ສະເໜີສ້າງຕັ້ງສູນເຊື່ອມຕໍ່ການຄ້າສາກົນ ລະຫວ່າງ ຫວຽດນາມ ແລະ ບຣາຊິນ ແລະ ບັນດາປະເທດທະວີບອາເມລິກາ | |
ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ ແລະ ບຣາຊິນ |
ທ່ານນາງ Luciana Santos ລັດຖະມົນຕີກະຊວງວິທະຍາສາດ, ເຕັກໂນໂລຊີ ແລະການປ່ຽນແປງໃໝ່ ບຣາຊິນ ມີການຢ້ຽມຢາມຫວຽດນາມ ແຕ່ວັນທີ 27 ຫາວັນທີ 30 ພະຈິກ. ໂອກາດນີ້, ທ່ານນາງ Luciana Santos ໄດ້ມີບົດຂຽນກ່ຽວກັບການຮ່ວມມືສອງຝ່າຍໃນຂົງເຂດວິທະສາຍາດ, ເຕັກໂນໂລຊີ ແລະນະວັດຕະກຳ.
ບັນດາປະເທດທີ່ມາຈາກຊີກໂລກໃຕ້ ໄດ້ຢັ້ງຢືນຄໍາໝັ້ນສັນຍາຕໍ່ສັນຕິພາບ, ລັດທິຫຼາຍຝ່າຍ, ການພັດທະນາແບບຍືນຍົງ ແລະຕ້ານໄພອຶດຫິວ. ບຣາຊິນ ແລະ ຫວຽດນາມ ສະເຫຼີມສະຫຼອງ 35 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ໃນປີ 2024 ດ້ວຍການເລີ່ມການຮ່ວມມືສອງຝ່າຍຄືນໃໝ່. ບາດກ້າວທໍາອິດທີ່ໄດ້ປະຕິບັດແມ່ນການຢ້ຽມຢາມບຣາຊິນ ຂອງ ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ໃນເດືອນກັນຍາ ປີ 2023.
![]() |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ເຂົ້າຮ່ວມການໂອ້ລົມສົນທະນາກັບວິສາຫະກິດ ບຣາຊິນ ໃນການຢ້ຽມຢາມບຣາຊິນ ໃນເດືອນກັນຍາ ປີ 2023. ພາບ: ສໍານັກຂ່າວສານຫວຽດນາມ. |
ຄວາມກ້າວໜ້າທາງດ້ານເສດຖະກິດ ແລະສັງຄົມຂອງຫວຽດນາມ ໃນທົດສະວັດຜ່ານມາແມ່ນມີຄວາມປະທັບໃຈທີ່ສຸດ. ດ້ວຍພົນລະເມືອງ 100 ລ້ານຄົນ ແລະມີລະດັບເຕີບໂຕເສດຖະກິດຢ່າງເຂັ້ມແຂງ, ຫວຽດນາມ ມີບັນດາເປົ້າໝາຍ ແລະສິ່ງທ້າທາຍຄ້າຍຄືກັນກັບ ບຣາຊິນ. ສິ່ງນີ້ໄດ້ປະກອບສ່ວນຊຸກຍູ້ການກະທໍາລວມລະຫວ່າງສອງປະເທດ ກ່ຽວກັບບັນດາຫົວຂໍ້ທີ່ໄດ້ຮັບຄວາມສົນໃຈໃນເວທີສາກົນ.
ສະພາບພູມສາດການເມືອງ ໄດ້ກໍ່ໃຫ້ເກີດວິກິດການທີ່ມີລັກສະນະແຕກຕ່າງກັນ, ເປັນຕົ້ນແມ່ນການປະທະກັນຢູ່ພາກພື້ນ, ປະກົດການສະພາບອາກາດທີ່ຮ້າຍແຮງ, ສະພາບສຸກເສີນກ່ຽວກັບບັນຫາສຸຂະພາບ ແລະຂາດຄວາມໝັ້ນຄົງດ້ານສະບຽງອາຫານ.
ສະພາບການດັ່ງກ່າວນັ້ນ ຮຽກຮ້ອງໃຫ້ສາກົນຕ້ອງເພີ່ມທະວີການຮ່ວມມື. ຍ້ອນສະພາບການທີ່ສັບສົນນີ້, ບຣາຊິນ ໄດ້ມີການກະທໍາຕົວຈິງເພື່ອປັບປຸງການພົວພັນທີ່ເປັນມູນເຊື້ອ ແລະຊອກຫາການພົວພັນຄູ່ຮ່ວມມືໃໝ່.
![]() |
ທ່ານນາງ Luciana Santos ລັດຖະມົນຕີກະຊວງວິທະຍາສາດ, ເຕັກໂນໂນຊີ ແລະການປ່ຽນແປງໃໝ່ ບຣາຊິນ. ພາບ: camara.leg.br |
ລັດຖະບານຂອງປະທານາທິບໍດີ Lula ຖືວ່າ ໜຶ່ງໃນບັນດາເສົາຄໍ້າຂອງການພົວພັນ ບຣາຊິນ - ຫວຽດນາມ ແມ່ນການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະການປ່ຽນແປງໃໝ່, ບ່ອນທີ່ພວກເຮົາເຫັນວ່າມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ. ໃນຂົງເຂດນີ້, ພວກເຮົາມີແງ່ຫວັງຊຸກຍູ້ບັນດາຂໍ້ລິເລີ່ມລວມກ່ຽວກັບການຫັນເປັນດີຈີຕອນ, ທາດເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, ພະລັງງານທົດແທນ ແລະສະພາບແວດລ້ອມແຫ່ງການປ່ຽນແປງໃໝ່, ສຸມໃສ່ບໍລິສັດເລີ່ມດໍາເນີນທຸລະກິດ.
ບຣາຊິນ ຜັັນຂະຫຍາຍບັນດາການກະທໍາ ເພື່ອເປັນເຈົ້າຄວາມຮູ້ດ້ານວິທະຍາສາດ, ເຕັກໂນໂລຊີ ແລະສະມັດຕະພາບ. ຢູ່ໃນໂລກມີໜ້ອຍປະເທດທີ່ສຸດທີ່ມີນະໂຍບາຍລະອຽດທີ່ເອົາໃຈໃສ່ຂົງເຂດຍຸດທະສາດເປັນພິເສດຄື ທາດເຄິ່ງຊັກນໍາໄຟຟ້າ. ເພື່ອບັນລຸເປົ້າໝາຍນີ້, ລັດຖະບານຂອງພວກຂ້າພະເຈົ້າ ພວມລົງທຶນໃສ່ການຟື້ນຟູສູນເຕັກໂນໂລຊີເອເລັກໂຕນິກທີ່ກ້າວໜ້າແຫ່ງຊາດ S.A-Ceitec, ອົງການພັດທະນາ ແລະຜະລິດ Chip ສາທາລະນະ, ດ້ວຍເປົ້າໝາຍຟື້ນຟູຊ່ອງວ່າງກ່ຽວກັບການຜະລິດ ແລະເຕັກໂນໂລຊີ.
ຕາມທ່າອ່ຽງນີ້, ການຮ່ວມມືກັບຫວຽດນາມ ສາມາດສ້າງໂອກາດໃຫ້ແກ່ສອງປະເທດ ຊອກຫາໂອກາດ ແລະບົດບາດໃນລະບົບອາໄຫຼ່ເຄິ່ງຊັກນຳໄຟຟ້າ ແລະອາໄຫຼ່ທີ່ກ້າວໜ້າລະດັບທົ່ວໂລກ.
ນີ້ແມ່ນເປົ້າໝາຍການຢ້ຽມຢາມຫວຽດນາມ ຂອງຂ້າພະເຈົ້າ, ເພື່ອໃຫ້ມີໂອກາດໄດ້ພົບປະກັບອົງການຕ່າງໆຂອງລັດຖະບານ, ອົງການວິຊາການ, ຄົ້ນຄວ້າ ແລະເຂດເຕັກໂນໂລຊີ. ພວກຂ້າພະເຈົ້າ ຢາກຂຸດຄົ້ນການຮ່ວມມືສາກົນ, ວິທະຍາສາດ ແລະການປ່ຽນແປງໃໝ່ເພື່ອແກ້ໄຂສິ່ງທ້າທາຍໃຫຍ່ຂອງປະເທດ ແລະທົ່ວໂລກ, ພ້ອມທັງຊຸກຍູ້ການຖ່າຍທອດເຕັກໂນໂລຊີສູງໃຫ້ແກ່ບັນດາປະເທດ ພວມພັດທະນາອື່ນ.
ພວກຂ້າພະເຈົ້າເຂົ້າໃຈວ່າ ພວກເຮົາຈະສາມາດບັນລຸໄດ້ສັນຕິພາບ ແລະວັດທະນາຖາວອນ ຖ້າສາມາດຫຼຸດຜ່ອນຄວາມບໍ່ສົມສ່ວນໃນທົ່ວໂລກ ໃນການເຂົ້າເຖິງວິທະຍາສາດ, ເຕັກໂນໂລຊີ ແລະການປ່ຽນແປງໃໝ່, ເພື່ອໃຫ້ມວນມະນຸດສາມາດຮັບຮູ້ໄດ້ເຖິງຜົນປະໂຫຍດ.

