ເປີດກາລະໂອກາດຮ່ວມມືລະຫວ່າງແຂວງ ກອນຕູມ ກັບບັນດາທ້ອງຖິ່ນ ແລະ ຄູ່ຮ່ວມມືຂອງ ອິນເດຍ

16:08 | 15/11/2023

ຍສໝ - ວັນ​ທີ 8 ພະຈິກ​ນີ້, ໂດຍ​ໄດ້ແລກປ່ຽນຢູ່​ທີ່​ການ​ເຮັດ​ວຽກ​ກັບ​ທ່ານ Madan Mohan Sethi - ກົງສຸນ​ໃຫຍ່​ອິນ​ເດຍ ປະຈຳ​ນະຄອນ​ໂຮ່ຈິ​ມິນ ​ເນື່ອງໃນໂອກາດການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ກອນຕູມ. ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຫງວຽນ​ງອກ​ເຊິມ ຫວັງ​ວ່າ ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ຈະ​ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ເປີດ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ລະ​ຫວ່າງ​ແຂວງ ກອນຕູມ ກັບ​ບັນ​ດາ​ທ້ອງ​ຖິ່ນ ແລະ ຄູ່​ຮ່ວມ​ມື​ຂອງ ອິນ​ເດຍ.

ພິທີສະເຫລີມສະຫລອງຄູ່ຮ່ວມພັດທະນາ ລະຫວ່າງ ອິນເດຍ ແລະ ສປປ ລາວ ພິທີສະເຫລີມສະຫລອງຄູ່ຮ່ວມພັດທະນາ ລະຫວ່າງ ອິນເດຍ ແລະ ສປປ ລາວ
ກອນຕູມ ແລະ ອັດຕະປື ສົມທົບກັນຊອກຫາ, ທ້ອນໂຮມອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົມຄາມຢູ່ລາວ ກັບຄືນເມືອປະເທດ ກອນຕູມ ແລະ ອັດຕະປື ສົມທົບກັນຊອກຫາ, ທ້ອນໂຮມອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົມຄາມຢູ່ລາວ ກັບຄືນເມືອປະເທດ

ທີ່​ການ​ພົບ​ປະ​ເຮັດວຽກກັບ​ແຂວງ ກອນ​ຕູມ, ທ່ານ Madan Mohan Sethi - ​ກົງສຸນ​ໃຫຍ່ອິນ​ເດຍ ປະຈຳ​ນະຄອນ​ໂຮ່ຈີ​ມິນ ປາດ​ຖະໜາ​ຢາກ​ເຊື່ອມ​ຕໍ່​ການທ່ອງທ່ຽວ​ແຂວງ ກອນ​ຕູມ ກັບ​ບັນດາ​ບໍລິສັດ​ທ່ອງ​ທ່ຽວ ອິນ​ເດຍ ​ເພື່ອ​ແນ​ໃສ່​ຊຸກຍູ້​ໂຄສະນາການທ່ອງທ່ຽວ​ຂອງ​ແຂວງ ກໍ່​ຄື​ຊຸກຍູ້​ບັນດາ​ນັກ​ທ່ອງ​ທ່ຽວ ອິນ​ເດຍ ມາທ່ອງທ່ຽວທີ່ແຂວງ ກອນ​ຕູມ.

ເປີດກາລະໂອກາດຮ່ວມມືລະຫວ່າງແຂວງ ກອນຕູມ ກັບບັນດາທ້ອງຖິ່ນ ແລະ ຄູ່ຮ່ວມມືຂອງ ອິນເດຍ
ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຫງວຽນ​ງອກ​ເຊິມ ແລະ ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ໄດ້​ຮັບ​ຕ້ອນ​ທ່ານ Madan Mohan Sethi - ກົງ​ສຸນ​ໃຫຍ່ອິນ​ເດຍ ປະ​ຈຳ​ນະ​ຄອນໂຮ່​ຈິ​ມິນ - (ພາບ: ຫງວຽນ​ຮ່​ຽບ/kontum.gov.vn).

