ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ

00:00 | 20/10/2023

ຍສໝ - ໃນຕອນ​ບ່າຍ​ວັນ​ທີ 19 ຕຸລາ, ສະ​ຫາຍ ຫງວຽນ​ວັນເນັນ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ​ແລະ ສະຫາຍ ຟານວັນ​ໄມ, ກຳມະການ​ສູນ​ກາງ​ພັກ, ຮອງ​ເລຂາ​ຄະນະ​ພັກ​ນະຄອນ, ປະທານ​ຄະນະ​ກຳມະການ​ປະຊາຊົນນະຄອນໂຮ່ຈີ​ມິນ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ວຽກ​ງານ​ແຂວງ​ໄຊ​ສົມບູນ (ລາວ) ນຳ​ໂດຍ​ສະຫາຍ ພອນ​ຄຳ ຮຸ່ງບຸນຍວງ, ​ເລຂາ​ຄະນະ​ພັກ​ແຂວງ, ເຈົ້າ​ແຂວງ​ໄຊ​ສົມບູນ.

ການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ ໃນປີ 2023 ການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ ໃນປີ 2023
ລຸ້ນໜຸ່ມຈະສືບທອດ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບຫວຽດນາມ - ລາວ ລຸ້ນໜຸ່ມຈະສືບທອດ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບຫວຽດນາມ - ລາວ

ຕີ​ລາຄາ​ສູງ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ຄະນະ​ຜູ້​ແທນ​ແຂວງ​ໄຊ​ສົມບູນ ​ທີ່​ໄດ້​ດຳ​ເນີນ​ໄປ​ພາຍຫຼັງ​ການ​ພົບ​ປະ​ຂັ້ນ​ສູງ​ລະຫວ່າງ​ຫວຽດນາມ - ລາວ - ກຳປູ​ເຈຍ ​ໃນ​ເດືອນ​ກັນຍາ​ຜ່ານ​ມາ, ທ່ານ ຫງວຽນ​ວັນເນັນ ໄດ້​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳຄັນ ​ໃນ​ສະພາບ​ການ​ທີ່​ສອງ​ພັກ ​ແລະ ປະ​ເທດ​ພວມ​ສົມທົບ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ຍ້ອນ​ຜົນ​ກະທົບ​ຂອງ​ສະຖານະ​ການ​ການ​ເມືອງ, ​ເສດຖະກິດ​ໂລກ; ສຸມ​ໃສ່​ປະ​ຕິ​ບັດ​ແຜນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ແຕ່​ລະ​ປະ​ເທດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ພາຍຫຼັງ​ໂລກ​ລະ​ບາດ Covid-19 ແລະ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ພົ້ນ​ເດັ່ນ​ຫຼາຍ​ຢ່າງ.

ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ

ເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນວັນເນັນ ຕ້ອນຮັບເຈົ້າແຂວງໄຊສົມບູນ (ລາວ)

ທ່ານຫງວຽນວັນເນັນ ເຊື່ອໝັ້ນວ່າ ພາຍໃຕ້ການນໍາຂອງພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວອ້າຍນ້ອງ ຈະຍາດໄດ້ຜົນງານອັນໃຫຍ່ຫຼວງຫຼາຍກວ່າອີກໃນກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດ, ພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄວ້ໃຫ້ໝັ້ນຄົງ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະຍົກສູງທີ່ຕັ້ງບົດບາດບົນເວທີສາກົນຢ່າງບໍ່ຢຸດຢັ້ງ; ປະຕິບັດບັນດາເປົ້າໝາຍ, ໜ້າທີ່ການເມືອງ ເຊິ່ງມະຕິກອງປະຊຸມໃຫຍ່ພັກປະຊາຊົນ ປະຕິວັດລາວ ຄັ້ງທີ XI ທີ່ໄດ້ວາງອອກຢ່າງມີໄຊ. ສະຫາຍ ຫງວຽນວັນເນັນ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຂອງຄະນະຜູ້ແທນແຂວງໄຊສົມບູນ ຈະປະກອບສ່ວນປັບປຸງ ແລະເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດເວົ້າລວມ, ບັນດາທ້ອງຖິ່ນຂອງສອງປະເທດເວົ້າສະເພາະ.

ທ່ານພອຍຄໍາ ຮຸ່ງບຸນຍວງ ໃຫ້ຮູ້ວ່າ ພັກ, ລັດ ແລະປະຊາຊົນລາວ ຍາມໃດກໍ່ເຄົາລົບຄວາມຮັກແພງ, ຄວາມເອົາໃຈໃສ່, ການຊ່ວຍເຫຼືອເຊິ່ງພັກ, ລັດ ແລະະຊາຊົນຫວຽດນາມ ທີ່ສະຫງວນໃຫ້ລາວ ໃນບໍ່ວ່າສະພາບການໃດ.

ໂດຍຕີລາຄາສູງການພັດທະນາຂອງນະຄອນໂຮ່ຈີມິນ, ແມ່ນທ້ອງຖິ່ນແຖວໜ້າຂອງທົ່ວປະເທດ, ທ່ານເລຂາພັກແຂວງ, ເຈົ້າແຂວງໆໄຊສົມບູນ ພອຍຄໍາ ຮຸ່ງບຸນຍວງ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືໃນຫຼາຍຂົງເຂດລະຫວ່າງແຂວງໄຊສົນບູນ ແລະນະຄອນໂຮ່ຈີມິນ ໃນໄລຍະຈະມາເຖິງ. ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ຢັ້ງຢືນວ່າ ບັນດາບົດຮຽນໃນການພັດທະນາເສດຖະກິດ-ສັງຄົມ, ຜ່ານຜ່າຄວາມຫຍຸ້ງຍາກຄືຜົນກະທົບຈາກພະຍາດໂຄວິດ-19 ຂອງຫວຽດນາມ ແມ່ນບົດຮຽນອັນລໍ້າຄ່າໃຫ້ແກ່ການພັດທະນາຂອງລາວ ເວົ້າລວມ ແລະແຂວງໄຊສົມບູນ ເວົ້າສະເພາະ.

ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ນະຄອນ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ: ບັນດາ​ການ​ນຳ​ນະຄອນ​ຍາມ​ໃດ​ກໍ່​ຕິດຕາມ​ກວດກາ​ຢ່າງ​ໃກ້ຊິດ ​ແລະ ດີ​ໃຈ​ຕໍ່​ໝາກຜົນ​ຂອງ​ວຽກ​ງານ​ກໍ່ສ້າງ​ພັກ ​ແລະ ຄວາມ​ມານະ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ລາວ​ໃນ​ໄລຍະ​ມໍ່ໆ​ມາ​ນີ້. ນະຄອນ ໂຮ່ຈີມິນ ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວຈະບັນລຸໄດ້ໝາກຜົນອັນໃຫຍ່ຫຼວງກວ່າອີກໃນວຽກງານກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ, ພັດທະນາເສດຖະກິດ-ສັງຄົມ...

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.