ຫວຽດນາມ ເຂົ້າຮ່ວມການເຈລະຈາ Shangri-La ຄັ້ງທີ 20

10:13 | 05/06/2023

ຍສໝ - ຕອນເຊົ້າວັນທີ 03 ມິຖຸນາ, ການເຈລະຈາຄວາມໝັ້ນຄົງດ້ານປ້ອງກັນຊາດ Shangri-La ຄັ້ງທີ 20 (SLD 20) ໂດຍສະຖາບັນຄົ້ນຄວ້າຍຸດທະສາດສາກົນ (IISS) ຈັດຂຶ້ນຢ່າງເປັນທາງການຢູ່ ສິງກະໂປ.

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວັນລິກ ມີການພົບປະສອງຝ່າຍຢູ່ນອກກອບກອງປະຊຸມ Shangri – La ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວັນລິກ ມີການພົບປະສອງຝ່າຍຢູ່ນອກກອບກອງປະຊຸມ Shangri – La
ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ ຫວຽດ​ນາມ​ ເຂົ້າ​ຮ່ວມກອງ​ປະ​ຊຸມ Shangri – La ຢູ່​ ສິງ​ກະ​ໂປ ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ ຫວຽດ​ນາມ​ ເຂົ້າ​ຮ່ວມກອງ​ປະ​ຊຸມ Shangri – La ຢູ່​ ສິງ​ກະ​ໂປ

ຕອນເຊົ້າວັນທີ 03 ມິຖຸນາ, ການເຈລະຈາຄວາມໝັ້ນຄົງດ້ານປ້ອງກັນຊາດ Shangri-La ຄັ້ງທີ 20 (SLD 20) ໂດຍສະຖາບັນຄົ້ນຄວ້າຍຸດທະສາດສາກົນ (IISS) ຈັດຂຶ້ນຢ່າງເປັນທາງການຢູ່ ສິງກະໂປ, ແຕ່ວັນທີ 02-04 ມິຖຸນາ, ດ້ວຍການເຂົ້າຮ່ວມຂອງຜູ້ແທນກວ່າ 550 ຄົນ ເຊິ່ງແມ່ນການນຳກະຊວງປ້ອງກັນປະເທດ, ຄວາມໝັ້ນຄົງ ແລະ ວົງການນັກຊ່ຽວຊານທີ່ມາຈາກ 41 ປະເທດ. ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໂດຍທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າເຂົ້າຮ່ວມກອງປະຊຸມ.

ຫວຽດນາມ ເຂົ້າຮ່ວມການເຈລະຈາ Shangri-La ຄັ້ງທີ 20
ທ່ານລັດຖະມົນຕີ ຟ່ານວັນຢາງ ພົບປະກັບລັດຖະມົນຕີປ້ອງກັນປະເທດສິງກະໂປ ຢູ່ນອກກອງປະຊຸມ Shangri-La

ໃນຂອບເຂດ SLD 20, ທ່ານພົນໂທ ຮ່ວາງຊວັນຈຽນ ໄດ້ມີການພົບປະກັບການນຳກະຊວງປ້ອງກັນປະເທດ ແລະ ຫົວໜ້າຄະນະຜູ້ແທນຂອງບາງປະເທດເຂົ້າຮ່ວມການເຈລະຈາ. ທີ່ການພົບປະກັບທ່ານພົນໂທ ຫຼີຊຽງຟູ່, ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ, ທ່ານພົນໂທ ຮ່ວາງຊວັນຈຽນ ສະເໜີໃຫ້ 2 ຝ່າຍເປັນເຈົ້າການສົມທົບກັນຜັນຂະຫຍາຍການຮ່ວມມືໃນບັນດາຂົງເຂດ, ລວມມີ: ການແລກປ່ຽນຄະນະຜູ້ແທນ, ຄຸ້ມຄອງປົກປັກຮັກສາເຂດຊາຍແດນ, ເຂດທະເລ, ການເຈລະຈາຍຸດທະສາດດ້ານປ້ອງກັນຊາດ ແລະ ບັນດາການເຄື່ອນໄຫວຮ່ວມມືອື່ນໆ.

ທີ່ການພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ Richard Donald Marles, ການນຳກະຊວງປ້ອງກັນປະເທດຂອງ 2 ປະເທດ ໄດ້ເປັນເອກພາບນຳກັນວ່າ ໃນໄລຍະຈະມາເຖິງຈະສືບຕໍ່ຜັນຂະຫຍາຍການຮ່ວມມືໃນທຸກຂົງເຂດເຊິ່ງ 2 ຝ່າຍໄດ້ຮັບການລົງນາມຢ່າງມີປະສິດທິຜົນ; ໃນຕໍ່ໜ້າແມ່ນຊຸກຍູ້ການລົງນາມໃນຂໍ້ຕົກລົງຄູ່ຮ່ວມມືຮັກສາສັນຕິພາບ ແລະ ອັບເດດຖະແຫຼງການວິໄສທັດຮ່ວມກ່ຽວກັບການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ.

ທີ່ການພົບປະກັບທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Masami Oka, 2 ທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ມານະພະຍາຍາມ, ສົມທົບກັນໃນບັນດາການເຄື່ອນໄຫວໃນຂອບເຂດຮອບວຽນ ຫວຽດນາມ ແລະ ຍີ່ປຸ່ນ ເປັນປະທານກຸ່ມນັກຊ່ຽວຊານ ADMM+ ກ່ຽວກັບການຮັກສາສັນຕິພາບສະຫະປະຊາຊາດໃຫ້ບັນລຸຜົນສຳເລັດ.

ຢູ່ທີ່ນີ້, ທ່ານພົນໂທ ຮ່ວາງຊວັນຈຽນ ຍັງດຳເນີນການພົບປະກັບການນຳກະຊວງປ້ອງກັນປະເທດ ສິງກະໂປ; ຕ້ອນຮັບຜູ້ຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນປະເທດ ການາດາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.