ງານພົບປະມິດຕະພາບທີ່ອົບອຸ່ນ ທີ່ນະຄອນຫຼວງວຽງຈັນ - ສປປ ລາວ

00:00 | 08/12/2023

ຍສໝ - ໂດຍສືບຕໍ່ຜົນສຳເລັດຂອງລາຍການພົບປະອະດີດນັກຮຽນ ແລະ ຄູອາຈານ ໂຮງຮຽນມິດຕະພາບ T78 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 6 ທັນວາ 2023 ທີ່ນະຄອນຫຼວງວຽງຈັນ, ໃນວັນທີ 7 ແລະ 8 ທັນວາ 2023, ຄະນະຜູ້ແທນ ຄູອາຈານ ໂຮງຮຽນ ມິດຕະພາບ T78 ມີຄວາມຄວາມປິຕິຊົມຊື່ນ ຈາກການຕ້ອນຮັບອັນອົບອຸ່ນ ຂອງບັນດາການນຳຂັ້ນສູງ ຂອງ ສປປ ລາວ.

ລົງມືກໍ່ສ້າງສໍານັກງານພະແນກຍຸຕິທໍາ ແລະອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ລົງມືກໍ່ສ້າງສໍານັກງານພະແນກຍຸຕິທໍາ ແລະອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ
ນະຄອນຫຼວງຮ່າໂນ້ຍ ແລະນະຄອນຫຼວງວຽງຈັນ ເປັນແບບຢ່າງໃນການຮ່ວມມື, ເພື່ອສົມກັບຂອບຂະໜາດຂອງການພົວພັນແບບພິເສດຫວຽດນາມ-ລາວ ນະຄອນຫຼວງຮ່າໂນ້ຍ ແລະນະຄອນຫຼວງວຽງຈັນ ເປັນແບບຢ່າງໃນການຮ່ວມມື, ເພື່ອສົມກັບຂອບຂະໜາດຂອງການພົວພັນແບບພິເສດຫວຽດນາມ-ລາວ

ທີ່​ການ​ພົບ​ປະ, ທ່ານພົນເອກ ຈັນ​ສະໝອນ ຈັນ​ຍາ​ລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ໄດ້​ຕ້ອນຮັບ​ບັນດາ​ຄູ​ອາຈານ​ມາ​ຢ້ຽມຢາມ​ນະຄອນຫຼວງ​ວຽງ​ຈັນ. ສະຫາຍ ໄດ້ແບ່ງປັນຄວາມຊົງຈຳທີ່ບໍ່ອາດລືມໃນໄລຍະຢູ່ ຫວຽດນາມ ຄາວນັ້ນ, ເມື່ອຮຽນຢູ່ ເຟືອງທິງ (ຕາມໂນງ), ວັນເວລາທີ່ຫຍຸ້ງຍາກ, ລຳບາກ ແຕ່ເຕັມໄປດ້ວຍຄວາມອົບອຸ່ນລະຫວ່າງຄູອາຈານ ແລະ ນັກຮຽນ. ​ໃນ​ບັນຍາກາດ​ການ​ພົບ​ປະ, ບັນດາສະຫຍາຍການ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ​ທີ່​ເປັນ​ອະດີດ​ນັກຮຽນ​ສາກົນ​ທີ່​ຮ່ຳຮຽນ​ຢູ່​ຫວຽດນາມ ​ໄດ້​ສະ​ແດງ​ຄວາມ​ລະນຶກ​ເຖິງ ​ແລະ ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ​ໂດຍ​ສະ​ເພາະ​ບັນດາ​ຄູ​ອາຈານ​ຂອງ​ໂຮງຮຽນ​ມິດຕະພາບ T78 ທີ່ໃຫ້ຄວາມຮັກແພງ ແລະ ຊ່ວຍເຫຼືອຫຼາຍຢ່າງໃຫ້ແກ່ນັກສຶກສາຕ່າງປະເທດລາວ.

ຄະນະ​ຄູ​ອາຈານ​ຂອງ​ໂຮງຮຽນ ມິດຕະພາບ T78 ​ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງ​ຢ່າງສົມກຽດຈາກ ທ່ານ ​ສະຫາຍ ຈັນ​ສະໝອນ ຈັນ​ຍາ​ລາດ.ບັນດາການຮ້ອງເພງ, ຟ້ອນລຳວົງ, ການຈັບມືທີ່ອົບອຸ່ນ ແລະ ມີຄວາມໝາຍເຮັດໃຫ້ການພົບປະເຕັມໄປດ້ວຍຄວາມຮັກແພງລະຫວ່າງນັກສຶກສາຕ່າງປະເທດ ແລະ ຄູອາຈານ.

