VUFO ແລະ ISB ຮ່ວມມືເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ ຫວຽດນາມ ແລະ Venezuela

16:42 | 06/11/2023

ຍສໝ - ຕອນ​ເຊົ້າ​ວັນ​ທີ 31 ຕຸລາ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ (VUFO) ​ໄດ້​ດຳ​ເນີນ​ການ​ພົບປະເຈລະຈາ​ທາງ​ອອນ​ລາຍ​ກັບ​ສະ​ຖາ​ບັນ Simon Bolivar ​ເພື່ອ​ສັນຕິພາບ ​ແລະ ຄວາມ​ສາມັກຄີ​ລະຫວ່າງ​ປະຊາຊົນ (ISB - ຂຶ້ນກັບ​ກະຊວງ​ການ​ຕ່າງປະ​ເທດ Venezuela).

ຄົ້ນຄ້ວາ ແລະ ພັດທະນາບັນດາສາຂາສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ຢູ່ບັນດາອົງການ, ໂຮງຮຽນ ແລະ ວິສາຫະກິດ ຄົ້ນຄ້ວາ ແລະ ພັດທະນາບັນດາສາຂາສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ຢູ່ບັນດາອົງການ, ໂຮງຮຽນ ແລະ ວິສາຫະກິດ
ກອນຕູມ ແລະ ອັດຕະປື ສົມທົບກັນຊອກຫາ, ທ້ອນໂຮມອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົມຄາມຢູ່ລາວ ກັບຄືນເມືອປະເທດ ກອນຕູມ ແລະ ອັດຕະປື ສົມທົບກັນຊອກຫາ, ທ້ອນໂຮມອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົມຄາມຢູ່ລາວ ກັບຄືນເມືອປະເທດ

ທີ່​ການພົບປະເຈລະຈາ, ທ່ານ ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໃຫ້​ຮູ້​ວ່າ VUFO ຫວັງວ່າ​ ຈະໄດ້ຮ່ວມ​ມື ​ແລະ ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ກັບ​ບັນດາ​ຄູ່​ຮ່ວມ​ມື Venezuela. ຜ່ານ​ບັນດາເຄື່ອນໄຫວການ​ສຳ​ມະ​ນາ, ສົນທະນາ, ​ແລກປ່ຽນ​ນັກຮຽນຮູ້, ​ເຊື່ອມ​ຕໍ່​ກັບບັນດາ​ມະຫາວິທະຍາ​ໄລ ​ແລະ ຮາກຖານ​ການ​ຄົ້ນ​ຄ້ວາ..., ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ. ພ້ອມ​ກັນ​ນັ້ນ, ສອງ​ຝ່າຍ​ຕ້ອງ​ຊຸກຍູ້​ການເຊື່ອມ​ຕໍ່​ບັນດາ​ວິສາຫະກິດ, ປະກອບສ່ວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ​ການ​ຄ້າ​​ສອງຝ່າຍ.

VUFO ແລະ ISB ຮ່ວມມືເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ ຫວຽດນາມ ແລະ Venezuela
ທີ່​ການພົບປະເຈລະຈາ, ທ່ານ ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ (ພາບ: ຮົ່ງເເອງ)

ຕາມ​ທ່ານ Carlos Ron, ຮອງລັດຖະມົນຕີການຕ່າງປະເທດ ​ຮັບຜິດຊອບອາ​ເມ​ລິ​ກາ​ເໜືອ Venezuela, ປະທານ ISB ​ແລ້ວ: ຫວຽດນາມ ​ແລະ Venezuela ມີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ປະຊາຊົນ Venezuela ມີ​ຄວາມ​ຮູ້ສຶກ​ທີ່ດີ​ງາມຕໍ່ກັບ​ປະຊາຊົນ ​ແລະ ຂະບວນການການ​ຕໍ່ສູ້​ເພື່ອ​ເອກະລາດຂອງ​ແຫ່ງ​ຊາດ​ຫວຽດນາມ. ທ່ານປະທານ ISB ສະແດງຄວາມປາດຖະໜາຢາກຮ່ວມມື ແລະ ແລກປ່ຽນປະສົບການຂອງ VUFO ໃນການຜັນຂະຫຍາຍບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ.

2 ຝ່າຍທີ່ໄດ້ເປັນເອກະພາບການຮ່ວມມືຜັນຂະຫຍາຍບັນດາ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ​ໃນ​ການ​ພົວພັນ​ແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​ແລະ Venezuela, ມຸ່ງໄປເຖິງ 35 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ (1989 – 2024).

Hai bên nhất trí hợp tác triển khai các hoạt động thiết thực trong quan hệ giao lưu nhân dân Việt Nam – Venezuela, hướng tới 35 năm thiết lập quan hệ ngoại giao hai nước (1989 – 2024).

ດີງເລື້ອງ

302 Found

Found

The document has moved here.