ ພັດທະນາບັນດາສາຂາສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ຢູ່ບັນດາອົງການ, ໂຮງຮຽນ ແລະ ວິສາຫະກິດ
ນັກສຶກສາຊາວຊົນເຜົ່າສ່ວນໜ້ອຍ ເເລະ ເຂດທະເລໝູ່ເກາະ ກວາງນາມ ໄດ້ຮັບທຶນການສຶກສາ ວື່ອາຢີ່ງ ນັກສຶກສາຊາວຊົນເຜົ່າສ່ວນໜ້ອຍ ເເລະ ເຂດທະເລໝູ່ເກາະ ກວາງນາມ ໄດ້ຮັບທຶນການສຶກສາ ວື່ອາຢີ່ງ

Fansipan: ພາບຄວາມງາມຄືສະຫວັນ

ຫວຽດນາມ ແມ່ນຈຸດປາຍທາງທີ່ໄດ້ຮັບການເຂົ້າຄົ້ນຫາ ເເລະ ນິຍົມທີ່ສຸດຂອງນັກທ່ອງທ່ຽວ ສ.ເກົາຫຼີ
ກະເຊົ້າໄຟຟ້າຂີ່ຂ້າມນາຂັ້ນໄດຢູ່ Fansipan. (ພາບ: Sun World)

ນັກ​ທ່ອງ​ທ່ຽວ ​ສ.ເກົາຫຼີ ຫຼາຍ​ຄົນ​ທີ່​ມາ Fansipan ປຽບ​ທັດ​ສະ​ນີ​ຍະ​ພາບ​ຢູ່​ທີ່​ນີ້​ຄືດັ່ງສິ່ງທີ່​ເຂົາ​ເຈົ້າ​ວາດນຶກກ່ຽວກັບ​ສະຫວັນ. ທ່ານ​ນາງ Jung Yuri ນັກ​ທ່ອງ​ທ່ຽວ​ມາ​ຈາກ​ເກາະ Jeju (ສ.​ເກົາຫຼີ) ​ໃຫ້​ຮູ້​ວ່າ: ຍອດ​ພູ Fanxipan ຂອງ ຫວຽດນາມ ​ສູງ 3.143m, ສູງ​ກວ່າ​ຍອດ Halla ​ເກືອບ 2 ​ເທົ່າ ເຊິ່ງ​ແມ່ນ​ພູ​ທີ່​ສູງ​ສຸດ​ຂອງ ສ.​ເກົາຫຼີ. ນີ້ເຮັດໃຫ້ພວກເຮົາຕື່ນເຕັ້ນຫຼາຍ".

ທ່ານ Yong Sung Ok ກ່າວ​ວ່າ ຊາວ​ ສ.​ເກົາຫຼີ​ ກໍ່​ມັກພູເຂົາ. ທ່ານເຊື່ອວ່າ ການຂີ່ກະເຊົ້າໄຟຟ້າເພື່ອຊື່ນຊົມທິວທັດຈາກມູູມສູງແມ່ນເປັນປະສົບການທີ່ໜ້າສົນໃຈທີ່ສຸດອັນໜຶ່ງ. ນັກ​ທ່ອງ​ທ່ຽວ ​ສ.​ເກົາ​ຫຼີ​ ໄດ້​ຮັບ​ຄວາມຕື່ນຕະລຶງຕໍ່ສາຍກະເຊົ້າໄຟຟ້າ​ຂ້າມ​ທົ່ງ​ນາຂັ້ນໄດ​ທີ່ງາມຕາເປັນສັນຍະລັກພິເສດ​ຂອງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຫວຽດ​ນາມ ຫຼື​ຂີ່​ລົດ​ໄຟ​ຂ້າມ​ພູ​ແດງຊອດ​ຮ່ອມ​ພູ ເມື່ອງຮວາ ທີ່​ສວຍ​ງາມ, ປຽບ​ຄື​ດັ່ງພາບແຕ້ມຢູ່ ສະວິດເຊີແລນ.

ດ່າ​ນັງ: ​ເປັນ​ເມືອງທີ່ໜ້າຢູ່ທີ່​ສຸດ

ຫວຽດນາມ ແມ່ນຈຸດປາຍທາງທີ່ໄດ້ຮັບການເຂົ້າຄົ້ນຫາ ເເລະ ນິຍົມທີ່ສຸດຂອງນັກທ່ອງທ່ຽວ ສ.ເກົາຫຼີ
ຂົວຄຳ, ດ່ານັງ.

