ສ້າງສະຖາບັນວັດທະນະທຳ ອີຕາລີ ຢູ່ ຮ່າໂນ້ຍ ກາຍເປັນສູນກາງການພົບປະແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ

16:25 | 12/06/2022

ຍ​ສ​ໝ - ທ່ານ Manlio Di Stefano, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ອີຕາລີ ໃຫ້ຮູ້ວ່າ: ສະຖາບັນວັດທະນະທຳ ອີຕາລີ ຈະໄດ້ຮັບການສ້າງຕັ້ງຂຶ້ນໃນໄວໆນີ້ ເພື່ອແນໃສ່ເພີ່ມ​ທະ​ວີບັນດາການເຄື່ອນໄຫວວັດທະນະທຳ​ຂອງ​ປະ​ເທດ​ນີ້ ຢູ່ ຫວຽດນາມ.

ກອງ​​ກຳ​ລັງ​ທີ 2 ຂອງ ໂຮງ​ໝໍ​ກາງ​ສະ​ໜາມຂັ້ນ 2 ເລກ 4 ເດີນ​ທາງ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຢູ່ ຊູ​ດັງ​ໃຕ້ ກອງ​​ກຳ​ລັງ​ທີ 2 ຂອງ ໂຮງ​ໝໍ​ກາງ​ສະ​ໜາມຂັ້ນ 2 ເລກ 4 ເດີນ​ທາງ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຢູ່ ຊູ​ດັງ​ໃຕ້
ໂຄສະນາວັດທະນະທຳຫວຽດນາມ ຢູ່ ອີຕາລີ ໂຄສະນາວັດທະນະທຳຫວຽດນາມ ຢູ່ ອີຕາລີ
ສ້າງສະຖາບັນວັດທະນະທຳ ອີຕາລີ ຢູ່ ຮ່າໂນ້ຍ ກາຍເປັນສູນກາງການພົບປະແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ
ທ່ານ Manlio Di Stefano, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ອີຕາລີ (ພາບ: L.S)

ແລກ​ປ່ຽນ​ກັບ​ສື່ມວນ​ຊົນ ຫວຽດ​ນາມ, ທ່ານ Manlio Di Stefano ໃຫ້​ຮູ້​ວ່າ: ສະ​ຖາ​ບັນ​ວັດ​ທະ​ນະ​ທຳ​ອີ​ຕາ​ລີ ຈະ​ໄດ້ຮັບການ​ສ້າງ​ຕັ້ງ​ຢູ່​ຮ່າ​ໂນ້ຍ​ໂດຍ​ໄວ.

ສະ​ຖາ​ບັນ​ຈະ​ໄດ້​ຕັ້ງ​ຢູ່​ສູນ​ວັດ​ທະ​ນະ​ທຳ ອີ​ຕາ​ລີ - Casa ອີ​ຕາ​ລີ (ເຮືອນ​ເລກ​ທີ 18 ເລ​ຟຸ້ງ​ຫ໋ຽວ, ຮ່າ​ໂນ້ຍ), ມີ​ໜ້າ​ທີ່​ຈັດ​ຕັ້ງ​ບັນ​ດາ​ເຫດ​ການ​ພົວ​ພັນ​ແລກ​ປ່ຽນ, ໂຄ​ສະ​ນາ​ວັດ​ທະ​ນະ​ທຳ ອີ​ຕາ​ລີ ປະ​ຈຳ ຫວຽດ​ນາມ, ສະ​ຖາ​ບັນ ຈະ​ມີ​ງົບ​ປະ​ມານ​ເຄື່ອນ​ໄຫວ​ສະ​ເພາະ ແລະ ມີ​ບຸກ​ຄະ​ລາ​ກອນ​ແມ່ນ​ບັນ​ດາ​ນັກ​ຊ່ຽວ​ຊານ​ຈາກ​ ອີ​ຕາລີ ​ມາຍັງ​ຫວຽດ​ນາມ.

“ສະຖານທູດ ອີ​ຕາ​ລີ ປະຈຳ ຫວຽດນາມ ​ໄດ້​ສົມທົບ​ກັບ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ. ລັດ​ຖະ​ບານ ອີ​ຕາ​ລີ ກໍ່​ໄດ້​ອະນຸມັດຜ່ານ​​ໂຄງການ​ນີ້, ສະ​ນັ້ນ ພື້ນທີ່​ວັດທະນະທຳ ອີ​ຕາ​ລີ ຈະ​ມີ​ຢູ່​ຮ່າ​ໂນ້ຍ ​ໃນ​ປີໜ້າ​ຢ່າງ​ແນ່ນອນ. ທ່ານ Manlio Di Stefano ໃຫ້ຮູ້ວ່າ, ຫວຽດນາມ ຈະເປີດສະຖາບັນວັດທະນະທຳ ອີຕາລີ ໃນປີ 2023 ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ.