ບູນມີ
ຂ່າວທີ່ກ່ຽວຂ້ອງ

ເພື່ອນມິດສາກົນສະເໜີຄວາມເຫັນເພື່ອຊ່ວຍຫວຽດນາມພັດທະນາເສດຖະກິດ ແລະ ການຄ້າ Halal

ຈິດໃຈຮ່ວມມື, ຮັກສາສັນຕິພາບ ແມ່ນຊັບສິນອັນລ້ຳຄ່າຂອງຊາວຫວຽດນາມ ແລະ ອາເມລິກາ

ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ເອທິໂອປີ
ທ່ານອາດຈະມັກ

ຈຳໜ່າຍປຶ້ມບັນທຶກຄວາມຊົງຈຳ“ຄອບຄົວ, ເພື່ອນມິດ ແລະ ປະເທດ” ຂອງອະດີດຮອງປະທານປະເທດ ຫງວຽນທິບິ່ງ

ຫວຽດນາມ-ລາວ ສາມັກຄີສະໜິດຕິດພັນ, ໜູນຊາວຍເຊິ່ງກັນ ແລະກັນ ເພື່ອພ້ອມກັນພັດທະນາ

ພົບປະແລກປ່ຽນມິດຕະພາບ ຫວຽດນາມ - ກູບາ ເພື່ອສະເຫຼີມສະຫຼອງ 64 ປີແຫ່ງວັນໄຊຊະນະ Giron

ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ເຮັດວຽກກັບນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

ອາຊຽນ ແລະ ບົດເລກໂຈດພາສີ ອາເມລິກາ: ການຕອບສະໜອງທີ່ຄ່ອງຕົວໃນສະພາບການໂລກ
