ແນະນຳຄວາມສວຍງາມຂອງອ່າວຮ່າລອງ ໃຫ້ແກ່ຊາວ ເນປານ

00:00 | 14/12/2023

ຍສໝ - ທ່ານ Rabinndra Adhikari, ກຳມະການ​ຄະນະບໍລິຫານງານສູນ​ກາງ​ພັກ​ກອມ​ມູນິດ​ ເນ​ປານ ​​ເອກະ​ພາບ Marxist-Leninist (CPN-UML), ປະທານ​ສະພາ​ສັນຕິພາບ ​ແລະ ສາມັກຄີ​​ ເນ​ປານ (NPSC) ໃຫ້ຮູ້ທີ່​ການ​ພົບ​ປະ​ກັບ​ທ່ານ ຮວ່າງດຶກແຮ້ງ, ຮອງ​ປະທານ​ປະຈຳຄະນະກຳມະການແນວໂຮມປະເທດຊາດແຂວງ ກວາງ​ນິງ, ຮອງ​ປະທານຜູ້ປະຈຳການສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ກວາງ​ນິງ ໃນ​ວັນ​ທີ 13 ທັນວາ ຢູ່ ກວາງ​ນິງ.

ມອບຂອງຂວັນຂອງພຸດທະສາສະນິກກະຊົນຫວຽດນາມ ໜູນຊ່ວຍປະຊາຊົນອິນເດຍ ແລະ ເນປານ ຕ້ານໂລກລະບາດໂຄວິດ-19 ມອບຂອງຂວັນຂອງພຸດທະສາສະນິກກະຊົນຫວຽດນາມ ໜູນຊ່ວຍປະຊາຊົນອິນເດຍ ແລະ ເນປານ ຕ້ານໂລກລະບາດໂຄວິດ-19
ຫວຽດນາມ - ເນປານ ອອກຖະແຫຼງການຮ່ວມ ຫວຽດນາມ - ເນປານ ອອກຖະແຫຼງການຮ່ວມ

ທ່ານ Rabinndra Adhikar ໃຫ້ຮູ້ວ່າ ການຮູ້ຈັກເຖິງຄວາມງາມຂອງອ່າວຮ່າລອງ ຈະປະກອບສ່ວນຊຸກຍູ້ບັນດາວິສາຫະກິດ ແລະ ປະຊາຊົນ ເນປານ ໄປ ຫວຽດນາມ, ໄປ ກວາງນິງ ເພື່ອໄປທ່ອງທ່ຽວ, ພັກຜ່ອນ ແລະ ຊອກຫາກາລະໂອກາດລົງທຶນ.

ທ່ານ Rabinndra Adhikar ປາດ​ຖະໜາ​ຢາກ​ໃຫ້ ຫວຽດນາມ ​ແລະ ​ເນ​ປານ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື: ການທ່ອງທ່ຽວ, ການ​ຄ້າ, ການ​ລົງທຶນ, ການ​ສຶກສາບຳລຸງ​ສ້າງ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ; ​ຢາສະໝູນໄພ... ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ ຈະ​ສ້າງ​ກາລະ​ໂອກາດໃນການ​ສ້າງສາ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ຫວຽດນາມ ​ແລະ ​ເນ​ປານ.

ແນະນຳຄວາມສວຍງາມຂອງອ່າວຮ່າລອງ ໃຫ້ແກ່ຊາວ ເນປານ

ບັນດາຜູ້ແທນໄດ້ຖ່າຍຮູບທີ່ລະນຶກທີ່ການຕ້ອນຮັບ.

ທີ່​ການ​ພົບ​ປະ, ທ່ານ ຮ່ວາງ​ດຶກ​ແຮ້ງ ໄດ້​ແຈ້ງ​ໃຫ້​ຄະນະ​ຜູ້​ແທນ​ຊາບ​ກ່ຽວ​ກັບ​ສະພາບ​ເສດຖະກິດ - ສັງຄົມ, ບັນດາຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າໄດ້ປຽບ​ໃນ​ຂົງ​ເຂດ​ຕ່າງໆ, ພິ​ເສດ​ແມ່ນ​ການທ່ອງທ່ຽວ - ຂະ​ແໜງ​ເສດຖະກິດ​ ຖືກ​ກຳນົດ​ວ່າ​ ແມ່ນປາຍແຫຼມ​ຂອງ​ແຂວງ ກວາງ​ນິງ. 2 ຝ່າຍ​ໄດ້​ເຫັນ​ດີ​ເປັນເອກະພາບ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ມິງດຶກ

ເຫດການ
302 Found

Found

The document has moved here.