ນອກຈາກນັ້ນ, ທ່ານກົງສຸນໃຫຍ່ ກໍ່ໄດ້ສະເໜີໃຫ້ແຂວງ ກອນຕູມ ແຕ່ງຄະນະສະແດງສິລະປະ, ນັກສິລະປິນໄປອິນເດຍ ເພື່ອແລກປ່ຽນການສະແດງ ແລະ ເຜີຍແຜ່ວັດທະນະທຳ ໂກງຈ່ຽງ ຂອງແຂວງ ກອນຕູມ. ພ້ອມ​ກັນ​ນັ້ນ, ກໍ່ໜູນ​ຊ່ວຍ​ບັນດາ​ທ້ອງ​ຖິ່ນ​ໃນວຽກງານ​ບຳລຸງ​ສ້າງ​ແຫຼ່ງຊັຍພະຍາກອນມະນຸດ​​ກ່ຽວກັບ​ຄູ​ອາຈານ ​ແລະ ແພດໝໍ​ເພື່ອ​ຍົກ​ສູງລະດັບວິຊາສະເພາະ ​ແລະ ຄວາມ​ສາມາດ​ດ້ານ​ວິຊາ​ຊີບ.

ໂດຍແລກປ່ຽນທີ່​ກອງ​ປະຊຸມ, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຫງວຽນ​ງອກເຊິມ ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ຄັ້ງ​ທີ 3 ທີ່ທ່ານ​ກົງ​ສຸນ​ໃຫຍ່​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ກອນ​ຕູມ, ພາຍຫຼັງ​ການ​ຢ້ຽມຢາມ​ແຂວງ ກອນ​ຕູມ ​ໃນ​ເດືອນມີນາ ປີ 2023. ພ້ອມ​ກັນ​ນັ້ນ, ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ການ​ຢ້ຽມຢາມ​ຄັ້ງ​ນີ້​ຈະ​ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ​ເປີດ​ກາລະ​ໂອກາດ​ຮ່ວມ​ມື​ລະຫວ່າງ​ແຂວງ ກອນ​ຕູມ ກັບ​ບັນດາ​ທ້ອງ​ຖິ່ນ ​ແລະ ຄູ່​ຮ່ວມ​ມື​ຂອງ ອິນ​ເດຍ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຕາມ​ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ, ຄາດ​ວ່າ​ໃນ​ປີ 2024, ຄະນະ​ປະຕິບັດ​ງານ​ແຂວງ ກອນ​ຕູມ ຈະໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ອິນ​ເດຍ, ຫວັງ​ວ່າ​ທ່ານກົງ​ສຸນ​ໃຫຍ່ ຈະ​ເປັນ​ຂົວ​ຕໍ່ ​ແລະ ໜູນ​ຊ່ວຍ​ໃຫ້​ຄະນະ​ເຮັດ​ວຽກ​ເຊື່ອມ​ຕໍ່ກ່ຽວ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ອິນ​ເດຍ ​ເພື່ອ​ແນ​ໃສ່​ຊຸກຍູ້​ການໂຄສະນາພາບພົດ ​ແລະ ຄວາມສາມາດບົ່ມຊ້ອນທີ່ທີທ່າດີຂອງ​ທ້ອງ​ຖິ່ນ ​ແລະ ​ໃນ​ເບື້ອງ​ຕົ້ນ ຊຸກຍູ້​ການ​ພົວພັນ​ກັບ​ບັນດາ​ທ້ອງ​ຖິ່ນ ​ແລະ ບັນດາ​ຄູ່​ຮ່ວມ​ມືຂອງອິນເດຍ ​ທີ່​ມີ​ເງື່ອນ​ໄຂ​ຄ້າຍຄື​ກັນ​ໃນ​ການ​ຮ່ວມ​ມື​ພັດທະນາ.

ດີງເລື້ອງ

ທ່ານອາດຈະມັກ

302 Found

Found

The document has moved here.