ຫວຽດນາມ - ເນປານ ອອກຖະແຫຼງການຮ່ວມ

13:57 | 13/05/2019

ຍສໝ - ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມຢ່າງເປັນທາງການໃນລະຫວ່າງແຕ່ວັນທີ 9 – 13 ພຶດສະພາ 2019 ຂອງທ່ານນາຍົກລັດຖະມົນຕີ ເນປານ Prasad Sharma Oli ຕາມຄໍາເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ວັນທີ 11 ພຶດສະພາ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມ.

ຫວຽດນາມ - ເນປານ ອອກຖະແຫຼງການຮ່ວມ

ທ່ານນາຍົກລັດຖະມົນຕີ ເນປານ Prasad Sharma Oli ແລະ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ.

ນາຍົກລັດຖະມົນຕີທັງສອງທ່ານເຫັນດີພິຈາລະນາບັນດາຂໍ້ສະເໜີແນະກ່ຽວກັບການສໍາຜັດຕະຫຼາດໃຫ້ແກ່ບັນດາຜະລິດຕະພັນກະເສດທີ່ຕ່າງຝ່າຍຕ່າງມີທ່າແຮງ, ຊຸກຍູ້ການແລກປ່ຽນຂໍ້ມູນຂ່າວສານ ແລະ ຮ່ວມມືຄົ້ນຄວ້າວິທະຍາສາດ ແລະ ເຕັກນິກກະສິກໍາ, ເປີດກວ້າງການແລກປ່ຽນນັກຊ່ຽນຊານກະສິກໍາ.

ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນ ແລະ ຮ່ວມມືໃນຂົງເຂດວັດທະນະທໍາ, ການທ່ອງທ່ຽວ, ພົບປະແລກປ່ຽນປະຊາຊົນ ພ້ອມທັງເນັ້ນໜັກເຖິງຄວາມຕ້ອງການສ້າງສາຍການບິນໂດຍກົງ ແລະ ມອບໃຫ້ກະຊວງຄົມມະນາຄົມຂົນສົ່ງສອງປະເທດພິຈາລະນາຄວາມອາດສາມາດລົງນາມໃນສັນຍາການບໍລິການທາງການບິນ.

ຫວຽດນາມ - ເນປານ ໄດ້ອອກຖະແຫຼງການຮ່ວມເຊິ່ງໄດ້ຊີ້ແຈ້ງວ່າ: ການນໍາສອງປະເທດຕີລາຄາວ່າການຮ່ວມມືດ້ານເສດຖະກິດ - ການຄ້າສອງຝ່າຍຍັງຕໍ່າເມື່ອທຽບໃສ່ຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະປະເທດ. ດັ່ງນັ້ນ, ບັນດາກະຊວງ, ຂະແໜງການກ່ຽວຂ້ອງ ຕ້ອງຄົ້ນຄວ້າສ້າງຕັ້ງບັນດາກົນໄກຮ່ວມມືດ້ານເສດຖະກິດ, ການຄ້າ, ສົ່ງເສີມບັນດາວິສາຫະກິດສອງປະເທດສໍາຫຼວດຕະຫຼາດ, ເຂົ້າຮ່ວມບັນດາການເຄື່ອນໄຫວເຊື່ອມຕໍ່ການແລກປ່ຽນການຄ້າ, ໂດຍສະເພາະແມ່ນໃນບັນດາຂົງເຂດຄື: ເຄື່ອງໄຟຟ້າ, ກາເຟ, ຊາ, ສິນໃນນໍ້າ... ຊອກຫາໂອກາດຮ່ວມມືໃນບັນດາຂົງເຂດໃໝ່ເປັນຕົ້ນຄື: ພະລັງງານ, ພະລັງງານຜະລິດຄືນໃໝ່, ກະສິກໍາໝູນໃຊ້ເຕັກໂນໂລຢີສູງ, ການທ່ອງທ່ຽວ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.