ແນະນຳແຫລ່ງທ່ອງທ່ຽວໃນອາຊຽນ ທີ່ບໍ່ຕ້ອງຂໍວີຊາ

13:53 | 05/10/2023

ຍສໝ - ແນະນໍາສະຖານທ່ອງທ່ຽວໃນອາຊຽນບໍ່ຈໍາເປັນຕ້ອງຂໍວີຊາ ແຕ່ຄ່າໃຊ້ຈ່າຍໃນການເດີນທາງ, ພັກເຊົາ ແລະ ກິນດື່ມຖືກ ຖ້າທ່ານໃດສົນໃຈ ຢາກສໍາຜັດ ຫລື ໄປຄົ້ນຫາສິ່ງໃໝ່ໆຄວນເກັບກະເປົາໃສ່ຫີບອອກເດີນທາງໄດ້ເລີຍ ເຊິ່ງຈະມີປະເທດ ແລະ ແຫລ່ງທ່ອງທ່ຽວກ່ຽວຂ້ອງດັ່ງນີ້

ເຊື່ອມຕໍ່ວັດທະນະທຳ-ການທ່ອງທ່ຽວ-ການຄ້າ ຫວຽດນາມ - ລາວ ເຊື່ອມຕໍ່ວັດທະນະທຳ-ການທ່ອງທ່ຽວ-ການຄ້າ ຫວຽດນາມ - ລາວ
ຖວທ ແຂວງສາລະວັນ ສຳຫລວດແຫລ່ງທ່ອງທ່ຽວ ຜາແຕ້ມ-ພູລະຫິດ ຖວທ ແຂວງສາລະວັນ ສຳຫລວດແຫລ່ງທ່ອງທ່ຽວ ຜາແຕ້ມ-ພູລະຫິດ

1.ມາຣິນາເບ, ປະເທດສິງກະໂປ, ເລີ່ມຕົ້ນ ໄປປະເທດເກາະນ້ອຍກ່ອນ, ມີປະຊາກອນປະມານ 5 ລ້ານຄົນ ເຊິ່ງເປັນປະເທດທີ່ໜ້າສົນໃຈ ແລະ ມີຄວາມສະດວກສະບາຍຫລາຍ, ຖ້າໄປຮອດໄປເຖິງນັ້ນສິ່ງສໍາຄັນບ່ໍຄວນພາດຄື: ຮູບສິງທະເລພົ່ນນໍ້າຕິດແຄມທະເລ, ອາຄານສູງເປັນທັງຫໍຄອຍ ແລະ ແຫລ່ງທ່ອງທ່ຽວລອຍຟ້າ, ສວນນໍ້າ, ສວນ ສັດ ແລະ ອື່ນໆ.

2.ຮອຍແອງ, ປະເທດຫວຽດນາມ: ເມືອງມໍລະດົກໂລກ ເຊິ່ງເຄີຍເປັນເມືອງທ່າເຮືອທີ່ດີສຸດຂອງເຂດອາຊີຕາເວັນອອກສຽງໃຕ້ໃນອະດີດ ແລະ ທຸກມື້ນີ້ກາຍເປັນແຫລ່ງທອ່ງທ່ຽວສຸດຕື່ນເຕັ້ນສອດຫ້ອຍກິນອາຍຕາເວັນຕົກ ເຊິ່ງເຂດນີ້ມີອາຫານຫລາກຫລາຍຊະນິດທີ່ຂຶ້ນຊື່ແຊບຊ້ອຍ.

ແນະນຳແຫລ່ງທ່ອງທ່ຽວໃນອາຊຽນ ທີ່ບໍ່ຕ້ອງຂໍວີຊາ

3. ເມືອງວັງວຽງ, ປະເທດລາວ:ສໍາລັບທ່ານໃດມັກບັນຍາກາດລຽບ ງ່າຍແຕ່ບໍ່ງຽບເຫງົາ...ເຊີນທ່ານ ມາແວ່ສໍາຜັດບັນຍາກາດສົດບ່ໍໄດ້ແຕ່ງແຕ້ມກັບສາຍນໍ້າຊອງ, ພູຫີນປູນ, ອາຫານພື້ນບ້ານ ແລະ ວິຖີຊີວິດຄົນທ້ອງຖິ່ນ.

4. ອັງກໍວັດ, ປະເທດກໍາປູເຈຍ,ເມື່ອເວົ້າເຖິງມໍລະດົກໂລກອັນຍິ່ງໃຫຍ່ເຮັດໃຫ້ຫລາຍ ທ່ານບໍ່ສາມາດປັດຕິເສດໄດ້ອັງກໍວັດທີ່ມີຊື່ສຽງໂດ່ງດັງໃນອາຊີຕາເວັນອອກສຽງໃຕ້ ເຊິ່ງເຕັມໄປດ້ວຍປິດສະໜາ ແລະ ຄວາມມະຫັດສະຈັນໃນອະດີດ ອາຈັກຄອມໄດ້ຫລົງເຫລືອໄວ້ເຖິງປັດຈຸບັນີ້.

5.ເຊບູ, ປະເທດຟີລິບປິນ: ເປັນເກາະທີ່ຕັ້ງຢູ່ທາງພາກໃຕ້ຂອງປະເທດ ເຊິ່ງຂຶ້ນຊື່ໃນເລື່ອງທະເລງາມເປັນສີມໍລະກົດ ແລະ ຫາດຊາຍຂາວຍາວສຸດສາຍຕາ.

6.ເມືອງມໍລະດົກໂລກຫລວງພະບາງ, ປະເທດລາວເປັນເມືອງມລະດົກແຫ່ງທໍາອິດ ຂອງ ສປປ ລາວ ຕັ້ງພາກເໜືອໂດຍມີເສັ້ນທາງລົດໄຟລາວ-ຈີນພາດຜ່ານ ເຊິ່ງຍິ່ງເພີ່ມດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາຫລາຍຂຶ້ນຍ້ອນຄວາມສະດວກສະບາຍໃນການເດີນທາງ, ຄ່າລົດໄຟກໍຖື ແລະ ສາ

ມາດເຊື່ອມໂຍງໄປບັນດາແຂວງພາກເໜືອອື່ນໆໄດ້ ແລະ ອອກສູ່ປະເທດຈີນ, ໄທ, ຫວຽດນາມ, ມຽນມາ.

7.ເມືອງດານັງ, ປະເທດຫວຽດນາມເປັນເມືອງທີ່ປະຫວັດສາດຍາວນານເຊັ່ນກັນ ແລະ ເປັນສູນກາງທາງຜ່ານໄປຫາແຂວງຕ່າງໆ ໃນຫວຽດນາມ ແລະ ອອກສູ່ອາຊຽນ ນອກຈາກນັ້ນຍັງແຫລ່ງທ່ອງທ່ຽວ ອື່ນໆອີກໃນອາຊຽນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.