ທ່ານ Manlio Di Stefano ​ໄດ້​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ຢ່າງ​ແໜ້ນແຟ້ນ​ຂອງ​ສອງ​ປະ​ເທດ ນັບ​ທັງ​ໃນ​ໄລຍະ​ທີ່​ເກີດໂລກລະບາດ​ໂຄ​ວິດ-19, ພິ​ເສດ​ແມ່ນ​ການ​ຮັກສາ​ການ​ແລກປ່ຽນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ.

​ເມື່ອແບ່ງປັນ​ກ່ຽວ​ກັບ​ແຜນການ​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳຂອງ ອີ​ຕາ​ລີ ​ ​ຢູ່ ຫວຽດນາມ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ສາກົນ ອີ​ຕາ​ລີ ຖື​ວ່າ: ພຽງ​ແຕ່​ເພີ່ມ​ທະວີ​ການ​ແລກປ່ຽນ​ປະຊາຊົນ​ເທົ່ານັ້ນ ຈິ່ງແມ່ນ​ວິທີການແບບ​ຍືນ​ຍົງ ​ແລະ ພື້ນຖານ​ເພື່ອ​ຮັກສາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ. ສະ​ນັ້ນ, ທ່ານ​ຢືນຢັນ​ວ່າ: ການ​ເປີດ​ສະ​ຖາ​ບັນ​ວັດ​ທະ​ນະ​ທຳ ອີ​ຕາ​ລີ ຢູ່ ຮ່າ​ໂນ້ຍ ກັບ​ພະນັກງານ​ຜູ້​ຊ່ຽວຊານ​ຂອງ ອີ​ຕາ​ລີ ຈະ​ປະຕິບັດ​ຢ່າງ​ຕັ້ງໜ້າ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

​ໃນ​ໄລຍະ​ຜ່ານ​ມາ, ອີ​ຕາ​ລີ ມີ​ຫຼາຍ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ການ​ລົງທຶນ, ການ​ຄ້າ ​ແລະ ການ​ສຶກສາ​ຢູ່ ຫວຽດນາມ. ໃນ​ນັ້ນ, ກອງ​ທຶນ ​ທຶນ​ການ​ສຶກ​ສາ​ຫວຽດ​ນາມ Invest Your Talents ຂອງ ອີ​ຕາ​ລີ ໄດ້​ເປີດ​ກາ​ລະ​ໂອ​ກາດ​ຮ່ຳ​ຮຽນ​ຫຼາຍ​ຢ່າງ​ໃຫ້​ບັນ​ດາ​ນັກ​ສຶກ​ສາ​ຫວຽດ​ນາມ. ນີ້​ແມ່ນ​ຈຸດ​ຢືນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງ​ເຂດ​ວັດທະນະທຳ, ວິທະຍາສາດ, ມະຫາວິທະຍາ​ໄລ ​ແລະ ຄົ້ນຄວ້າ​ທີ່ຫວຽດນາມ ​ແລະ ກຸ່ມອາ​ຊຽນ ​ໃນ​ອະນາຄົດ.

ໂດຍແບ່ງປັນປະສົບການການພັດທະນາວັດທະນະທໍາ ແລະການທ່ອງທ່ຽວຂອງອີຕາລີ, ທ່ານ Stefano ໃຫ້ຮູ້ວ່າ: “ພວກເຮົາພວມເພີ່ມທະວີການສົ່ງເສີມການໂຄສະນາທັດສະນີຍະພາບ ແລະ ວັດທະນະທໍາຢູ່ບັນດາບ້ານນ້ອຍ. ອີ​ຕາ​ລີ​ບໍ່​ພຽງ​ແຕ່​ປະ​ກອບ​ດ້ວຍ​ຕົວ​ເມືອງ​ໃຫຍ່​, ແຕ່​ຍັງ​ມີເມືອງ​ນ້ອຍ​, ບ້ານ​ຂະ​ຫນາດ​ນ້ອຍນຳອີກ​. ຫວຽດນາມ ກໍ່​ສາມາດ​ພັດທະນາ​ຕາມ​ທິດ​ທາງ​ນີ້. ນອກຈາກ​ບັນດາ​ນະຄອນ​ໃຫຍ່​ຄື ຮ່າ​ໂນ້ຍ, ດ່າໜັງ, ນະຄອນ​ໂຮ່ຈິ​ມິນ, ກໍຄວນ​ຊອກ​ຫາ​ວິທີ​ນຳ​ບັນດາ​ນັກ​ທ່ອງ​ທ່ຽວ​ໄປ​ຍັງ​ສະຖານ​ທີ່​ທີ່​ບໍ່ຄ່ອຍ​ມີ​ຄົນ​ຮູ້​ຈັກ​ ​ແຕ່​ເຕັມ​ໄປ​ດ້ວຍ​ຄຸນຄ່າ​ວັດທະນະທຳ.”

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.