ລົງມືກໍ່ສ້າງສໍານັກງານພະແນກຍຸຕິທໍາ ແລະອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ

14:21 | 07/11/2022

ຫວ່າງແລ້ວນີ້, ຢູ່ນະຄອນຫຼວງວຽງຈັນ, ໄດ້ຈັດພິທີລົງມືກໍ່ສ້າງສຳນັກງານພະແນກຍຸຕິທຳ ແລະອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ດ້ວຍມູນຄ່າ 3 ລ້ານໂດລາສະຫະລັດ.

ລະດັບການເຕີບໂຕເສດຖະກິດ ຫວຽດນາມ ລືນກາຍຢ່າງຂາດຂັ້ນເມື່ອທຽບໃສ່ປະເທດອື່ນໆໃນອາຊີ ລະດັບການເຕີບໂຕເສດຖະກິດ ຫວຽດນາມ ລືນກາຍຢ່າງຂາດຂັ້ນເມື່ອທຽບໃສ່ປະເທດອື່ນໆໃນອາຊີ
ຫວຽດນາມ ແລະ ສິງກະໂປ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ ແລະ ສິງກະໂປ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ
ບັນຍາກາດທີ່ພິທີລົງມືກໍ່ສ້າງ. ພາບ: ສໍານັກຂ່າວສານຫວຽດນາມ
ບັນຍາກາດທີ່ພິທີລົງມືກໍ່ສ້າງ. ພາບ: ສໍານັກຂ່າວສານຫວຽດນາມ

ນີ້ແມ່ນຂອງຂວັນທີ່ອຳນາດການປົກຄອງ ແລະປະຊາຊົນນະຄອນຫຼວງຮ່າໂນ້ຍ ມອບໃຫ້ອຳນາດການປົກຄອງ ແລະປະຊາຊົນນະຄອນຫຼວງວຽງຈັນ. ດ້ວຍເນື້ອທີ່ 2,5 ເຮັກຕາ, ໂຄງການກໍ່ສ້າງສຳນັກງານພະແນກຍຸຕິທຳ ແລະອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ລວມມີ 2 ອາຄານ 3 ຊັ້ນ ແລະ 1 ຫໍປະຊຸມ 1 ຊັ້ນ ພ້ອມກັບບັນດາກິດຈະກຳຍ່ອຍ. ກ່າວຄຳເຫັນທີ່ພິທີ, ການນຳສອງນະຄອນຫຼວງ ເຊື່ອໝັ້ນວ່າ ໂຄງການຈະແມ່ນສັນຍາລັກແຫ່ງການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ ຮ່າໂນ້ຍ ແລະ ວຽງຈັນ, ສະແດງໃຫ້ເຫັນຈິດໃຈຊ່ວຍເຫຼືອຮ່ວມກັນພັດທະນາຂອງນະຄອນຫຼວງຮ່າໂນ້ຍ ແລະນະຄອນຫຼວງວຽງຈັນ.

ໃນຂອບເຂດການຢ້ຽມຢາມລາວເປັນເວລາ 2 ວັນ ແຕ່ວັນທີ 4-5 ພະຈິກ, ຕອນບ່າຍວັນທີ 5 ພະຈິກ, ທ່ານ ເຈີ່ນສິ໊ແທງ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມການໂອ້ລົມສົນທະນາເຊື່ອມຕໍ່ການລົງທຶນ, ການຄ້າ ແລະການທ່ອງທ່ຽວລະຫວ່າງຮ່າໂນ້ຍ. - ວຽງຈັນ 2022.

ກອ​ງ​ທັບ​

ທ່ານອາດຈະມັກ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ເຫດການ