ຫວຽດນາມ ປາດຖະໜາຢາກໃຫ້ລາຊະອານາຈັກ ອັງກິດ ແບ່ງປັນບົດຮຽນຂົງເຂດພະລັງງານທົດແທນ

10:58 | 03/08/2023

ຍສໝ - ຕອນ​ບ່າຍ​ວັນ​ທີ 31 ກໍລະກົດ, ຢູ່​ສຳນັກງານ​ລັດຖະບານ, ຢູ່ ຮ່າໂນ້ຍ, ຫວຽດນາມ ທ່ານ​ຮອງ​ນາຍົກລັດຖະມົນຕີ ເຈີ່ນ​ຮົ່ງຮ່າ ​ໄດ້​ຕ້ອນຮັບ​ທ່ານ Graham Stuart, ລັດຖະມົນຕີຮັບຜິດຊອບຄວາມໝັ້ນຄົງດ້ານພະລັງງານ ແລະ Net Zero ຂອງລາຊະອານາຈັກ ອັງກິດ.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ງຮົ່ງຮ່າ ຕີ​ລາຄາ​ສູງ​ຈິດ​ໃຈ​ການ​ເຄື່ອນ​ໄຫວ​ຂອງ​ລັດຖະບານ​ອັງກິດ ກໍ່ຄືທ່ານ​ລັດຖະມົນຕີ Graham Stuart ​​ຕໍ່​ການຈັດຕັ້ງ​ປະຕິບັດຂໍ້ຕົກລົງ​ຄູ່​ຮ່ວມ​ມື​ການ​ຫັນປ່ຽນ​ພະລັງງານ​ທີ່​ຍຸດຕິ​ທຳ (JETP).

ຫວຽດນາມ ປາດຖະໜາຢາກໃຫ້ລາຊະອານາຈັກ ອັງກິດ ແບ່ງປັນບົດຮຽນຂົງເຂດພະລັງງານທົດແທນ

ທ່ານຮອງນາຍົກລັດຖະມົນຕີ ເຈິ່ງຮົ່ງຮ່າ ຕ້ອນຮັບທ່ານ Graham Stuart, ລັດຖະມົນຕີຮັບຜິດຊອບຄວາມໝັ້ນຄົງດ້ານພະລັງງານ ແລະ Net Zero ຂອງລາຊະອານາຈັກ ອັງກິດ (ພາບ: VGP)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ງຮົ່ງຮ່າ ແລະ ທ່ານລັດຖະມົນຕີ Graham Stuart ໄດ້ເປັນເອກະພາບຊຸກຍູ້ບາງໂຄງການພະລັງງານທົດແທນ ລະອຽດດ້ວຍການເຂົ້າຮ່ວມຂອງວິສາຫະກິດແຖວໜ້າຂອງ 2 ປະເທດ, ເປັນພື້ນຖານເພື່ອແລກປ່ຽນ, ແບ່ງປັນບົດຮຽນຂອງ 2 ຝ່າຍຢ່າງແທດຈິງ, ບັນລຸປະສິດທິຜົນ.

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜີໃຫ້ລາຊະອານາຈັກ ອັງກິດ ໃຫ້ຄຳປຶກສາຕໍ່ບັນດາວິສາຫະກິດທີ່ລົງທຶນເຂົ້າໃນບັນດາໂຄງການໄຟຟ້າແຮງລົມ, ໄຟຟ້າແສງຕາເວັນ, ລະບົບເກັບໄຟຟ້າ ໃຫ້ບັນລຸຜົນສຳເລັດ. ພ້ອມກັນນັ້ນ ກໍ່ແມ່ນແບ່ງປັນບົດຮຽນໃນການສ້າງນະໂຍບາຍ, ມາດຕະຖານ, ກົນໄກຊື້-ຂາຍບັນດາແຫຼ່ງພະລັງງານທົດແທນໂດຍກົງ…

ສ່ວນທ່ານລັດຖະມົນຕີ Graham Stuart, ໄດ້ແຈ້ງຂໍ້ມູນກ່ຽວກັບການຜັນແປ ແລະ ໝາກຜົນການຫັນປ່ຽນບັນດາແຫຼ່ງພະລັງງານນຳໃຊ້ຖ່ານຫີນ, ເຊື້ອເພີງ ໄປສູ່ແຫຼ່ງພະລັງງານທົດແທນ. ທ່ານກໍ່ແບ່ງປັນບົດຮຽນທີ່ຖອດຖອນມາໄດ້ຈາກວິວັດການດັ່ງກ່າວ, ກໍຄືເລື່ອງລັດຖະບານເຂົ້າຮ່ວມວິວັດການສ້າງເງື່ອນໄຂໃຫ້ແຫຼ່ງເງິນລົງທຶນຈາກບັນດາອົງການຈັດຕັ້ງການເງິນໃຫຍ່.

ດີງເລື້ອງ

ເຫດການ
302 Found

Found

The document has moved here.