ສະເຫຼີມສະຫຼອງວັນຄູຫວຽດນາມ ຢູ່ລາວ

13:11 | 21/11/2023

ສະເຫຼີມສະຫຼອງວັນຄູຫວຽດນາມ ຢູ່ລາວ

ສັບປະດາວັດທະນະທໍາ-ການທ່ອງທ່ຽວເຂດຕາເວັນຕົກສຽງເໜືອ ແລະນະຄອນໂຮ່ຈີມິນ ຢູ່ລາວ ສັບປະດາວັດທະນະທໍາ-ການທ່ອງທ່ຽວເຂດຕາເວັນຕົກສຽງເໜືອ ແລະນະຄອນໂຮ່ຈີມິນ ຢູ່ລາວ
ຕໍ່ການຜັນແປທີ່ສັບສົນຂອງພະຍາດໂຄວິດ-19 ຢູ່ລາວ, ສ້າງເງື່ອນໄຂໃຫ້ແກ່ພົນລະເມືອງຫວຽດນາມ ຢູ່ລາວ ມີຄວາມຕ້ອງການຢາກກັບປະເທດ ຕໍ່ການຜັນແປທີ່ສັບສົນຂອງພະຍາດໂຄວິດ-19 ຢູ່ລາວ, ສ້າງເງື່ອນໄຂໃຫ້ແກ່ພົນລະເມືອງຫວຽດນາມ ຢູ່ລາວ ມີຄວາມຕ້ອງການຢາກກັບປະເທດ

ຕອນເຊົ້າວັນທີ 20 ພະຈິກ, ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ໄດ້ຈັດງານໂຮມຊຸມນຸມສະເຫຼີມສະຫຼອງ 41 ປີແຫ່ງວັນຄູຫວຽດນາມ (20 ພະຈິກ 1982 - 20 ພະຈິກ 2023).

ເຂົ້າຮ່ວມພິທີສະເຫຼີມສະຫຼອງ ມີຜູ້ຕາງໜ້າສະຖານທູດຫວຽດນາມ ປະຈໍາ ສປປ ລາວ, ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ, ພໍ່ແມ່ນັກຮຽນ ພ້ອມດ້ວຍຄູອາຈານ ແລະບັນດານ້ອງນັກຮຽນ.

ກ່າວຄໍາເຫັນທີ່ພິທີ, ທ່ານນາງ ສີວັນເຮືອງ ເພັງຄໍາໄມ ຜູ້ອຳນວຍການໂຮງຮຽນ ສອງພາສາ ລາວ - ຫວຽດນາມ ຫງວຽນຢູ ໃຫ້ຮູ້ວ່າ ທາງໂຮງຮຽນ ບໍ່ພຽງແຕ່ສອນໃຫ້ພວກນ້ອງນັກຮຽນ ທີ່ເປັນລູກຫຼານຊາວຫວຽດນາມ ແລະຊາວລາວ ກ່ຽວກັບຄວາມຮູ້ເທົ່ານັ້ນ ຫາກຍັງສຶກສາກ່ຽວກັບວັດທະນະທໍາທີ່ດີງາມຂອງຊາດຫວຽດນາມ ແລະພິເສດກວ່າແມ່ນສຶກສາໃຫ້ຄົນຮຸ່ນໜຸ່ມປັດຈຸບັນ ເຂົ້າໃຈ ແລະເຊື່ອມຊຶມກ່ຽວກັບການພົວພັນອັນບໍລິສຸດຜຸດຜ່ອງ, ເປັນຂົວຕໍ່ດ້ານວັດທະນະທໍາ-ການສຶກສາ, ຄວາມສາມັກຄີມິດຕະພາບແບບພິເສດລະຫວ່າງສອງປະເທດ ລາວ - ຫວຽດນາມ ອີກດ້ວຍ.

ສະເຫຼີມສະຫຼອງວັນຄູຫວຽດນາມ ຢູ່ລາວ

ລາຍການສະແດງສິລະປະເພື່ອຕອບບຸນແທນຄຸນຕໍ່ຄູອາຈານທີ່ພິທີ. ພາບ: TTXVN

ຕາງໜ້າໃຫ້ນັກຮຽນເກືອບ 1.000 ຄົນ, ນ້ອງ ຟ້າມເຈືອງທ້ຽນເອິນ ໄດ້ກ່າວຄໍາຂອບໃຈ ແລະສົ່ງຄໍາອວຍພອນອັນປະເສີດມາຍັງຄູອາຈານ; ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ຕໍ່ຄຸນງານຄວາມດີອັນໃຫຍ່ຫຼວງຂອງຄູອາຈານໃນການເບິ່ງແຍງດູແລ, ສຶກສາອົບຮົມໃຫ້ພວກນ້ອງນັກຮຽນ ນັບມື້ນັບເຕີບໃຫຍ່.

ພວກນ້ອງໝົດທຸກຄົນ ໃຫ້ຄໍາໝັ້ນສັນຍາວ່າຈະຕັດສິນໃຈສູ້ຊົນໃຫ້ບັນລຸໄດ້ບັນດາຜົນງານທີ່ດີໃນການຮໍ່າຮຽນ ເພື່ອຕອບບຸນແທນຄຸນຕໍ່ການສັ່ງສອນ, ສຶກສາອົບຮົມຂອງຄູອາຈານ ເພື່ອສົມກັບຄວາມໄວ້ເນື້ອເຊື່ອໃຈຄວາມຮັກແພງ, ຄວາມເອົາໃຈໃສ່ຂອງການນໍາທຸກຂັ້ນ.

ທີ່ພິທີ, ຄະນະບໍລິຫານງານສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງ ວຽງຈັນ ໄດ້ຕາງໜ້າຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈິມີນ ມອບເງິນຈໍານວນ 18.300 ກວ່າໂດລາສະຫະລັດໃຫ້ບັນດາຄູອາຈານສອນພາສາຫວຽດ ຂອງໂຮງຮຽນ.

ໂອກາດນີ້, ບັນດານັກຮຽນ ກໍໄດ້ມອບດອກໄມ້ທີ່ສົດໃສສວຍງາມໃຫ້ຄູອາຈານ ແລະຈັດລາຍການສະແດງສິລະປະ ໂດຍພວກນ້ອງ ສະແດງ ເພື່ອຕອບບຸນແທນຄຸນບັນດາຄູອາຈານ.

ບູນມີ

ເຫດການ
302 Found

Found

The document has moved here.