ນັກສຶກສາ ກ່າວກວຽດທັ໋ງ ໄດ້ຮັບລາງວັນທີ 1 ໃນການແຂ່ງຂັນເວົ້າພາສາເກົາຫຼີ ປີ 2023

16:43 | 06/11/2023

ຍສໝ - ຕອນ​ເຊົ້າ​ວັນ​ທີ 2 ພະຈິກ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ​ວິ້ງ​ຟຸກ ​ໄດ້​ຈັດ​ຕັ້ງ​ພິທີ​ມອບ​ລາງວັນ​ທີ່ການແຂ່ງຂັນເວົ້າພາສາເກົາຫຼີ ປີ 2023, ຄະນະ​ຈັດ​ຕັ້ງ​ໄດ້​ຄັດ​ເລືອກ 5 ຜົນງານ​ດີ​ເດັ່ນ​ເພື່ອ​ມອບ​ລາງວັນ. ລາງວັນ​ທີ 1 ​​ໄດ້​ມອບ​ໃຫ້​ນັກ​ສຶກສາ ກ່າວກວຽດທັ໋ງ , ພາກ​ວິຊາ​ພາສາ​ເກົາຫຼີ, ມະຫາວິທະຍາ​ໄລ​ຮ່າ​ໂນ້ຍ.

ແຂວງ ເຊີນລາ ໄດ້ຈັດຕັ້ງພິທີເປີດ​ງານ​ບຸນ​ກາ​ເຟ​ເຊີນ​ລາ​ຄັ້ງ​ທຳ​ອິດ​ປີ 2023 ແຂວງ ເຊີນລາ ໄດ້ຈັດຕັ້ງພິທີເປີດ​ງານ​ບຸນ​ກາ​ເຟ​ເຊີນ​ລາ​ຄັ້ງ​ທຳ​ອິດ​ປີ 2023
ທະນາຄານ​ໂລກ​ຄາດ​ຄະ​ເນ​ວ່າ, ​ເສດຖະກິດ​ຫວຽດນາມ​ຈະ​ເຕີບ​ໂຕ 4,7% ​ໃນ​ປີ 2023 ​ແລະ 5,4% ​ໃນ​ປີ 2024. ທະນາຄານ​ໂລກ​ຄາດ​ຄະ​ເນ​ວ່າ, ​ເສດຖະກິດ​ຫວຽດນາມ​ຈະ​ເຕີບ​ໂຕ 4,7% ​ໃນ​ປີ 2023 ​ແລະ 5,4% ​ໃນ​ປີ 2024.

ການແຂ່ງຂັນເວົ້າພາສາ​ເກົາຫຼີ ປີ 2023 ​ໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ​ວິ້ງ​ຟຸກ ໄດ້ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ຍົກສູງຄວາມ​ເຂົ້າ​ໃຈ​ກ່ຽວກັບ​ປະ​ເທດຊາດ ​ແລະ ປະຊາຊົນ ສ.​ເກົາຫຼີ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດໄດ້​ຮອບດ້ານ ​ຫວຽດນາມ - ສ.​ເກົາຫຼີ ເວົ້າລວມ. ແຂວງວິ້ງ​ຟຸກ ​ແລະ ບັນດາທ້ອງ​ຖິ່ນ​ຂອງ ສ.​ເກົາຫຼີ ເວົ້າ​ສະ​ເພາະ.

ນັກສຶກສາ ກ່າວກວຽດທັ໋ງ ໄດ້ຮັບລາງວັນທີ 1 ໃນການແຂ່ງຂັນເວົ້າພາສາເກົາຫຼີ ປີ 2023

ລາງວັນ​ທີ 1 ​ແມ່ນ​ໄດ້​ມອບ​ໃຫ້​ນັກ​ສຶກສາ ກ່າວກວຽດທັ໋ງ, ພາກ​ວິຊາ​ພາສາ​ເກົາຫຼີ, ມະຫາວິທະຍາ​ໄລ​ຮ່າ​ໂນ້ຍ.(ພາບ: ສະຫະພັນບັນດາອົງການມິດຕະພາບແຂວງວິ້ງຟຸກ)

ການແຂ່ງຂັນດຳ​ເນີນ​​ແຕ່​ວັນ​ທີ 2 ສິງຫາ ຫາ​ວັນ​ທີ 30 ກັນຍາ ດ້ວຍ​ຫົວ​ຂໍ້​ຄື: ແງ່​ຫວັງ​ການ​ພັດ​ທະ​ນາ​ຂອງ​ວິ​ສາ​ຫະ​ກິດ ສ.ເກົາ​ຫຼີ ຢູ່​ແຂວງ ວິ້ງ​ຟຸກ ແລະ ຫວຽດ​ນາມ; ຊອກຮູ້ກ່ຽວກັບ​ປະ​ຫວັດ​ສາດ​ການ​ຮ່ວມ​ມື, ມິດ​ຕະ​ພາບ, ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ ຫວຽດ​ນາມ ແລະ ສ.ເກົາຫຼີ; ວັດທະນະທໍາ ສ.ເກົາຫຼີໃນປະຈຸບັນ ແລະ ແງ່ຫວັງໃນອະນາຄົດ.

ພາຍຫຼັງ​ເກືອບ 2 ເດືອນ​ປຸກລະດົມ, ຄະນະ​ຈັດ​ຕັ້ງ​ໄດ້​ຮັບ​ການ​ເຂົ້າ​ຮ່ວມ​ຢ່າງຄັບຄາໜາແໜ້ນຂອງ​ພະນັກງານ, ນັກຮຽນ, ນັກສຶກສາ, ປະຊາຊົນ​ແຂວງ​ວິ້ງ​ຟຸກ ​ແລະ ບັນດາ​ແຂວງ​ໃກ້​ຄຽງ​.

ໝາກຜົນ, ຄະນະ​ຈັດ​ຕັ້ງ​ໄດ້​ຄັດ​ເລືອກເອົາ 5 ຜົນງານ​ດີ​ເດັ່ນ​ເພື່ອ​ມອບ​ລາງວັນ. ໃນນັ້ນ, ມີລາງວັນທີໜຶ່ງ 1 ລາງວັນ, ລາງວັນທີສອງ 1 ລາງວັນ, ລາງວັນທີສາມ 1 ລາງວັນ ແລະ ລາງວັນຊົມເຊີຍ 2 ລາງວັນ. ລາງວັນ​ທີ 1 ​ແມ່ນ​ໄດ້​ມອບ​ໃຫ້​ນັກ​ສຶກສາ ກ່າວກວຽດທັ໋ງ, ພາກ​ວິຊາ​ພາສາ​ເກົາຫຼີ, ມະຫາວິທະຍາ​ໄລ​ຮ່າ​ໂນ້ຍ.

ດີງເລື້ອງ

ທ່ານອາດຈະມັກ

302 Found

Found

The document has moved here.