ຫວຽດນາມ ຢືນຢັນ ສັນຕິພາບແມ່ນເງື່ອນໄຂທີ່ຕ້ອງມີກ່ອນເພື່ອການພັດທະນາ

00:00 | 21/11/2023

ຍສໝ - ວັນ​ທີ 20 ພະຈິກ​ນີ້, ຢູ່​ນິວຢອກ, ອາ​ເມ​ລິ​ກາ, ສະພາຄວາມໝັ້ນຄົງ ສະຫະປະຊາຊາດ (UNSC) ໄດ້​ຈັດ​ຕັ້ງວາລະ​ປະຊຸມເປີດກ່ຽວ​ກັບ "ການຊຸກຍູ້​ສັນຕິພາບ​ແບບ​ຍືນ​ຍົງ​ຜ່ານ​ການ​ພັດທະນາ​ຮ່ວມ" ໂດຍການເປັນປະທານຂອງ ​ຈີນ, ປະທານສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໃນ​ເດືອນ​ພະຈິກ 2023.​

ເພີ່ມທະວີການຮ່ວມມືໃນບັນດາເຄື່ອນໄຫວເພື່ອສັນຕິພາບ ແລະ ການພັດທະນາ ເພີ່ມທະວີການຮ່ວມມືໃນບັນດາເຄື່ອນໄຫວເພື່ອສັນຕິພາບ ແລະ ການພັດທະນາ
ຊຸກຍູ້ການເຊື່ອມຕໍ່ 3 ພື້ນຖານເສດຖະກິດ ກຳປູເຈຍ, ລາວ ແລະ ຫວຽດນາມ ມຸ່ງໄປເຖິງການພັດທະນາແບບຍືນຍົງ ຊຸກຍູ້ການເຊື່ອມຕໍ່ 3 ພື້ນຖານເສດຖະກິດ ກຳປູເຈຍ, ລາວ ແລະ ຫວຽດນາມ ມຸ່ງໄປເຖິງການພັດທະນາແບບຍືນຍົງ

ກອງ​ປະຊຸມ​ໄດ້​ມີ​ການ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ປາ​ໄສ​ຂອງ​ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ, ການນຳຂອງ​ອົງການ​ສາກົນ​ທີ່​ກ່ຽວຂ້ອງ​ຈຳນວນ​ໜຶ່ງ, ພ້ອມ​ກັບ​ບັນດາ​ເຈົ້າໜ້າທີ່ ແລະ ຜູ້ຕາງໜ້າ​ຈາກ 80 ກວ່າ​ປະ​ເທດ​ສະມາຊິກ ສປຊ.

ຫວຽດນາມ ຢືນຢັນ ສັນຕິພາບແມ່ນເງື່ອນໄຂທີ່ຕ້ອງມີກ່ອນເພື່ອການພັດທະນາ

ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮວ່າງ​ຢາງ, ຫົວໜ້າ​ຄະນະ​ຜູ້ແທນຫວຽດນາມ ປະຈຳ ສປຊ, ກ່າວຄຳປາໄສ​ທີ່​ກອງ​ປະຊຸມ.

