ສຸກສາລາທະຫານ-ປະຊາຊົນ ຂຶ້ນກັບກອງບັນຊາການທະຫານແຂວງບໍລິຄໍາໄຊ-ທູດແຫ່ງໄມຕີຈິດມິດຕະພາບ

17:40 | 10/12/2023

ສຸກສາລາທະຫານ-ປະຊາຊົນ ຂຶ້ນກັບກອງບັນຊາການທະຫານແຂວງບໍລິຄໍາໄຊ-ທູດແຫ່ງໄມຕີຈິດມິດຕະພາບ

ແຂວງຮ່າຕິ້ງ ໜູນຊ່ວຍ 8,3 ຕື້ດົ່ງ ກໍ່ສ້າງສຸກສາລາທະຫານ-ປະຊາຊົນ ຢູ່ແຂວງບໍລິຄຳໄຊ (ລາວ) ແຂວງຮ່າຕິ້ງ ໜູນຊ່ວຍ 8,3 ຕື້ດົ່ງ ກໍ່ສ້າງສຸກສາລາທະຫານ-ປະຊາຊົນ ຢູ່ແຂວງບໍລິຄຳໄຊ (ລາວ)
ປະສິດທິຜົນຢ່າງແທດຈິງຂອງສຸກສາລາທະຫານ ແລະປະຊາຊົນມິດຕະພາບເຂດຊາຍແດນຫວຽດນາມ - ລາວ ປະສິດທິຜົນຢ່າງແທດຈິງຂອງສຸກສາລາທະຫານ ແລະປະຊາຊົນມິດຕະພາບເຂດຊາຍແດນຫວຽດນາມ - ລາວ

ສຸກສາລາທະຫານ-ປະຊາຊົນ ຂຶ້ນກັບກອງບັນຊາການທະຫານແຂວງບໍລິຄໍາໄຊ (ລາວ) ໂດຍແຂວງ ຮ່າຕິ້ງ ອຸປະຖໍາແມ່ນກິດຈະກຳສະແດງໃຫ້ເຫັນຄວາມຮັກແພງ, ຈິດໃຈສາມັກຄີຂອງອົງຄະນະພັກ, ປະຊາຊົນແຂວງ ຮ່າຕິ້ງ ກັບເທດສະບານເມືອງ ປາກຊັນ, ແຂວງບໍລິຄໍາໄຊ. ດ້ວຍຄວາມໝາຍພິເສດ, ການນຳ ແລະປະຊາຊົນແຂວງບໍລິຄຳໄຊ ໄດ້ຖືກິດຈະກຳດັ່ງກ່າວແມ່ນທູດແຫ່ງໄມຕີຈິດມິດຕະພາບ.

ຫວ່າງມໍ່ໆມານີ້, ພວກຂ້າພະເຈົ້າມີໂອກາດພ້ອມກັບຄະນະປະຕິບັດງານກອງບັນຊາການທະຫານແຂວງຮ່າຕິ້ງ ລົງຢ້ຽມຢາມສຸກສາລາທະຫານ-ປະຊາຊົນ ຢູ່ບ້ານ ຊະນະໄຊ, ເທດສະບານເມືອງ ປາກຊັນ, ແຂວງ ບໍລິຄຳໄຊ. ຍາມຮຸ່ງເຊົ້າ, ໄດ້ມີຄົນລາວເປັນຈຳນວນຫຼວງຫຼາຍມາກວດພະຍາດ. ອອກຈາກຫ້ອງກວດພະຍາດ, ມືຖືຖົງຢາ, ແມ່ເຖົ້ົ້າ ຈັນສະໝອນ ອາຍຸ 51 ປີ, ຢູ່ບ້ານ ຊະນະໄຊ, ເວົ້າດ້ວຍຄວາມພາກພູມໃຈວ່າ: “ໃນເມື່ອກ່ອນຍາມເຈັບເປັນ, ຂ້າພະເຈົ້າໄດ້ເຂົ້າໄປປ່າເກັບໃບໄມ້ມາຕົ້ມເພື່ອດື່ມ. ນັບແຕ່ມີສຸກສາລາ, ເມື່ອເຈັບເປັນ ຄອບຄົວ ແລະປະຊາຊົນ ລ້ວນແຕ່ມາກວດ ແລະປິ່ນປົວພະຍາດຢູ່ສຸກສາລາ. ສອງສາມມື້ນີ້, ຂ້າພະເຈົ້າເຈັບຫົວ, ເຮັດຫຍັງກໍ່ບໍ່ໄດ້. ເມື່ອໄປກວດພະຍາດຢູ່ທີ່ນີ້, ທ່ານໝໍໄດ້ຈ່າຍຢາໃຫ້. ຂໍຂອບໃຈທ່ານໝໍຫຼາຍໆ!”.

