ABRAVIET ຈະສົມທົບກັບສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວທີ່ແທດຈິງ ແລະ ມີປະສິດທິຜົນ

11:40 | 09/11/2023

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ຢູ່​ສຳນັກງານ​ສະຖານທູດ​ຫວຽດນາມ ປະຈຳ ບຣາຊິນ, ທ່ານ​ເອກ​ອັກຄະ​ລັດຖະທູດ ບຸ່ຍ​ວັນ​ງິ ​ໄດ້​ຕ້ອນຮັບ​ທ່ານ Pedro Da Oliveira, ​ເລຂາທິການ​ສະມາຄົມ​ມິດຕະພາບ ບຣາຊິນ - ຫວຽດນາມ (ABRAVIET), ​ເພື່ອ​ຢື້ຢາມຖາມຂ່າວ ​ແລະ ສະແດງຄວາມຍິນດີນຳ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ແລະ ພັນ​ລະ​ຍາ ທີ່​ໄດ້​ຮັບ​ວາລະການ​ເຮັດ​ວຽກ​ຢູ່ ບຣາຊິນ (2023-2026).

ເອກອັກຄະລັດຖະທູດ ສປປ.ລາວ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ລັດຖະມົນຕີກະຊວງຕຳຫລວດຫວຽດນາມ ເອກອັກຄະລັດຖະທູດ ສປປ.ລາວ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ລັດຖະມົນຕີກະຊວງຕຳຫລວດຫວຽດນາມ
ທ່ານປະທານປະເທດ ຫວໍວັນເຖືອງ ຢ້ຽມຢາມປະຊາຄົມຊາວຫວຽດນາມ ແລະ ສະຖານທູດຫວຽດນາມ ປະຈຳ ອັງກິດ ທ່ານປະທານປະເທດ ຫວໍວັນເຖືອງ ຢ້ຽມຢາມປະຊາຄົມຊາວຫວຽດນາມ ແລະ ສະຖານທູດຫວຽດນາມ ປະຈຳ ອັງກິດ

ທ່ານ​ເອກ​ອັກຄະ​ລັດຖະທູດ ບຸ່ຍ​ວັນ​ງິ ​ໄດ້ຮັບຮູ້ ​ແລະ ຕີ​ລາຄາ​ສູງ​ຄວາມ​ຮັກ​ແພງ ​ແລະ ການ​ປະກອບ​ຂອງ​ທ່ານ​ເລຂາທິການ​ Oliveira ​ແລະ ABRAVIET ທີ່​ມີ​ຕໍ່ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ. ​ໃນວາລະ​​ຂອງຕົນ, ທ່ານ​ເອກ​ອັກຄະ​ລັດຖະທູດ ປາດ​ຖະໜາ​ວ່າ ຈະ​ສືບ​ຕໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ຮ່ວມ​ມື ​ແລະ ຊ່ວຍ​ເຫຼືອ​ໃນ​ການຜັນຂະຫຍາຍບັນດາການ​ເຄື່ອນໄຫວ​ມິດຕະພາບ ​ແລະ ພົບປະແລກປ່ຽນປະຊາຊົນ​ລະຫວ່າງ ຫວຽດນາມ ​ແລະ ບຣາຊິນ, ພິ​ເສດ​ເປັນໃນ​ປີ 2024, ​ເມື່ອ​ສອງ​ປະ​ເທດ​ສະ​ເຫຼີ​ມສະຫຼອງ 35 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (8 ພຶດສະພາ 1989 – 8 ພຶດສະພາ 2024), ແລະ ສະ​ເຫຼີ​ມສະຫຼອງ 17 ປີແຫ່ງການພົວພັນຄູ່ຮ່ວມມືຮອບດ້ານ (ເດືອນພຶດສະພາ 2007 – ເດືອນພຶດສະພາ 2024).

ABRAVIET ຈະສົມທົບກັບສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວທີ່ແທດຈິງ ແລະ ມີປະສິດທິຜົນ
ທ່ານ​ເອກ​ອັກຄະ​ລັດຖະທູດ ບຸ່ຍ​ວັນ​ງິ ​ຕ້ອນຮັບ​ທ່ານ Pedro Da Oliveira, ​ເລຂາທິການ​​ສະມາຄົມ​ມິດຕະພາບ ບຣາຊິນ - ຫວຽດນາມ (ABRAVIET)

ທ່ານ​ເອກ​ອັກຄະ​ລັດຖະທູດ​ໃຫ້ຮູ້​ວ່າ ບົນ​ພື້ນຖານ​ມິດຕະພາບ​ທີ່​ສະໜິດແໜ້ນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ​ຄວາມ​ສາມາດບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ວັດທະນະທຳ, ກິລາ ​ແລະ ການ​ທ່ອງ​ທ່ຽວ​ ແມ່ນຕ້ອງຜັນຂະຫຍາຍຢ່າງ​ແຮງ​ເພື່ອ​ສ້າງ​ບາດກ້າວ​ບຸກທະລຸ​ໃນ​ໄລຍະ​ຈະ​ມາ​ເຖິງ.

ທ່ານ​ເອກ​ອັກຄະ​ລັດຖະທູດ ບຸ່ຍ​ວັນ​ງິ ປາດ​ຖະໜາ​ວ່າ ທ່ານ Oliveira ​ແລະ ບັນດາ​ເພື່ອນມິດ ບຣາຊິນ ຈະສືບ​ຕໍ່​ເປັນ​ຂົວ​ຕໍ່, ​ແນະນຳ​ທ່ານ​ເອກ​ອັກຄະ​ລັດຖະທູດກັບ​ບັນດາ​ການ​ນຳ ​ແລະ ນັກ​ຊ່ຽວຊານທີ່ເປັນມິດໃຈ, ສະໜັບສະໜູນ ​ແລະ ຊຸກຍູ້​ການ​ພົວພັນ ບຣາຊິນ - ຫວຽດນາມ ​ໃນ​ສະພາ​ສູງ, ສະພາຕ່ຳ, ບັນດາ​ອຳນາດການປົກຄອງ​ຢູ່ ນະຄອນຫຼວງ Brasília; ບັນດາລັດ, ນະຄອນ, ແລະ ທ້ອງຖິ່ນອື່ນໆ; ຊ່ຽວຊານຫົວໜ້າຂະແໜງໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ກະສິກຳຈຳນວນໜຶ່ງ; ຫົວຕໍ່ຫຼັກແຫຼ່ງ​ຂອງ​ສະ​ມາ​ຄົມ​ບັນດາຜູ້​ນໍາ​ເຂົ້າ-​ສົ່ງ​ອອກ ​ແລະ ​ການ​ສົ່ງ​ເສີມ​ການ​ຄ້າ​ຢູ່ ບຣາຊິນ.

ທ່ານ Oliveira ​ໄດ້​ຕີ​ລາຄາ​ສູງ​ບັນດາສະເໜີ, ຕີ​ລາຄາ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ບຸ່ຍ​ວັນ​ງິ, ພ້ອມກັນນັ້ນ ກໍ່ປາດ​ຖະໜາ​ຢາກ​ຜັນ​ຂະຫຍາຍ​ການຊຸກຍູ້ສາຍ​ພົວພັນ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ບຣາຊິນ ​ໂດຍ​ໄວ.

ທ່ານ Oliveira ກໍ່ເນັ້ນ​ໜັກ​ວ່າ: ທ່ານ ​ແລະ ​ເພື່ອນມິດ​​ຊາວ​ ບຣາຊິນ ​ໃນ ABRAVIET ຈະ​ຈັດ​ຕັ້ງ​ການ​ພົບ​ປະ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ​ກ່ຽວກັບບັນດາຜູ້ທີ່ອິດທິພົນ​ໃນ​ບັນດາ​ວົງ​ການ​ເພື່ອ​ຊອກຮູ້ ​ແລະ ແລກປ່ຽນກ່ຽວກັບບັນດາ​ທິດ​ທາງ ​ແລະ ມາດ​ຕະການ​ຊຸກຍູ້​ການ​ພົວພັນ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ. ສິ່ງ​ດັ່ງກ່າວ​ຈະ​ປະກອບສ່ວນຊ່ວຍ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ ​ແລະ ບຣາຊິນ ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ສົມກັບ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ດີງເລື້ອງ

302 Found

Found

The document has moved here.