ຕາມ​ສຳນັກ​ຂ່າວສານ ​ຫວຽດນາມ ​ປະຈຳ ສປຊ ​ແລ້ວ, ໃນການກ່າວຄຳປາໄສທີ່ພິທີເປີດ​ກອງ​ປະຊຸມ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້​ເນັ້ນ​ໜັກ​ເຖິງ​ການ​ເຊື່ອມ​ຕໍ່​ລະຫວ່າງ​ສັນຕິພາບ ​ແລະ ການ​ພັດທະນາ ​ແມ່ນ​ພື້ນຖານ​ໃຫ້​ແກ່​ການ​ກຳ​ເນີ​ດຂອງ ສປຊ; ການສ້າງສັນຕິພາບແມ່ນເຄື່ອງມືເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ການເຂົ້າເຖິງການສຶກສາ, ສາທາລະນະສຸກ ແລະການບໍລິການສັງຄົມໃຫ້ສໍາລັບປະຊາຊົນທັງຫມົດ. ບັນດາຜູ້ລາຍງານ ແລະ ຜູ້ຕາງໜ້າ​ບັນດາ​ປະ​ເທດ​ທີ່ເຂົ້າ​ຮ່ວມ​ກໍ່​ຢືນຢັນ​ຄວາມ​ສຳຄັນ​ຂອງ​ການ​ຮັບປະກັນ​ຄວາມ​ໝັ້ນຄົງ​ພ້ອມ​ກັບ​ການ​ພັດທະນາ, ແກ້​ໄຂ​ບັນດາສາເຫດກົກຮາກ​ຂອງ​ການ​ປະ​ທະ​ກັນ ​ແລະ ​ການຍູ້ໄວການປະຕິບັດ​ບັນດາເປົ້າໝາຍພັດທະນາ​ແບບ​ຍືນ​ຍົງ, ​ໃນ​ນັ້ນ​ມີ​ບົດບາດ​ຂອງສະພາ​ຄວາມໝັ້ນຄົງ ສະຫະປະຊາຊາດ ໃນ​ການ​ຮັບປະກັນ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ສາກົນ​ເພື່ອ​ສ້າງເງື່ອນ​ໄຂໃນ​ການ​ພັດ​ທະ​ນາ​.

ກ່າວຄຳປາໄສ​ທີ່​ກອງ​ປະຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮວ່າງ​ຢາງ, ຫົວໜ້າ​ຄະນະ​ຜູ້ແທນ​ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ສັນຕິພາບແມ່ນເງື່ອນໄຂທີ່ຕ້ອງມີກ່ອນໃນການພັດທະນາ. ການ​ພົວພັນ​ລະຫວ່າງ​ສັນຕິພາບ​ ແລະ ​ການ​ພັດທະນາ​ນັບ​ມື້​ນັບ​ສຳຄັນ​ກວ່າ​ເກົ່າ ​ຍ້ອນ​ສົງຄາມ​ ແລະ ​ການ​ປະ​ທະ​ກັນ​ຍັງ​ມີ​ຢູ່​ຫຼາຍ​ແຫ່ງ​ໃນໂລກ, ໃນ​ຂະນະ​ທີ່​ການ​ປະຕິບັດ​ລາຍການດຳເນີນກອງປະຊຸມປີ 2030 ກ່ຽວກັບການພັດທະນາແບບຍືນຍົງ ພວມມີລະດັບຄວາມຄືບໜ້າຊັກ​​ຊ້າ. ໃນ​ສະພາບ​ການ​ນັ້ນ, ສະພາ​ຄວາມໝັ້ນຄົງ ສະຫະປະຊາຊາດ ​ຕ້ອງ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ​ອີກ​ໃນ​ການ​ປະຕິບັດໜ້າທີ່ສະກັດກັ້ນການປະທະກັນ, ສະກັດກັ້ນການຊ່ວງເສັງປະກອບອາວຸດ ​ແລະ ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ໂດຍບັນດາມາດຕະການສັນຕິວິທີ ເພື່ອແນ​ໃສ່​ສ້າງ​ແຫຼ່ງກຳລັງ​ໃຫ້ແກ່​ການພັດທະນາ. ສະພາ​ຄວາມໝັ້ນຄົງ ສະຫະປະຊາຊາດ ຕ້ອງ​ເອົາ​ໃຈ​ໃສ່ ​ແລະ ໃຫ້ບູຣິມະສິດໃນ​ການ​ແກ້​ໄຂ​ບັນຫາສາ​ເຫດກົກຂອງ​ການ​ປະ​ທະ​ກັນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ພັດທະນາ​ການ​ສະກັດກັ້ນ​ການ​ຂັດ​ແຍ່ງ ​ແລະ ການ​ກໍ່ສ້າງ​ຄືນ​ໃໝ່​ພາຍຫຼັງ​ການ​ປະ​ທະ​ກັນ.

