ທ່ານຮອງລັດຖະມົນຕີການຕ່າງປະເທດ ນາງ ຫງວຽນມິງຮັ່ງ ໄດ້ໃຫ້ການຕ້ອນຮັບກຸ່ມເອກອັກຄະລັດຖະທູດບັນດາປະເທດ ອາຟຣິກາ ປະຈຳ ຮ່າໂນ້ຍ

00:00 | 07/12/2023

ຍສໝ - ວັນ​ທີ 7 ທັນວາ, ຢູ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ນາງ ຫງວຽນມິງຮັ່ງ ໄດ້​ໃຫ້ການ​ຕ້ອນຮັບກຸ່ມ​ເອກ​ອັກຄະ​ລັດຖະທູດ​ບັນດາ​ປະ​ເທດ ອາຟຣິກາ ປະຈຳ ຮ່າໂນ້ຍ.

ສ້າງສະຖາບັນວັດທະນະທຳ ອີຕາລີ ຢູ່ ຮ່າໂນ້ຍ ກາຍເປັນສູນກາງການພົບປະແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ ສ້າງສະຖາບັນວັດທະນະທຳ ອີຕາລີ ຢູ່ ຮ່າໂນ້ຍ ກາຍເປັນສູນກາງການພົບປະແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ
ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຫວູ ເຮັດວຽກກັບການນໍາກຸ່ມບໍລິສັດ Adidas ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຫວູ ເຮັດວຽກກັບການນໍາກຸ່ມບໍລິສັດ Adidas

ຜູ້ຕາງໜ້າກຸ່ມເອກອັກຄະລັດຖະທູດ ອາຟຣິກາ ປະຈຳ ຮ່າໂນ້ຍ, ທ່ານເອກອັກຄະລັດຖະທູດ Morocco Jamale Chouaibi ໄດ້ສະແດງຄວາມຊົມເຊີຍທ່ານຮອງລັດຖະມົນຕີ ນາງ ຫງວຽນມິງຮັ່ງ ທີ່ໄດ້ຮັບດຳລົງຕຳແໜ່ງໃໝ່ ແລະ ຂອບອົກຂອບໃຈຕໍ່ການສົມທົບກັນຢ່າງແໜ້ນແຟ້ນ ແລະ ໜູນຊ່ວຍຢ່າງທັນການຂອງກະຊວງການຕ່າງປະເທດ ຫວຽດນາມ ໃຫ້​ບັນດາ​ສະຖານທູດ​ໃນ​ການ​ປະຕິບັດ​ວຽກ​ງານ​ການ​ຕ່າງປະ​ເທດ, ເພີ່ມພູນຄູນສ້າງ​ສາຍ​ພົວພັນ​ອັນ​ດີງາມ​ລະຫວ່າງ​ບັນດາ​ປະ​ເທດ ອາຟຣິກາ ​ແລະ ຫວຽດນາມ ໃຫ້ນັບ​ມື້​ນັບ​ພັດທະນາ. ທ່ານ​ເອກ​ອັກຄະ​ລັດຖະທູດ​ກ່າວ​ວ່າ ການ​ພົວພັນ​ລະຫວ່າງ​ປະ​ເທດ​ ອາຟຣິກາ ກັບ ​ຫວຽດນາມ ຍັງມີຫຼາຍຢ່າງສໍາລັບການພັດທະນາ.

ທ່ານຮອງລັດຖະມົນຕີການຕ່າງປະເທດ ນາງ ຫງວຽນມິງຮັ່ງ ໄດ້ໃຫ້ການຕ້ອນຮັບກຸ່ມເອກອັກຄະລັດຖະທູດບັນດາປະເທດ ອາຟຣິກາ ປະຈຳ ຮ່າໂນ້ຍ

ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ນາງ ຫງວຽນມິງຮັ່ງ ໄດ້​ໃຫ້ການ​ຕ້ອນຮັບກຸ່ມ​ເອກ​ອັກຄະ​ລັດຖະທູດ​ບັນດາ​ປະ​ເທດ ອາຟຣິກາ ປະຈຳ ຮ່າ​ໂນ້ຍ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ Chouaibi ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ເຊິ່ງກຸ່ມ​ເອກ​ອັກຄະ​ລັດຖະທູດ​ໄດ້​ປະຕິບັດ​ໃນ​ປີ 2023 ​ເຊັ່ນ ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ​ຈັດ​ຕັ້ງ​ວັນ ອາຟຣິກາ 2023 ຢູ່ ຮ່າ​ໂນ້ຍ ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ອົງການເອກະພາບ ອາຟຣິກາ (OAU), ອົງການທຳອິດຂອງສະຫະພັນ ອາຟຣິກາ (AU) ແລະ ເຊີດຊູພື້ນຖານວັດທະນະທໍາ, ມູນເຊື້ອທີ່ຫຼາກຫຼາຍຂອງບັນດາປະເທດ ອາຟຣິກາ.

ໃນປີ 2024, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວັງ​ວ່າ ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ກຸ່ມຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ນີ້ ​ແລະ​ຈັດ​ຕັ້ງ​ການ​ໄປ​ທັດສະນະ​ສຶກສາ​ຢູ່​ບາງ​ທ້ອງ​ຖິ່ນ​ຂອງ ​ຫວຽດນາມ.

ໂດຍສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ໄດ້​ຕ້ອນຮັບກຸ່ມ​ເອກ​ອັກຄະ​ລັດຖະທູດ​ບັນດາ​ປະ​ເທດ​ ອາຟຣິກາ ປະຈຳ ​ຮ່າ​ໂນ້ຍ, ທ່ານ​ຮອງ​ລັດຖະມົນຕີ ນາງ ຫງວຽນມິງຮັ່ງ ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ່​ຕີ​ລາຄາ​ສູງ​ຄວາມ​ຮັກ​ແພງ ​ແລະ ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ​ຂອງ​ບັນດາ​ປະ​ເທດ ອາຟຣິກາ ​ໃຫ້​ແກ່ ຫວຽດນາມ.

ທ່ານ​ຮອງ​ລັດຖະມົນຕີ​ໃຫ້​ຮູ້​ວ່າ ​ໃນ​ຖານະ​ຕຳ​ແໜ່​ງໃໝ່, ທ່ານພ້ອມ​ແລ້ວ​ທີ່​ຈະ​ສົມທົບ​ກັບ​ບັນດາ​ເອກ​ອັກຄະ​ລັດຖະທູດ ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ ຫວຽດນາມ ​ແລະ ບັນດາ​ປະ​ເທດ​ ອາຟຣິກາ ​ແລະ ສະຫະພັນ​ ອາຟຣິກາ (AU) ໃຫ້ນັບມື້ນັບ​ພັດທະນາ. ກະຊວງ​ການ​ຕ່າງປະ​ເທດ​ກໍ່​ພ້ອມ​ແລ້ວ​ທີ່​ຈະ​ປະສານ​ສົມທົບ ​ແລະ ໜູນ​ຊ່ວຍ ​ເພື່ອ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເພາະ​ຂອງ​ກຸ່ມ​ເອກ​ອັກຄະ​ລັດຖະທູດ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງສຳເລັດຜົນ.

ໂດຍ​ເຫັນ​ດີ​ກັບ​ການ​ຕີ​ລາຄາ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ Morocco, ທ່ານ​ຮອງ​ລັດຖະມົນຕີ ນາງ ຫງວຽນມິງຮັ່ງ ​ໃຫ້​ຮູ້​ວ່າ ບັນດາ​ພື້ນຖານ​ເສດຖະກິດ​ ອາຟຣິກາ ແລະ ຫວຽດນາມ ມີລັກສະນະເພີ່ມເຕີມໃຫ້ກັນຢ່າງສູງ. 2 ຝ່າຍ​ຕ້ອງ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ສູງ​ສຸດ​ໃຫ້​ແກ່ບັນດາສິນຄ້າທີ່ມີທ່າແຮງ ເພື່ອ​ສືບ​ຕໍ່​​ເຂົ້າໄປຍັງ​ຕະ​ຫຼາດ​ເຊິ່ງ​ກັນ ​ແລະ ​ກັນ.

ກ່າວຕົວ​ຢ່າງ​ໃນ​ການ​ຮ່ວມ​ມື, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຖື​ວ່າ ຫວຽດ​ນາມ​ພວມ​ພັດ​ທະ​ນາຂະແໜງ​ອຸດ​ສາ​ຫະ​ກຳ Halal, ສະ​ນັ້ນ, ຫວັງວ່າ ບັນດາທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຈະ​ໜູນ​ຊ່ວຍ​ ຫວຽດ​ນາມ ໃນ​ການ​ສະ​ໜອງ​ຂໍ້​ມູນ​ຂ່າວ​ສານທ້ອງ​ຕະ​ຫຼາດ, ນະ​ໂຍ​ບາຍ​ກ່ຽວ​ກັບ​ການ​ຢັ້ງ​ຢືນ Halal ແລະ ໜູນຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ເຊື່ອມ​ໂຍງ, ພັດ​ທະ​ນາ​ຊ່ອງ​ທາງແຈກຢາຍໃຫ້​ແກ່ບັນດາຜະ​ລິດ​ຕະ​ພັນນີ້.

ສ່ວນຝ່າຍຫວຽດນາມ ແມ່ນພ້ອມ​ແລ້ວ​ທີ່​ຈະ​ສືບ​ຕໍ່​ແລກປ່ຽນ​ບົດຮຽນ​ໃນ​ການ​ພັດທະນາ​ກະສິກຳ ​ແລະ ສະ​ເໜີ​ໃຫ້​ທຸກ​ຝ່າຍ​ສາມາດສາມາດໝູນໃຊ້​ຮູບ​ແບບ​ການ​ຮ່ວມ​ມື 3 ຝ່າຍ, ດ້ວຍ​ແຫຼ່ງທຶນ​ຈາກ​ຝ່າຍ​ທີ 3, ເພື່ອຊຸກຍູ້​ການ​ຜະລິດ​ສະບຽງ​ອາຫານ ​ແລະ ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ໃຫ້​ບັນດາ​ປະ​ເທດ ​ອາຟຣິກາ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.