ອາຊຽນ ຢືນຢັນຊ່ວຍເຫລືອປະເທດໃນກຸ່ນ ກ່ອນເກີດວິກິດຂາດແຄນເຂົ້າ

08:41 | 10/10/2023

ຍສໝ - ທ່ານ ໂມຮາເຫມັດ ຊາບູ ລັດຖະມົນຕີ ກະຊວງ ກະສິກຳ ມາເລເຊຍ ກ່າວ ໃນກອງ ປະຊຸມ ລັດຖະມົນຕີ ກະສິກຳ ຂອງ ສະມາຄົມ ປະຊາຊາດ ແຫ່ງອາຊີ ຕາເວັນອອກ ສຽງໃຕ້ (ອາຊຽນ) ໄດ້ຕົກລົງ ເຫັນດີ ຮ່ວມກັນ ໃນຫລັກການ ໃຫ້ຄວາມ ຊ່ວຍເຫລື

ເລຂາທິການໃຫຍ່ ອາຊຽນ: ຫວຽດນາມ ຮ່ວມແຮງຮ່ວມໃຈປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ຜົນງານໃນຕະຫຼອດ 56 ປີຜ່ານມາຂອງ ອາຊຽນ ເລຂາທິການໃຫຍ່ ອາຊຽນ: ຫວຽດນາມ ຮ່ວມແຮງຮ່ວມໃຈປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ຜົນງານໃນຕະຫຼອດ 56 ປີຜ່ານມາຂອງ ອາຊຽນ
ບັນດາປະເທດ ອາຊຽນ ຕີລາຄາສູງການກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຂອງຫວຽດນາມ ບັນດາປະເທດ ອາຊຽນ ຕີລາຄາສູງການກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຂອງຫວຽດນາມ

ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ກົວລາລຳເປີດ ປະເທດ ມາເລເຊຍ ເມື່ອວັນທີ 8 ຕຸລາວ່າ: ທ່ານ ໂມຮາເຫມັດ ຊາບູ ລັດຖະມົນຕີ ກະຊວງ ກະສິກຳ ມາເລເຊຍ ກ່າວ ໃນກອງ ປະຊຸມ ລັດຖະມົນຕີ ກະສິກຳ ຂອງ ສະມາຄົມ ປະຊາຊາດ ແຫ່ງອາຊີ ຕາເວັນອອກ ສຽງໃຕ້ (ອາຊຽນ) ໄດ້ຕົກລົງ ເຫັນດີ ຮ່ວມກັນ ໃນຫລັກການ ໃຫ້ຄວາມ ຊ່ວຍເຫລືອ ລະຫວ່າງ ປະເທດ ສະມາຊິກ ເປັນລຳດັບ ທຳອິດ ເພື່ອຫລຸດຜ່ອນ ວິກິດການ ດ້ານອາຫານ ໂດຍສະເພາະ ເຂົ້າ. ໃນຂະນະທີ່ ຫວຽດນາມ, ກຳປູເຈຍ ແລະ ໄທ ໄດ້ໃຫ້ຄຳໝັ້ນ ສັນຍາ ໃນການ ພິຈາລະນະ ຄຳຮ້ອງຂໍ ນໍາເຂົ້າເພີ່ມຕື່ມ ຈາກ ມາເລເຊຍ ແລະ ປະເທດອື່ນໆ ໃນອາຊຽນ ເປັນລຳດັບ ທຳອິດ.

ອາຊຽນ ຢືນຢັນຊ່ວຍເຫລືອປະເທດໃນກຸ່ນ ກ່ອນເກີດວິກິດຂາດແຄນເຂົ້າ

ອາຊຽນ ຢືນຢັນຊ່ວຍເຫລືອປະເທດໃນກຸ່ນ ກ່ອນເກີດວິກິດຂາດແຄນເຂົ້າ

ປັດຈຸບັນ ມາເລເຊຍ ເປັນປະເທດ ທີ່ມີ ອັດຕາສ່ວນ ນໍາເຂົ້າ ເຂົ້າ ປະມານ 38% ຂອງ ການລິໂພກ ທັງໝົດ ໃນປະເທດ ຈຶ່ງໄດ້ຮັບ ຜົນກະທົບ ຢ່າງຫລວງຫລາຍ ຈາກ ການທີ່ ອິນເດຍ ຢຸດຕິ ການສົ່ງອອກເຂົ້າ ທັງໝົດ ເລີ່ມແຕ່ ວັນທີ 20 ກໍລະກົດຜ່ານມາ. ທັງນີ້ ກະຊວງ ກະສິກຳ ມາເລເຊຍ ໄດ້ຈັດສັນ ງົບປະມານ ອຸດໜູນ ເຂົ້າຂາວ ນໍາເຂົ້າ ຈາກ ຕ່າງປະເທດ ໃນລັດ ຊາຣາວັກ ແລະ ລັດຊາບາ ທີ່ມີ ລາຄາເຂົ້າ 9500 ຣິງກິດ (ສະກຸນເງິນມາເລເຊຍ) ຕໍ່ໂຕນ ຕັ້ງແຕ່ ວັນທີ 5 ຕຸລາ ຜ່່ານມາ. ສະນັ້ນ ເພື່ອຫລຸດຜ່ອນ ລາຄາເຂົ້າແພງ ພາຍໃນ ປະເທດ ໂດຍສະເພາະ ເຂົ້າທີ່ ນໍາເຂົ້າ ຈາກ ຕ່າງປະເທດ. ສິ່ງດັ່ງກ່າວ ໄດ້ສ້າງ ຄວາມກັງວົນ ຢ່າງໜັກ ໃຫ້ແກ່ ປະຊາຊົນ ມາເລເຊຍ.

ມາດຕະການ ດັ່ງກ່າວ ເປັນສ່ວນໜຶ່ງ ຂອງ ວົງເງິນ ເກືອບ 400 ລ້ານ ຣິງກິດ ທີ່ ທ່ານ ນາຍົກລັດ ຖະມົນຕີ ທ່ານ ອັນວາຣ ອິບຣາຮີມ ແຈກຢາຍ ໄປຍັງ ໜ່ວຍງານ ຂອງ ລັດຫລາຍແຫ່ງ ບໍ່ວ່າ ຈະເປັນຄ້າຍທະຫານ, ສຳນັກງານ ຕຳຫລວດ ແລະ ກິດຈະການ ຫໍພັກ ຂອງ ສະຖາບັນ ການສຶກສາ ສັງກັດ ພາກລັດ ເພື່ອໃຫ້ນຳໄປຊື້ເຂົ້າ. ນອກນັ້ນ ລັດຖະບານ ມາເລເຊຍ ຍັງໄດ້ ຕັ້ງເປົ້າ ເພື່ອຊ່ວຍໃຫ້ ລາຄາເຂົ້າ ທີ່ ຂາຍ, ຜະລິດ ພາຍໃນ ປະເທດ ເພີ່ມຂຶ້ນ ປະມານ 5%./

ຄຳຮຸ່ງ

ທ່ານອາດຈະມັກ

302 Found

Found

The document has moved here.