ການແຂ່ງຂັນບານສົ່ງຫາດຊາຍເພດຍິງອາຊີ ປີີ 2019

11:13 | 21/04/2019

ຍສໝ - ການແຂ່ງຂັນຄັ້ງນີ້ ມີການເຂົ້າຮ່ວມຂອງເຈົ້າໜ້າທີ່, ຄູຝຶກ, ນັກກິລາກວ່າ 150 ຄົນ ທີ່ມາຈາກ 21 ທິມ ຂອງ 11 ປະເທດອາຊີ ແລະ ເຂດແຄວ້ນ.

ການແຂ່ງຂັນບານສົ່ງຫາດຊາຍເພດຍິງອາຊີ ປີີ 2019

ການແຂ່ງຂັນບານສົ່ງຫາດຊາຍເພດຍິງອາຊີ ປີີ 2019

ໃນຕອນຄໍ່າຂອງວັນທີ 19 ເມສາ, ຢູ່ນະຄອນ ເກີ່ນເທີ ສສ ຫວຽດນາມ ໄດ້ຈັດພິທີໄຂການແຂ່ງຂັນບານສົ່ງຫາດຊາຍເພດຍິງອາຊີ ປີ 2019. ການແຂ່ງຂັນຄັ້ງນີ້ມີການເຂົ້າຮ່ວມຂອງເຈົ້າໜ້າທີ່, ຄູຝຶກ, ນັກກິລາກວ່າ 150 ຄົນ ທີ່ມາຈາກ 21 ທິມ ຂອງ 11 ປະເທດອາຊີ ແລະ ເຂດແຄວ້ນປະກອບມີ: ອົດສະຕາລີ, ຈີນ, ຍີ່ປຸ່ນ, ສິງກະໂປ, ນິວຊີແລນ, ໄທ, ຮົ່ງກົງ (ຈີນ), Kazakhstan, Vanuatu, ມາເລເຊຍ ແລະ ຫວຽດນາມ.

ການແຂ່ງຂັນຄັ້ງນີ້ເພື່ອແນໃສ່ເພີ່ມທະວີການພົບປະແລກປ່ຽນ, ຍົກສູງລະດັບວິຊາສະເພາະກິລາບານສົ່ງຫາດຊາຍຫວຽດນາມ ແລະ ອາຊີ, ພ້ອມທັງກໍ່ໄດ້ໂຄສະນາຮູບພາບ ແລະ ຜູ້ຄົນ ປະເທດຫວຽດນາມ ເວົ້າລວມ ແລະ ນະຄອນເກີ່ນເທີເວົ້າສະເພາະ.

ການແຂ່ງຂັນບານສົ່ງຫາດຊາຍເພດຍິງອາຊີ ປີີ 2019

ພາຍຫຼັງການແຂ່ງຂັນທີ່ສິ້ນສຸດລົງ, ຄະນະຈັດຕັ້ງຈະເລືອກເອົາ 4 ທິມທີ່ເກັ່ງທີ່ສຸດຂອງອາຊີ ເພື່ອເຂົ້າຮ່ວມຮອບຊີງຊະນະເລີດການແຂ່ງຂັນບານສົ່ງຫາດຊາຍເພດຍິງໂລກເຊິ່ງຈະຈັດຂຶ້ນຢູ່ປະເທດເຢຍລະມັນ ໃນລະຫວ່າງແຕ່ວັນທີ 28 ມິຖຸນາ ຫາ ວັນທີ 7 ກໍລະກົດ 2019.

(ໄຊພອນ)

ເຫດການ
302 Found

Found

The document has moved here.