ສະຫະ​ປະຊາ​ຊາດ​ຕີ​ລາຄາ​ສູງ​ຄວາມ​ພະຍາຍາມ​ຂອງ​ລັດຖະບານ​ໃນ​ວຽກງານ​ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ຄວາມສະຫງົບປອດໄພສັງຄົມ

09:51 | 12/11/2023

ຍສໝ - ສິ້ນ​ສຸດ​ການ​ຢ້ຽມຢາມ ຫວຽດນາມ ​ເປັນ​ເວລາ 10 ວັນ, ຜູ້​ລາຍ​ງານ​ພິ​ເສດ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ສິດ​ພັດທະນາ, ທ່ານ Surya Deva ​ໄດ້​ຍ້ອງຍໍ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ ຫວຽດນາມ ​ໃນ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ, ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ​ເພີ່ມ​ທະວີ​ການ​ປະກັນ​ສັງຄົມ.

ນັກຊ່ຽວຊານສິງກະໂປ ສະເໜີຄວາມເຫັນ ໃຫ້ການທ່ອງທ່ຽວຫວຽດນາມ ນັກຊ່ຽວຊານສິງກະໂປ ສະເໜີຄວາມເຫັນ ໃຫ້ການທ່ອງທ່ຽວຫວຽດນາມ
ແຂວງ ກອມຕູມ ສສ.ຫວຽດນາມ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິນັກຮົບ ແລະ ຜູ້ຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດ ຢູ່ ລາວ ແລະ ກຳປູເຈຍ ຈຳນວນ 21 ຊຸດ ແຂວງ ກອມຕູມ ສສ.ຫວຽດນາມ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິນັກຮົບ ແລະ ຜູ້ຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດ ຢູ່ ລາວ ແລະ ກຳປູເຈຍ ຈຳນວນ 21 ຊຸດ

ທີ່​ການ​ປະຊຸມ​ຂ່າວ​ໃນ​ວັນ​ທີ 15 ພະຈິກ​ນີ້, ຢູ່​ຮ່າ​ໂນ້ຍ, ທ່ານ​ Surya Deva ​ໃຫ້​ຮູ້​ວ່າ: ​ເຖິງ​ວ່າ​ຈະ​ໄດ້​ຮັບຜົນສະທ້ອນ​​ຫຍໍ້ທໍ້ຈາກໂລກລະບາດ​ໂຄ​ວິດ-19 ເເລະ ບັນດາບັ້ນຂັດແຍ່ງ, ​ແຕ່​ຫວຽດນາມ​ໄດ້​ບັນລຸ​ຄວາມກ້າວໜ້າ​ທີ່​ປະ​ທັບ​ໃຈ​ໃນ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຫຼາຍ​ດ້ານ.

ຜູ້ຊ່ຽວຊານ Surya Deva: ຫວຽດນາມ ບັນລຸໄດ້ກ້າວໜ້າທີ່ປະທັບໃຈໃນການຫຼຸດຜ່ອນຄວາມທຸກຍາກຫຼາຍດ້ານ
ຮູບພາບໃນກອງປະຊຸມ. ພາບ: VGP/ທູ້ຍຢູງ

ຫວຽດນາມ ກໍ່ພວມ​ໄດ້​ເເຕ່ລະກ້າວ ໜ້າໃນ​ການ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ (SDGs) ​ແລະ ຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ ​ເພື່ອ​ ຕອບສະໜອງ​ຄຳ​ໝັ້ນ​ສັນຍາ​ບັນລຸ​ໄດ້​ສູນ​ການ​ປ່ອຍ​ອາຍ​ພິດ​ໃນ​ປີ 2050.

ທ່ານ Surya Deva ໄດ້ເນັ້ນໜັກ 3 ສິ່ງທ້າທາຍໃນປະຈຸບັນ, ນັ້ນເເມ່ນກຳມະວິທີ, ຄວາມເຂົ້າຮ່ວມ ເເລະ ດາວພະເຄາະ. ລັດຖະບານຫວຽດນາມ ຕ້ອງປັບປຸງກຳມະວິທີອະນຸມັດໃຫ້ບັນດາໂຄງການປະຈຸບັນ, ໃນນັ້ນມີບັນດາຄູ່ຮ່ວມມືພັດທະນາ, ບັນດາອົງການບໍ່ສັງກັດລັດຖະບານສາກົນໄດ້ອຸດໜູນ, ປະຕິບັດບັນດາຈຸດໝາຍ SDGs ເພື່ອຮັບປະກັນໃຫ້ບັນດາຜູ້ທີ່ຕ້ອງການການໜູນຊ່ວຍຢູ່ບັນດາແຂວງ, ນະຄອນໄດ້ຊົມໃຊ້ສິດຜົນປະໂຫຍດຫຼາຍກວ່າ.

ວິຈານ​ກັບສະພາບການທີ່ເສຍຫາຍງ່າຍ​ຂອງ​ຫວຽດນາມ​ຕໍ່​ການ​ປ່ຽນ​ແປງ​ຂອງ​ລົມຟ້າອາກາດ, ຜູ້​ລາຍ​ງານ​ພິ​ເສດ​ສະຫະ​ປະຊາ​ຊາດ​ໃຫ້​ຮູ້​ວ່າ: ລັດຖະບານ, ບັນດາອົງການ​ສະຫະ​ປະຊາ​ຊາດ, ບັນດາຄູ່​ຮ່ວມ​ມື​ພັດທະນາ, ວິ​ສາ​ຫະກິດ ​ແລະ ອົງການບໍ່ສັງກັດລັດຖະບານຕ້ອງ​ສົມທົບ​ກັນ​ເພື່ອ​ສະກັດ​ກັ້ນ​ວິ​ກິດ​ການ​ທີ່​ອາດ​ຈະ​ເກີດ​ຂຶ້ນ.

ຜູ້​ລາຍ​ງານ​ພິ​ເສດ Surya Deva ລາຍ​ງານ​ລະອຽດ​ກ່ຽວ​ກັບ​ການ​ຢ້ຽມຢາມ​ແລະ​ ຂໍ້​ສະ​ເໜີ​ຂອງ​ທ່ານ​ຈະໄດ້​ແຈ້ງ​​ຂຶ້ນສະພາ​ສິດທິ​ມະນຸດ​ໃນ​ເດືອນ​ກັນຍາ 2024.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.