ນໍາພວກຂ້າພະເຈົ້າໄປຢາມສຸກສາລາ, ສະຫາຍ ພັນໂທ ສີມອນ ແກ້ວມະນີ, ຫົວໜ້າສຸກສາລາທະຫານ-ປະຊາຊົນ ໃຫ້ຮູ້ວ່າ: “ສຸກສາລາທະຫານ-ປະຊາຊົນ ແຂວງບໍລິຄຳໄຊ ໄດ້ຮັບການໜູນຊ່ວຍຈາກແຂວງ ຮ່າຕິ້ງ ດ້ວຍຈຳນວນເງິນ 8,3 ຕື້ດົ່ງ. ພາຍຫຼັງການກໍ່ສ້າງໃນໄລຍະເກືອບ 1 ປີ, ຮອດເດືອນ ມີນາ ປີ 2023, ກິດຈະກຳດັ່ງກ່າວໄດ້ກໍ່ສ້າງສຳເລັດ ແລະເປີດນຳໃຊ້. ນີ້ແມ່ນກິດຈະກຳທີ່ມີຄວາມໝາຍສຳຄັນ, ເພາະວ່າບ້ານ ຊະນະໄຊ ແມ່ນບ້ານໜຶ່ງທີ່ປະສົບກັບຄວາມຫຍຸ້ງຍາກ, ປະຊາຊົນສ່ວນຫຼາຍແມ່ນຊາວເຜົ່າສ່ວນໜ້ອຍ, ສະພາບເສດຖະກິດ-ສັງຄົມຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ; ເປັນຕົ້ນແມ່ນຂາດຮາກຖານການແພດ ແລະການບໍລິການສົ່ງເສີມສຸຂະພາບໃຫ້ທະຫານ ແລະປະຊາຊົນ. ເມື່ອກິດຈະກຳດັ່ງກ່າວກໍ່ສ້າງສຳເລັດ, ປະຊາຊົນທ້ອງຖິ່ນກໍ່ຮູ້ສຶກພາກພູມໃຈ ຍ້ອນໄດ້ເຂົ້າເຖິງການບໍລິການສົ່ງເສີມສຸຂະພາບທີ່ທັນສະໄໝ”.

ສຸກສາລາທະຫານ-ປະຊາຊົນ ຂຶ້ນກັບກອງບັນຊາການທະຫານແຂວງບໍລິຄໍາໄຊ-ທູດແຫ່ງໄມຕີຈິດມິດຕະພາບ

ພິທີເປີດນຳໃຊ້ສຸກສາລະທະຫານ-ປະຊາຊົນ ບ້ານ ຊະນະໄຊ, ເທດສະບານເມືອງ ປາກຊັນ, ແຂວງ ບໍລິຄຳໄຊ. ພາບ: qdnd.vn

ດ້ວຍເນື້ອທີ່ປະມານ 800 ຕາແມັດ, ລວມມີອາຄານ 2 ຊັ້ນທີ່ກວ້າງຂວາງ, ດ້ວຍ 28 ຫ້ອງ, ສຸກສາລາໄດ້ປະກອບອຸປະກອນທີ່ທັນສະໄໝຫຼາຍຢ່າງຄື ເຄື່ອງເອໂກ, ແທກຫົວໃຈ... ສາມາດກວດ, ບົ່ງມິຕິພະຍາດ, ປິນປົ່ວພະຍາດຕ່າງໆ. ນັບແຕ່ມື້ເປີດນຳໃຊ້ຢ່າງເປັນທາງການ, ສຸກສາລາໄດ້ກວດ ແລະປິ່ນປົວພະຍາດໃຫ້ຄົນເຈັບນັບພັນຄົນ, ກາຍເປັນບ່ອນທີ່ໄວ້ເນື້ອເຊື່ອໃຈຂອງທະຫານ ແລະປະຊາຊົນລາວ.

ໂດຍໄດ້ຮູ້ວ່າ ການປະຕິບັດໂຄງການຮ່ວມມືລະຫວ່າງກອງບັນຊາການທະຫານແຂວງ ຮ່າຕິ້ງ ແລະກອງບັນຊາການທະຫານແຂວງບໍລິຄຳໄຊ, ໃນຊຸມປີຜ່ານມາ, ກອງບັນຊາການທະຫານແຂວງ ຮ່າຕິ້ງ ແລະແຂວງ ບໍລິຄຳໄຊ ໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການຄຸ້ມຄອງຊາຍແດນ; ສຳຫຼວດ, ຄົ້ນຫາ, ທ້ອນໂຮມ, ສົ່ງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດນັບຮ້ອຍອັດຖິ ກັບຄືນປະເທດ; ຈັດຕັ້ງຊຸດຝຶກອົບຮົມ, ບໍາລຸງສ້າງ, ຝຶກແອບຄວາມຮູ້ດ້ານການທະຫານ, ການເມືອງ, ການແພດ, ລະບຽບການເຄື່ອນໄຫວພົວພັນຕ່າງປະເທດ, ສອນພາສາ, ທັກສະໃນການພົວພັນແລກປ່ຽນ, ກໍ່ຄືຊອກຮູ້ຮີດຄອງປະເພນີຂອງກັນ. ພະນັກງານການທະຫານແຂວງບໍລິຄໍາໄຊ ໄດ້ໄປທັດສະນະສຶກສາອົບຮົມວຽກງານຝຶກແອບ, ການເພີ່ມພູມຜະລິດຜົນ, ກໍ່ສ້າງກຳລັງຫຼວງຢູ່ບາງອົງການ, ກົມກອງຂຶ້ນກັບກອງບັນຊາການທະຫານແຂວງ ຮ່າຕິ້ງ.