ງານພົບປະມິດຕະພາບທີ່ອົບອຸ່ນ ທີ່ນະຄອນຫຼວງວຽງຈັນ - ສປປ ລາວ
ງານພົບປະມິດຕະພາບທີ່ອົບອຸ່ນ ຢູ່ນະຄອນຫຼວງວຽງຈັນ - ສປປ ລາວ

​ເນື່ອງ​ໃນ​ໂອກາດ​ຕ້ອນຮັບ​ບັນດາ​ຄູ​ອາຈານ​ທີ່​ນະຄອນຫຼວງ​ວຽງ​ຈັນ, ສະຫາຍ ຈະເລີນ ເຢຍ​ປາວເຮີ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ບັນດາ​ຄູ​ອາຈານ​ຂອງ​ໂຮງຮຽນມິດຕະພາບ T78 ທີ່​ບໍ່​ຢ້ານ​ກົວ​ຕໍ່​ຄວາມ​ຫຍຸ້ງຍາກ​ລຳບາກ, ​ແບ່ງປັນ​ອາຫານ​ການ​ຊ່ວຍ​ເຫຼືອ​ນັກຮຽນ​ລາວ​ຫຼາຍ​ລຸ້ນຄົນທີ່ມາຮຽນຢູ່ຫວຽດນາມ. ສຳລັບຄອບຄົວຂອງສະຫາຍ, ຄວາມຜູກພັນກໍ່ຍິ່ງພິເສດໄປກວ່ານັ້ນ, ມາຮອດປັດຈຸບັນໄດ້ມີລູກ ແລະ ຫລານ 20 ຄົນຮຽນຢູ່ໂຮງຮຽນມິດຕະພາບ T78. ພ້ອມທັງຢືນຢັນວ່າ: ໃນສະພາບການປະຈຸບັນ, ການສຶກສາແມ່ນພື້ນຖານອັນສຳຄັນ ປະກອບສ່ວນເຜີຍແຜ່, ໂຄສະນາໃຫ້ລຸ້ນໜຸ່ມກ່ຽວກັບການພົວພັນແບບພິເສດ ຫວຽດນາມ - ລາວ. ທ່ານ​ເຊື່ອ​ໝັ້ນ​ວ່າ ໂຮງຮຽນ​ມິດຕະພາບ T78 ໄດ້ ​ແລະ ຈະ​ສືບ​ຕໍ່​ເຮັດ​ວຽກ​ງານ​ທີ່​ສູງ​ສົ່ງ​ນັ້ນ​ໃຫ້​ເປັນຢ່າງດີ.

ກອງ​ປະ​ຊຸມ​ໄດ້​ດຳ​ເນີນ​ໄປ​ໃນ​ເວ​ລາ​ສັ້ນ, ແຕ່​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ, ຄວາມຕື້ນຕັນໃຈ ແລະ ຄວາມ​ຄິດ​ເຖິງ. ການ​ຮ້ອງ​ເພງ, ສຽງແຄນ, ສຽງ​ຕົບມື​ທີ່​ສາມັກຄີ ​ໄດ້​ລົບ​​ຊ່ອງ​ຫວ່າງ, ພາສາ, ສະຖານະ... ​ມີພຽງ​ແຕ່​ຄວາມ​ອົບ​ອຸ່ນ, ລຽບ​ງ່າຍ, ​ແຕ່​ມີ​ຄວາມ​ສັກສິດ ​ແລະ ​ເຊື່ອມ​ໂຍງ.

ບັນດາ​ຈຸດ​ເວລາ​ພົບ​ປະ​ດັ່ງກ່າວ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ ​ໃນ​ໃຈ​ຂອງ​ທຸກ​ຄົນ​ບໍ່​ວ່າ​ຫວຽດນາມ ຫລື ລາວ, ຍາມ​ໃດ​ກໍ​ຈົດ​ຈຳ ​ແລະ ຕີ​ລາຄາ​ສູງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ພິ​ເສດ​ລະຫວ່າງ​ລາວ-ຫວຽດນາມ ​ເຊິ່ງ​ແມ່ນສາຍ​ພົວພັນ "​ເຂົ້າ​ຫັກເມັດ​, ຜັກເສັ້ນໜຶ່ງກໍ່ແບ່ງກັນກິນ".

ສຽງດັງຂອງການພົບປະທີ່ອົບອຸ່ນໄປດ້ວຍມິດຕະພາບ ເມື່ອມານະຄອນຫຼວງວຽງຈັນ ເຮັດໃຫ້ຄູອາຈານແຕ່ລະຄົນໃນຄະນະ ເຕັມໄປດ້ວຍຕື້ນຕັນໃຈ ແລະ ເອກອ້າງທະນົງໃຈ. ສິ່ງນັ້ນ​ໄດ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ລະດົມ​ກຳລັງ​ໃຈ​ໃຫ້​ພະນັກງານ ​ແລະ ຄູ​ອາຈານ​ຂອງ​ໂຮງຮຽນ​ມິດຕະພາບ T78 ​ແຕ່​ລະ​ຄົນ ຕື່ມອີກ ເພື່ອສືບ​ຕໍ່​ມານະ​ພະຍາຍາມ​ປະກອບສ່ວນ​ເຂົ້າ​ໃນ​ພາລະກຳ​ປະຫວັດສາດ​ອັນ​ສູງ​ສົ່ງ​, ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ຫວຽດນາມ - ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງທະນົງແກ່ນຊົ່ວກາລະນານ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.