ກອງປະຊຸມ ADMM+ ສ້າງຄວາມໄວ້ເນື້ອເຊື່ອໃຈ, ເຈລະຈາແທນທີ່ຄູ່ແຂ່ງ

16:40 | 17/11/2023

ກອງປະຊຸມ ADMM+ ສ້າງຄວາມໄວ້ເນື້ອເຊື່ອໃຈ, ເຈລະຈາແທນທີ່ຄູ່ແຂ່ງ

ADMM ເເມ່ນເວທີທີ່ຊ່ວຍເຫຼືອບັນດາປະເທດອາຊຽນເຈລະຈາຢ່າງມີປະສິດທິຜົນສຳລັບບັນຫາປ້ອງກັນປະເທດ-ຄວາມສະຫງົບ ໃນພາກພື້ນ ແລະ ທົ່ວໂລກ ADMM ເເມ່ນເວທີທີ່ຊ່ວຍເຫຼືອບັນດາປະເທດອາຊຽນເຈລະຈາຢ່າງມີປະສິດທິຜົນສຳລັບບັນຫາປ້ອງກັນປະເທດ-ຄວາມສະຫງົບ ໃນພາກພື້ນ ແລະ ທົ່ວໂລກ
ຫວຽດນາມ ເຂົ້າຮ່ວມ ກອງປະຊຸມ ລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ADMM ຄັ້ງທີ 13 ຫວຽດນາມ ເຂົ້າຮ່ວມ ກອງປະຊຸມ ລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ADMM ຄັ້ງທີ 13

ທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດໃນວັນທີ 16 ພະຈິກ ໄດ້ນໍາໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 10 ໄດ້ຈັດຕັ້ງຢູ່ນະຄອນຫຼວງຈາກາຕາ, ອິນໂດເນເຊຍ.

ກອງປະຊຸມ ADMM+ ສ້າງຄວາມໄວ້ເນື້ອເຊື່ອໃຈ, ເຈລະຈາແທນທີ່ຄູ່ແຂ່ງ

ທ່ານພົນເອກ ຟານວັນຢາງ ທີ່ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 10. ພາບ: ທູຈາງ

ກອງປະຊຸມ ADMM+ ຄັ້ງທີ 10 ມີການເຂົ້າຮ່ວມຂອງລັດຖະມົນຕີກະຊວງປ້ອງກັນປະເທດ, ຜູ້ຕາງໜ້າລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ແລະ 8 ປະເທດຄູ່ຮ່ວມມື, ລວມມີ: ອົດສະຕາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ສ.ເກົາຫຼີ, ລັດເຊຍ ແລະອາເມລິກາ.

ກອງປະຊຸມ ADMM+ ສ້າງຄວາມໄວ້ເນື້ອເຊື່ອໃຈ, ເຈລະຈາແທນທີ່ຄູ່ແຂ່ງ

ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ກອງປະຊຸມຄັ້ງນີ້ ເຖິງວ່າຍັງມີຄໍາຄິດເຫັນທີ່ແຕກຕ່າງກັນກໍ່ຕາມ ແຕ່ບັນດາສະມາຊິກຂອງ ADMM+ ຍັງເຫັນດີຕໍ່ຫຼັກຂອງກົນໄກນີ້. ນັ້ນແມ່ນສ້າງຄວາມໄວ້ເນື້ອເຊື່ອໃຈ, ເປັນຄູ່ຮ່ວມມື, ຄູ່ເຈລະຈາແທນທີ່ຄູ່ແຂ່ງ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ສະເໜີບັນດາປະເທດສືບຕໍ່ຍົກສູງບົດບາດໃຈກາງຂອງອາຊຽນ, ເພີ່ມທະວີການສ້າງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດບົນຈິດໃຈເຄົາລົບກົດໝາຍ ແລະເຄົາລົບເຊິ່ງກັນ ແລະກັນ, ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ; ຢຶດໝັ້ນແກ້ໄຂຄວາມຄັດແຍ່ງກັນໂດຍສັນຕິວິທີ, ຜ່ານການເຈລະຈາຢ່າງເປີດເຜີຍ, ແທດຈິງ, ເພື່ອໃຫ້ ADMM+ ຍາມໃດກໍ່ແມ່ນຂົວເຊື່ອມຕໍ່, ແມ່ນຈຸດນັດພົບໃຫ້ທຸກຝ່າຍ.

ທ່ານພົນເອກ ຟານວັນຢາງ ປາດຖະໜາຢາກມີການພົວພັນຢ່າງແໜ້ນແຟ້ນກວ່າລະຫວ່າງ ADMM+ ກັບຂອບການຮ່ວມມືອື່ນໆໃນ 3 ເສົາຄໍ້າຂອງປະຊາຄົມອາຊຽນ, ສ້າງສະພາບແວດລ້ອມສະດວກ ເພື່ອໃຫ້ການປະຕິບັດ DOC ຢ່າງເຂັ້ມງວດ, ຄົບຖ້ວນ; ບັນລຸໄດ້ COC ທີ່ແທດຈິງ, ມີປະສິດທິຜົນໂດຍໄວ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນ ມີ UNCLOS 1982; ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄຟ, ຄວາມເສລີໃນການເດີນທະເລ, ການບິນຢູູ່ທະເລຕາເວັນອອກ.

ເນື່ອງໃນໂອກາດນີ້, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເປັນກຽດເຊີນການນໍາກະຊວງປ້ອງກັນປະເທດ, ກອງທັບ ແລະວິສາຫະກິດອຸດສາຫະກໍາປ້ອງກັນຊາດບັນດາປະເທດອາຊຽນ ແລະບັນດາປະເທດຄູ່ຮ່ວມມືມາຢ້ຽມຢາມ ແລະເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 2, ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ໃນເດືອນ ທັນວາ 2024.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຊາບກ່ຽວກັບບັນດາປະເທດທີ່ເປັນປະທານຮ່ວມກຸ່ມຊ່ຽວຊານ ADMM+ ໄລຍະ 2024-2027. ກອງປະຊຸມກໍ່ໄດ້ຮັບຮອງເອົາຖະແຫຼ່ງການຮ່ວມວ່າດ້ວຍຫົວຂໍ້ຂອງບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ADMM+ ກ່ຽວກັບແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງ.

ຕອນທ່ຽງວັນທີ 16 ພະຈິກ, ພິທີມອບຮັບຕໍາແໜ່ງປະທານກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ (ADMM) ແລະ ADMM+ ໄດ້ຈັດຕັ້ງຢ່າງສົມກຽດຢູ່ຈາກາຕາ, ອິນໂດເນເຊຍ. ກະຊວງປ້ອງກັນປະເທດລາວ ໄດ້ກາຍເປັນປະທານ ADMM ແລະ ADMM+ ໃນປີ 2024 ຢ່າງເປັນທາງການ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.