ຜູ້​ຕາງ​ໜ້າ ​ຫວຽດ​ນາມ ຖື​ວ່າ ສະ​ຫະ​ປະ​ຊາ​ຊາດ, ໃນ​ນັ້ນ​ມີສະພາ​​ຄວາມໝັ້ນຄົງ ຕ້ອງມີວິທີການເຂົ້າເຖິງຢ່າງຮອບດ້ານ​ເພື່ອແນ​ໃສ່​ຊຸກ​ຍູ້​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ທັບມ້າງວົງວຽນຂອງການ​ປະ​ທະ​ກັນ ແລະ ຄວາມ​ທຸກ​ຍາກອຶດຫິວ. ການເຄື່ອນໄຫວຂອງສະພາ​​ຄວາມໝັ້ນຄົງ ສະຫະປະຊາຊາດ ແລະ ຄະນະຜູ້ແທນຮັກສາສັນຕິພາບ ແລະ ຄະນະຜູ້ແທນການເມືອງພິເສດຕ້ອງໄດ້ວາງອອກໃນສະພາບລວມຂອງການປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງ ແລະ ບັນດາຂໍ້ລິເລີ່ມສາກົນທີ່ກ່ຽວຂ້ອງ, ມີການຄິດໄລ່ເຖິງປັດໄຈການພັດທະນາໃນການລະດົມການເງິນເພື່ອການສ້າງສັນຕິພາບ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ຮ​່ວາງ​ຢາງ ເນັ້ນ​ໜັກ​ວ່າ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຕ້ອງ​ເອົາ​ໃຈ​ໃສ່​ກວ່າ​ອີກ​ໃນ​ການ​ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍທີ່ຫາກໍ່ເກີດຂຶ້ນ ແລະ ແບບ​ໃໝ່ຕໍ່​ການ​ພັດທະນາ ​ແລະ ຄວາມ​ໝັ້ນຄົງ, ໃນ​ນັ້ນ​ມີ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ລະດັບ​ນ້ຳ​ທະ​ເລ​ຍື່ງ​ຂຶ້ນ, ​ແກ້​ໄຂ​ບັນດາ​ຄວາມສ່ຽງ​ດ້ານ​ຄວາມ​ປອດ​ໄພ​ຂອງ​ບັນດາ​ບັນຫາ​ນີ້, ປະກອບສ່ວນ​ເຂົ້າໃນຄວາມມານະພະຍາຍາມລວມ ​ເພື່ອ​ສະກັດກັ້ນການສົ່ງຜົນກະທົບທີ່ຫຍໍ້ທໍ້ຕໍ່​ການ​ພັດທະນາຢ່າງມີ​ປະສິດທິ​ຜົນ​ກ່ວາ​ອີກ.

ຈາກ​ປະ​ເທດທີ່ຖືກທຳລາຍໂດຍສົງຄາມ, ຫວຽດນາມ ສາມາດບັນລຸໄດ້ບັນດາ​ຜົນງານ​ພັດທະນາ​ທີ່ກະໂດດຂັ້ນໃນ 50 ປີຜ່ານມາ, ດ້ວຍ​ວິ​ໄສ​ທັດ​ກາຍ​ເປັນ​ປະ​ເທດທີ່​ມີລາຍຮັບ​ສູງ ​ຮອດ​ປີ 2045 ​ແລະ ບັນລຸ​ເປົ້າ​ໝາຍ​ການປ່ອຍອາຍພິດລົງເປັນ 0 ຮອດ​ປີ 2050. ເໜືອກວ່າສິ່ງໃດໝົດ, ຫວຽດນາມ ມີຄວາມ​ເຂົ້າໃຈແຈ້ງກ່ຽວກັບ​ຄວາມ​ສຳຄັນ​ຂອງ​ການ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ຮັບປະກັນ​ສະຫວັດດີ​ການ​ຂອງ​ປະຊາຊົນ​ໃນ​ການ​ຮັກສາ​ສັນຕິພາບ ​ແລະ ຄວາມໝັ້ນຄົງ. ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງຮວ່າງຢາງ ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ພ້ອມ​ແລ້ວ​ທີ່​ຈະ​ແບ່ງປັນ​ປະສົບ​ການ ​ແລະ ຕົວຈິງທີ່​ດີ​ກັບ​ປະຊາ​ຄົມສາກົນ​ໃນ​ບັນຫາ​ນີ້.

ມິງດຶກ

ເຫດການ
302 Found

Found

The document has moved here.