ການສົນທະນາປຶກສາຫາລືຍຸດທະສາດ ຫວຽດນາມ - ອັງກິດ ຄັ້ງທີ 9

00:00 | 05/08/2023

ຍສໝ - ວັນ​ທີ 12 ມິຖຸນາ​ນີ້, ຢູ່​ລອນ​ດອນ, ອັງກິດ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເລ​ທິທູ​ຮັ່ງ ​ແລະ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ພັດທະນາ​ອັງກິດ Anne-Marie Trevelyan ​ໄດ້​ເປັນ​ປະທານ​ຮ່ວມ​ການ​ເຈລະຈາ​ຍຸດ​ທະ​ສາດ ຫວຽດນາມ - ອັງກິດ ຄັ້ງ​ທີ 9. ​ເຂົ້າ​ຮ່ວມ​ການ​ເຈລະຈາ ມີ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອັງກິດ ຫງວຽນ​ຮ່ວາງ​ລອງ, ​ເອກ​ອັກຄະ​ລັດຖະທູດ​ອັງກິດ ປະຈຳ​ຫວຽດນາມ Ian Frew ​ແລະ ຜູ້ຕາງໜ້າ​ບັນດາ​ກະຊວງ​ການ​ຕ່າງປະ​ເທດ, ກະຊວງປ້ອງ​ກັນ​ປະ​ເທດ, ກະຊວງປ້ອງ​ກັນ​ຄວາມ​ສະຫງົບ, ​ກະຊວງພາຍ​ໃນ​ຂອງ​ສອງ​ປະ​ເທດ.

ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຫວຽດນາມ - ອັງກິດ ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຫວຽດນາມ - ອັງກິດ
ສັນຍາການຄ້າເສລີ ຫວຽດນາມ - ອັງກິດ  ໄດ້ມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 1 ພຶດສະພາ  2021 ເປັນຕົ້ນໄປ ສັນຍາການຄ້າເສລີ ຫວຽດນາມ - ອັງກິດ ໄດ້ມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 1 ພຶດສະພາ 2021 ເປັນຕົ້ນໄປ

ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດ ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ຮອບດ້ານໃນທຸກຂົງເຂດ; ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໄດ້ຮັບການປັບປຸງ; ເສດຖະກິດ - ການຄ້າໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ; ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບໄດ້ເຂົ້າສູ່ແທດຈິງ… ນີ້ແມ່ນການຕີລາຄາເຊິ່ງທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ແລະ ທ່ານນາງລັດຖະມົນຕີການຕ່າງປະເທດ ແລະ ພັດທະນາ ອັງກິດ Anne Marie Trevelyan ໄດ້ເຫັນດີນຳກັນທີ່ການສົນທະນາປຶກສາຫາລືຍຸດທະສາດ ຫວຽດນາມ- ອັງກິດ ຄັ້ງທີ 9, ຖືກຈັດຂຶ້ນໃນວັນທີ 12 ມິຖຸນາ, ຢູ່ ລອນດອນ, ປະເທດ ອັງກິດ.

ການສົນທະນາປຶກສາຫາລືຍຸດທະສາດ ຫວຽດນາມ - ອັງກິດ ຄັ້ງທີ 9

ໃນໄລຍະຈະມາເຖິງ, 2 ຝ່າຍເປັນເອກະພາບສືບຕໍ່ສົມທົບກັນຜັນຂະຫຍາຍສັນຍາການຄ້າເສລີລະຫວ່າງ ຫວຽດນາມ ກັບ ລາຊະອານາຈັກ ອັງກິດ ແລະ ອຽດລັງເໜືອ (UKVFTA); ສົ່ງເສີມໃຫ້ວິສາຫະກິດ ອັງກິດ ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດ, ຄື: ພະລັງງານທົດແທນ, ເຕັກນິກດີຈີຕອນ, ການປ່ຽນແປງໃໝ່ປະດິດຄິດສ້າງ, ພື້ນຖານໂຄງລ່າງມີຄຸນນະພາບສູງ, ຄວາມໝັ້ນຄົງ… 2 ຝ່າຍກໍ່ແລກປ່ຽນບາງບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເຄົາລົບການປະຕິບັດກົດໝາຍສາກົນ ແລະ ບັນດາຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ, ສະໜັບສະໜູນບົດບາດໃຈກາງຂອງ ອາຊຽນ ແລະ ຫຼັກໝັ້ນຂອງ ອາຊຽນ ໃນບັນດາບັນຫາຄວາມໝັ້ນຄົງຢູ່ພາກພື້ນ, ໃນນັ້ນມີການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ, ການບິນ, ເຄົາລົບກົດໝາຍ, ສະໜັບສະໜູນການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ບັນລຸປະສິດທິພາບ, ປະສິດທິຜົນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.