ນັກທ່ອງທ່ຽວ ສ.ເກົາຫຼີ ຕີລາຄາ ດ່ານັງ ເປັນນະຄອນ “ທີ່ໜ້າຢູ່ທີ່ສຸດ” ຢູ່ ຫວຽດນາມ ເພາະເປັນປາຍທາງທີ່ດີທີ່ສຸດ, ເຂົ້າເຖິງໄດ້ງ່າຍ ດ້ວຍລາຄາທີ່ພໍດີ, ຫາດຊາຍທະເລທີ່ສວຍງາມ, ຊິມອາຫານການກິນທີ່ຫຼາກຫຼາຍ ແລະ ມີຣີສອດແຄມທະເລງາມແບບຫຼູຫຼາໃຫ້ເລືອກຫຼາຍແຫ່ງ.

ທ່ານ Yong ກ່າວ​ວ່າ ນະຄອນ ​ດ່າ​ນັງ​ ມີ​ຊື່​ສຽງ​ໃນ​ໝູ່​ຊາວ ສ.​ເກົາຫຼີ ​ເພາະວ່າ​ນະຄອນ​ມີ​ສະຖານ​ທີ່​ດຶງ​ດູດ​ຫຼາຍ​ແຫ່ງ, ພື້ນຖານ​ໂຄງ​ລ່າງ​ການທ່ອງທ່ຽວ​ດີ​ເລີດ, ນອກຈາກ​ສະໜາມ​ບິນ​ທີ່​ສະດວກ​ສະບາຍ ​ແລະ ມີ​ຫຼາຍ​ທາງ​ເລືອກດ້ານ​ໂຮງ​ແຮມ ​ແລະ ຣີສອດ. ນອກ​ນີ້, ອາຫານ​ດ່ານັງ​ ຍັງ​ແມ່ນ​ທ່າແຮງ​ດ້ວຍ​ອາຫານ​ທີ່ຊາວ ​ສ.​ເກົາຫຼີ​ ນິຍົມ.

ຍາຈ່າງ: ເມັດມະນີປະເສີດຂອງທະເລ

ຫວຽດນາມ ແມ່ນຈຸດປາຍທາງທີ່ໄດ້ຮັບການເຂົ້າຄົ້ນຫາ ເເລະ ນິຍົມທີ່ສຸດຂອງນັກທ່ອງທ່ຽວ ສ.ເກົາຫຼີ
ຫາດຊາຍທະເລ ຍາຈ່າງ.

ວາລະສານ​ທ່ອງ​ທ່ຽວ Haps ​ຂອງ ສ.ເກົາຫຼີ ເມື່ອ​ບໍ່​ດົນ​ມາ​ນີ້ ​ໄດ້​ຕີລາຄາ ຍາຈ່າງ ​ເປັນເມັດມະນີປະເສີດຂອງ​ທະ​ເລ​ທີ່​ມີ​ຄວາມ​ສວຍ​ງາມ​ຂອງ​ຫາດ​ຊາຍ​ຂາວ, ນ້ຳ​ທະເລສີຂຽວ​ສະອາດ, ຕົ້ນໝາກພ້າວ​ຂຽວ​ສົດ​ໃສ ​ແລະ ຣີສອດ​ແຄມ​ທະ​ເລທີ່ຫຼູຫຼາ.

Haps ເນັ້ນ​ໜັກ​ວ່າ ບໍ່​ວ່າ​ນັກ​ທ່ອງ​ທ່ຽວ​ຢາກ​ພັກຜ່ອນ​ຢູ່​ຫາດ​ຊາຍ​ທະ​ເລ, ທ່ອງ​ທ່ຽວ​ຢູ່​ໃຕ້​ມະຫາ​ສະໝຸດ, ພະຈົນໄພພື້ນທະເລ, ຫຼືຄົ້ນຫາ​ບັນດາ​ມໍລະດົກ​ວັດທະນະທຳ, ປະຫວັດສາດ​ອັນ​ອຸດົມສົມບູນ, ໄດ້ຊິມ​ອາຫານ​ທີ່​ດຶງດູດ, ຍາຈ່າງ ໝັ້ນໝາຍວ່າຈະນໍາມາເຊິ່ງການພັກຜ່ອນທີ່ສຸດຍອດ ແລະ ເປັນໜ້າຈົດຈຳທີ່ສຸດ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.