ສຸກສາລາທະຫານ-ປະຊາຊົນ ຂຶ້ນກັບກອງບັນຊາການທະຫານແຂວງບໍລິຄໍາໄຊ-ທູດແຫ່ງໄມຕີຈິດມິດຕະພາບ

ແພດໝໍ ຢູ່ສຸກສາລາທະຫານ-ປະຊາຊົນ ແຂວງບໍລິຄຳໄຊ ກວດພະຍາດໃຫ້ແກ່ປະຊາຊົນຢູ່ບ້ານ ຊະນະໄຊ, ເທດສະບານເມືອງ ປາກຊັນ, ແຂວງ ບໍລິຄຳໄຊ. ພາບ: qdnd.vn

ກໍາລັງປະກອບອາວຸດແຂວງ ຮ່າຕິ້ງ ຍັງກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ, ສ້ອມແປງເຮືອນຊານໃຫ້ປະຊາຊົນລາວ; ຊ່ວຍປະຊາຊົນລາວປ້ອງກັນ, ຕ້ານ, ແກ້ໄຂຜົນຮ້າຍຈາກໄພທຳມະຊາດ, ກໍ່ສ້າງເຮືອນມິດຕະພາບ ແລະວຽກງານທີ່ມີຄວາມໝາຍອື່ນໆ. ປີ 2022-2023, ແຂວງ ຮ່າຕິ້ງ ໜູນຊ່ວຍເງິນຈຳນວນ 1,5 ຕື້ດົ່ງໃຫ້ແຂວງ ບໍລິຄຳໄຊ ເພື່ອກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ ມອບໃຫ້ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ; ໜູນຊ່ວຍເງິນສົດນັບຕື້ດົ່ງ ແລະອຸປະກອນການແພດເພື່ອຊ່ວຍປະເທດເພື່ອນລາວ ປ້ອງກັນ, ຕ້ານພະຍາດໂຄວິດ-19, ຍົກສູງຄວາມສາມາດໃນການກວດ, ປິ່ນປົວພະຍາດ... ຈັດຕັ້ງຄະນະໄປຢ້ຽມຢາມຖາມຂ່າວ, ມອບຂອງຂວັນ, ອວຍພອນກັນໃນໂອກາດວັນບຸນ, ບຸນປີໃໝ່, ຮັດແໜ້ນຄວາມສາມັກຄີ, ມິດຕະພາບ.

ສະຫາຍ ປອ ກອງແກ້ວ ໄຊສົງຄາມ, ເລຂາພັກ, ເຈົ້າແຂວງບໍລິຄຳໄຊ ເນັ້ນໜັກວ່າ: “ພວກຂ້າພະເຈົ້າຂໍຂອບໃຈຕໍ່ການຊ່ວຍເຫຼືອອັນລ້ຳຄ່າຂອງແຂວງ ຮ່າຕິ້ງ ເວົ້າລວມ, ກໍ່ຄືກອງບັນຊາການທະຫານແຂວງ ຮ່າຕິ້ງ ເວົ້າສະເພາະ ໃຫ້ແຂວງ ບໍລິຄຳໄຊ ໃນໄລຍະຜ່ານມາ. ດ້ວຍຫຼາຍກິດຈະກຳ ແລະວຽກງານທີ່ມີຄວາມໝາຍອື່ນໆ, ພວກຂ້າພະເຈົ້າຖືວ່າສຸກສາລາທະຫານ - ປະຊາຊົນ ເຊິ່ງແຂວງ ຮ່າຕິ້ງ ໄດ້ຊ່ວຍເຫຼືອກໍ່ສ້າງຢູ່ແຂວງ ບໍລິຄຳໄຊ ແມ່ນທູດແຫ່ງໄມຕີຈິດມິດຕະພາບ, ປະກອບສ່ວນສຳຄັນເຂົ້າໃນການສົ່ງເສີມສຸຂະພາບໃຫ້ແກ່ປະຊາຊົນ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ ຂອງເທດສະບານເມືອງ ປາກຊັນ ເວົ້າສະເພາະ ແລະແຂວງ ບໍລິຄໍາໄຊ ເວົ້າລວມ. ກິດຈະກຳດັ່ງກ່າວກໍ່ເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງທ້ອງຖິ່ນ”.

ບູນມີ

302 Found

Found

The document has moved here.