ຄະນະພັກກຸ່ມວິສາຫະກິດຂັ້ນສູນກາງ ໄປຢ້ຽມຢາມ ແລະເຮັດວຽກຢູ່ ລາວ

02:20 | 24/10/2023

ຄະນະພັກກຸ່ມວິສາຫະກິດຂັ້ນສູນກາງ ໄປຢ້ຽມຢາມ ແລະເຮັດວຽກຢູ່ ລາວ

ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄປຢ້ຽມຢາມ ແລະຕັ້ງປ້າຍຊື່ສຳນັກງານໃໝ່ຂອງສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄປຢ້ຽມຢາມ ແລະຕັ້ງປ້າຍຊື່ສຳນັກງານໃໝ່ຂອງສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ
ຄະນະຜູ້ແທນເມືອງດັກຈືງ, ແຂວງເຊກອງ ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຫວຽດໃຫ້ແກ່ເມືອງດັກໄລ ສສ ຫວຽດນາມ ຄະນະຜູ້ແທນເມືອງດັກຈືງ, ແຂວງເຊກອງ ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຫວຽດໃຫ້ແກ່ເມືອງດັກໄລ ສສ ຫວຽດນາມ

ແຕ່ວັນທີ 16 ຫາວັນທີ 18 ຕຸລາ, ຄະນະປະຕິບັດງານຄະນະພັກກຸ່ມວິສາຫະກິດຂັ້ນສູນກາງ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ລາວ. ທ່ານ ຫງວຽນດຶກຟອງ ຮອງເລຂາຜູ້ປະຈໍາການຄະນະພັກກຸ່ມ ເປັນຫົວໜ້າຄະນະ.

ໃໃນ 2 ວັນເຮັດວຽກ, ຄະນະໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ສະຖານທູດຫວຽດນາມ ປະຈຳ ລາວ, ສະມາຄົມວິສາຫະກິດຫວຽດນາມ ທີ່ຮ່ວມມື ແລະລົງທຶນຢູ່ລາວ ເພື່ອແລກປ່ຽນບາງເນື້ອໃນທີ່ກ່ຽວຂ້ອງເຖິງວຽກງານພັກ ຢູ່ໃນບັນດາວິສາຫະກິດ ກໍ່ຄືການພົວພັນຮ່ວມມືລະຫວ່າງ ລາວ-ຫວຽດນາມ.

ຄະນະພັກກຸ່ມວິສາຫະກິດຂັ້ນສູນກາງ ໄປຢ້ຽມຢາມ ແລະເຮັດວຽກຢູ່ ລາວ

ຄະນະປະຕິບັດງານ ໄປຢ້ຽມຢາມໂຮງງານປຸງແຕ່ງຢາງພາລາຂອງບໍລິສັດຫຸ້ນສ່ວນຢາງພາລາຫວຽດລາວ. ພາບ: thanhnien.vn

ວັນທີ 18 ຕຸລາ, ຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ນະຄອນປາກເຊ, ແຂວງຈຳປາສັກ, ປະເທດລາວ. ຢູ່ທີ່ນີ້, ທ່ານ ຫງວຽນວັນຈູງ ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈຳ ນະຄອນປາກເຊ ໄດ້ແຈ້ງໃຫ້ຄະນະປະຕິບັດງານຮັບຊາບກ່ຽວກັບສະພາບການເຄື່ອນໄຫວຂອງບໍລິສັດຫວຽດນາມ ຢູ່ລາວ ແລະບໍລິສັດຢາງພາລາຂຶ້ນກັບ VRG ທີ່ພວມເຄື່ອນໄຫວຢູ່ລາວ.

ຕອນບ່າຍວັນດຽວກັນ, ຄະນະປະຕິບັດງານກໍ່ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ບໍລິສັດຫຸ້ນສ່ວນຢາງພາລາຫວຽດລາວ. ທີ່ການເຮັດວຽກ, ຄະນະໄດ້ຮັບຟັງການນໍາບໍລິສັດລາຍງານກ່ຽວກັບສະພາບການຜະລິດ, ດຳເນີນທຸລະກິດ ແລະວຽກງານພັກຢູ່ບໍລິສັດ.
ຕາມການລາຍງານແລ້ວ, ເນື້ອທີ່ສວນຢາງພາລາທັງໝົດທີ່ບໍລິສັດພວມຄຸ້ມຄອງແມ່ນກວ່າ 10.000 ເຮັກຕາ, ໃນນັ້ນເນື້ອທີ່ດຳເນີນທຸລະກິດ ແມ່ນກວ່າ 9.000 ເຮັກຕາ. ໄລ່ຮອດວັນທີ 31 ສິງຫາ, ບໍລິສັດຂຸດຄົ້ນນ້ຳຢາງໄດ້ກວ່າ 11.000 ໂຕນ, ບັນລຸເກືອບ 63% ຂອງແຜນການ; ການບໍລິໂພກບັນລຸກວ່າ 13.000 ໂຕນ, ເທົ່າກັບກວ່າ 73% ຂອງແຜນການ; ລາຍຮັບບັນລຸກວ່າ 460 ຕື້ດົ່ງ, ປະຕິບັດສໍາເລັດແຜນການ ປີ 2023 ໄດ້ກວ່າ 65%.

ສິ້ນສຸດການເຮັດວຽກ, ທ່ານ ຫງວຽນດຶກຟອງ ເນັ້ນໜັກວ່າ ບໍລິສັດຫຸ້ນສ່ວນຢາງພາລາຫວຽດລາວ ຕ້ອງສືບຕໍ່ຮັກສາການພັດທະນາ, ຮັບປະກັນອິດທິພົນຊື່ສຽງເຄື່ອງໝາຍການຄ້າຂອງບໍລິສັດ ແລະ VRG ກໍ່ຄື ຫວຽດນາມ ຢູ່ລາວ; ປັບປຸງການເຄື່ອນໄຫວຂອງອົງຄະນະພັກ, ຍູ້ແຮງວຽກງານດໍາເນີນຊີວິດພັກ, ຂະຫຍາຍສະມາຊິກພັກ, ກໍ່ສ້າງຮາກຖານພັກໃຫ້ປອດໃສໝັ້ນຄົງເຂັ້ມແຂງຢູ່ຫົວໜ່ວຍ.

ບູນມີ

Tags: ລ​າວ
ເຫດການ
302 Found

Found

The document has moved here.