ເຊັນບົດບັນທຶກຄວາມເຂົ້າໃຈ ແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ແຂວງຜົ້ງສາລີ

00:00 | 13/12/2023

ຍສໝ - ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາ ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ແລະ ອົງການເພື່ອມະນຸດສະທໍາ ແລະ ການມີສ່ວນຮ່ວມປະຈໍາລາວ ສຳລັບໂຄງການຊ່ວຍເຫລືອ ຜູ້ຖືກເຄາະຮ້າຍແບບ ເຊື່ອມສານ ແລະ ສົ່ງເສີມຄວາມປອດໄພ ຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ແຂວງຜົ້ງສາລີ

ປະເທດລາວ ເລີ່ມຟື້ນຟູຊີວິດການເປັນຢູ່ໃຫ້ປະຊາຊົນ ທີ່ຖືກ ຜົນກະທົບຈາກ ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳອູ 7 ປະເທດລາວ ເລີ່ມຟື້ນຟູຊີວິດການເປັນຢູ່ໃຫ້ປະຊາຊົນ ທີ່ຖືກ ຜົນກະທົບຈາກ ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳອູ 7
ຊຸກຍູ້ຮ່ວມມືລະຫວ່າງບາງທ້ອງຖິ່ນຂອງຫວຽດນາມ ກັບບັນດາແຂວງພາກເໜືອຂອງລາວ ຊຸກຍູ້ຮ່ວມມືລະຫວ່າງບາງທ້ອງຖິ່ນຂອງຫວຽດນາມ ກັບບັນດາແຂວງພາກເໜືອຂອງລາວ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາ ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ແລະ ອົງການເພື່ອມະນຸດສະທໍາ ແລະ ການມີສ່ວນຮ່ວມປະຈໍາລາວ ສຳລັບໂຄງການຊ່ວຍເຫລືອ ຜູ້ຖືກເຄາະຮ້າຍແບບ ເຊື່ອມສານ ແລະ ສົ່ງເສີມຄວາມປອດໄພ ຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ແຂວງຜົ້ງສາລີ ຈັດຂຶ້ນໃນວັນທີ 19 ທັນວາ 2023 ຢູ່ນະຄອນຫລວງວຽງຈັນ ຝ່າຍລາວ ນໍາໂດຍ ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການຄະນະ ກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາ ລະເບີດ ບໍ່ທັນແຕກທີ່ຕົກຄ້າງຢູ່ລາວ, ຝ່າຍຜູ້ໃຫ້ທຶນ ນໍາໂດຍ ທ່ານ ເຣເນຍ ຄາຣາໄບ ຫົວໜ້າອົງການເພື່ອມະນຸດສະທໍາ ແລະ ການມີສ່ວນຮ່ວມປະຈໍາລາວ, ມີຜູ້ຕາງໜ້າຈາກກົມນະໂຍບາຍຜູ້ມີຜົນງານ, ຜູ້ຕາງໜ້າຈາກຫ້ອງວ່າການແຂວງຜົ້ງສາລີ, ຮອງເຈົ້າເມືອງຂວາ ແລະ ເມືອງໃໝ່ ແຂວງຜົ້ງສາລີ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້, ກໍເພື່ອສົ່ງເສີມປະສິດທິພາບວຽກງານແກ້ໄຂບັນ ຫາລະເບີດບໍທັນແຕກ ຜ່ານການຈັດຕັ້ງປະຕິບັດແບບເຊື່ອມສານ ຢູ່ແຂວງຜົ້ງສາລີ ແລະ ປະກອບ ສ່ວນເຂົ້າໃນການພັດທະນາ ແບບຍືນຍົງ ສົ່ງເສີມເສດຖະກິດແບບມີສ່ວນຮ່ວມ ແລະ ສົ່ງເສີມການດໍາລົງຊີວິດທີ່ປອດໄພ ຈາກລະເບີດບໍ່ທັນແຕກທີ່ຕົກຄ້າງໃນລາວ.

ເຊັນບົດບັນທຶກຄວາມເຂົ້າໃຈ ແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ແຂວງຜົ້ງສາລີ

ເຊັນບົດບັນທຶກຄວາມເຂົ້າໃຈ ແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ແຂວງຜົ້ງສາລີ

ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດ ບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ໃຫ້ຮູ້ວ່າ: ລາວ ເປັນປະເທດໜື່ງທີ່ໄດ້ຮັບຜົນກະທົບ ຈາກລະເບີດບໍ່ທັນແຕກໜັກກວ່າປະເທດອື່ນໆ ຖ້າທຽບໃສ່ຈໍານວນປະຊາກອນ ເນື່ອງຈາກໃນລະຫວ່າງສົງຄາມອິນດູຈີນ ແຕ່ປີ 1964-1973 ໄດ້ມີເຮືອບິນ ນໍາເອົາລະເບີດ ມາຖິ້ມໃສ່ດິນແດນຂອງລາວ ຈໍານວນ 580.000 ຖ້ຽວ, ຕະຫລອດ ເວລາ 9 ປີ ແລະ ມີລະເບີດຖິ້ມໃສ່ 270 ລ້ານໜ່ວຍ. ໃນນັ້ນ, ບົມໃຫຍ່ປະມານ 4 ລ້ານໜ່ວຍ, ຄາດວ່າ 30% ຍັງເປັນ ລະເບີດຕົກຄ້າງ ເຊິ່ງເປັນໄພອັນ ຕະລາຍ ແລະ ສົ່ງຜົນກະທົບຢ່າງໜັກ ຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ ແລະ ການສ້າງສາພັດທະນາປະເທດຊາດ. ໃນນັ້ນ ແຂວງຜົ້ງສາລີ ກໍແມ່ນແຂວງໜຶ່ງ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນີ້.

ນັບແຕ່ປີ 1975 ມາຮອດປັດຈຸບັນ, ປະຊາຊົນລາວ ໄດ້ຮັບເຄາຮ້າຍຈາກລູກລະເບີດເຫລົ່ານີ້ ປະມານ 19.250 ຄົນ, ມີຜູ້ໄດ້ຮັບບາດເຈັບ 9.347 ຄົນ, ເສຍຊີວິດ 9.797 ຄົນ, ນັບແຕ່ປີ 2008 ມາຮອດປັດຈຸບັນ, ແຂວງຜົ້ງສາລີ ມີອຸບັດເຫດເກີດຂຶ້ນຍ້ອນລະເບີດຕົກຄ້າງ 25 ກໍລະນີ, ມີຜູ້ຖືກເຄາະຮ້າຍທັງໝົດ 31 ຄົນ, ໄດ້ຮັບບາດເຈັບ 15 ຄົນ ​ແລະ ເສຍຊີວິດ 16 ຄົນ.

ໂຄງການຊ່ວຍເຫລືອ ຜູ້ຖືກເຄາະຮ້າຍແບບເຊື່ອມສານ ແລະ ສົ່ງເສີມຄວາມປອດໄພ ຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ແຂວງຜົ້ງສາລີ ໄດ້ຮັບທຶນສະໜັບສະໜູນ ຈາກກະຊວງການຕ່າງປະເທດ ນອກແວ ໃນມູນຄ່າ 618.750 ເອິໂຣ, ໄລຍະເວລາຈັດຕັ້ງປະຕິບັດນັບແຕ່ນີ້ ໄປຈົນຮອດວັນທີ 31 ທັນວາ 2024.

ຄຳຮຸ່ງ

ເຫດການ