ສັບປະດາວັດທະນະທໍາ-ການທ່ອງທ່ຽວເຂດຕາເວັນຕົກສຽງເໜືອ ແລະນະຄອນໂຮ່ຈີມິນ ຢູ່ລາວ

16:50 | 27/10/2023

ສັບປະດາວັດທະນະທໍາ-ການທ່ອງທ່ຽວເຂດຕາເວັນຕົກສຽງເໜືອ ແລະນະຄອນໂຮ່ຈີມິນ ຢູ່ລາວ

ສັບປະດາວັດທະນະທໍາ ແລະ ການທ່ອງທ່ຽວ ພາກຕາເວັນຕົກສ່ຽງເຫນືອ ຫວຽດນາມ ແລະ ນະຄອນໂຮ່ຈີມິນ ຢູ່ ສປປ.ລາວ ສັບປະດາວັດທະນະທໍາ ແລະ ການທ່ອງທ່ຽວ ພາກຕາເວັນຕົກສ່ຽງເຫນືອ ຫວຽດນາມ ແລະ ນະຄອນໂຮ່ຈີມິນ ຢູ່ ສປປ.ລາວ
ຈົດໝາຍອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ ຈົດໝາຍອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ

ຕອນຄໍ່າວັນທີ 25 ຕຸລາ, ຢູ່ນະຄອນຫຼວງພະບາງ, ພາກເໜືອຂອງລາວ, ສັບປະດາວັດທະນະທໍາ-ການທ່ອງທ່ຽວເຂດຕາເວັນຕົກສຽງເໜືອ ແລະນະຄອນໂຮ່ຈີມິນ ຢູ່ນະຄອນຫຼວງພະບາງ ໄດ້ໄຂຂຶ້ນຢ່າງເປັນທາງການ. ນີ້ແມ່ນຄັ້ງທຳອິດທີ່ເຫດການວັດທະນະທຳ-ການທ່ອງທ່ຽວ ເຕົ້າໂຮມຜູ້ຕາງໜ້າຈາກ 4 ແຂວງໃນຕາເວັນຕົກສຽງເໜືອ ແລະນະຄອນໂຮ່ຈີມິນ ໄດ້ຈັດຕັ້ງຢູ່ຫຼວງພະບາງ, ນະຄອນທ່ອງທ່ຽວທີ່ມີຊື່ສຽງຂອງລາວ.

ສັບປະດາວັດທະນະທໍາ-ການທ່ອງທ່ຽວເຂດຕາເວັນຕົກສຽງເໜືອ ແລະນະຄອນໂຮ່ຈີມິນ ຢູ່ລາວ

ຜູ້ແທນສອງປະເທດຕັດແຖບຜ້າໄຂສັບປະດາວັດທະນະທໍາ-ການທ່ອງທ່ຽວເຂດຕາເວັນຕົກສຽງເໜືອ ແລະນະຄອນໂຮ່ຈີມິນ ຢູ່ແຂວງຫຼວງພະບາງ. ພາບ: ສຳນັກຂ່າວສານຫວຽດນາມ

ລາຍການສະແດງສິລະປະໄດ້ຍ້ອງຍໍຄວາມສວຍງາມຂອງປະເທດຊາດ, ປະຊາຊົນ ກໍ່ຄືນໍ້າໃຈສາມັກຄີມິດຕະພາບແບບພິເສດລະຫວ່າງສອງປະເທດ ຫວຽດນາມ-ລາວ ດ້ວຍຫົວຂໍ້ວ່າ “ເຂດຕາເວັນຕົກສຽງເໜືອ-ນະຄອນໂຮ່ຈີມິນ ມີສີສັນຫຼາກຫຼາຍ” ໄດ້ດຶງດູດປະຊາຊົນທ້ອງຖິ່ນ ແລະປະຊາຄົມຊາວຫວຽດນາມ ທີ່ພວມທໍາມາຫາກິນ, ດໍາລົງຊີວິດຢູ່ແຂວງຫຼວງພະບາງ ນັບໝື່ນຄົນເຂົ້າຮ່ວມພິທີໄຂ.

ໂດຍດຳເນີນໃນ 3 ວັນ, ສັບປະດາວັດທະນະທໍາ-ການທ່ອງທ່ຽວເຂດຕາເວັນຕົກສຽງເໜືອ ແລະນະຄອນໂຮ່ຈີມິນ ຢູ່ລາວ ໄດ້ມີບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ກິລາ ແລະການທ່ອງທ່ຽວ; ງານວາງສະແດງຮູບພາບແນະນຳສີສັນວັດທະນະທຳຊົນເຜົ່າ, ຜະລິດຕະພັນທ່ອງທ່ຽວເຂດຕາເວັນຕົກສຽງເໜືອ, ນະຄອນໂຮ່ຈີມິນ ແລະແຂວງຫຼວງພະບາງ. ນອກຈາກນັ້ນ, ບັນດາແຂວງທີ່ເຂົ້າຮ່ວມສັບປະດາວັດທະນະທຳຍັງຈັດຕັ້ງເຂດວາງສະແດງ, ແນະນຳ ແລະໂຄສະນາຜະລິດຕະພັນກະເສດທີ່ເປັນເອກະລັກຂອງຕົນອີກດ້ວຍ.

ບູນມີ

ເຫດການ
302 Found

Found

The document has moved here.