ຫວຽດນາມ - ລາວ ເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນໃນວຽກງານໂຄສະນາສຶກສາ

07:40 | 13/12/2022

ທ່ານ ຫງວຽນຈ້ອງ ເງັຍ ແລະ ທ່ານ ຄຳພັນ ເຜີຍຍະວົງ ເຫັນດີຕ້ອງສືບຕໍ່ເອົາໃຈໃສ່ເຖິງວຽກງານກໍ່ສ້າງພັກ, ນັບທັງດ້ານການເມືອງ, ແນວຄິດ ແລະ ຄຸນສົມບັດ, ວຽກງານພະນັກງານ, ສຸມໃສ່ສຶກສາການເມືອງ ແນວຄິດ, ການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້.

ປິດຊຸດຝຶກອົບຮົມວຽກງານຊາວໜຸ່ມ ແລະກໍາມະບານ ໃຫ້ກອງທັບປະຊາຊົນລາວ ປິດຊຸດຝຶກອົບຮົມວຽກງານຊາວໜຸ່ມ ແລະກໍາມະບານ ໃຫ້ກອງທັບປະຊາຊົນລາວ
ສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ອາຟະລິກາໃຕ້ ເພີ່ມທະວີການແລກປ່ຽນ, ຮ່ວມມື ສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ອາຟະລິກາໃຕ້ ເພີ່ມທະວີການແລກປ່ຽນ, ຮ່ວມມື

ຕອນເຊົ້າວັນທີ 12 ທັນວາ, ຢູ່ ຮ່າໂນ້ຍ, ທ່ານ ຫງວຽນຈ້ອງເງັຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ດຳເນີນການພົບປະເຈລະຈາກັບທ່ານ ຄຳພັນ ເຜີຍຍະວົງ, ຫົວໜ້າຄະນະໂຄສະນາອົບຮົບສູນກາງພັກປະຊາຊົນປະຕິວັດ ລາວ.

ທີ່ການພົບປະເຈລະຈາ (ພາບ: VOV)
ທີ່ການພົບປະເຈລະຈາ (ພາບ: VOV)

ທີ່ການພົບປະເຈລະຈາ, ທ່ານ ຫງວຽນຈ້ອງ ເງັຍ ແລະ ທ່ານ ຄຳພັນ ເຜີຍຍະວົງ ເຫັນດີຕ້ອງສືບຕໍ່ເອົາໃຈໃສ່ເຖິງວຽກງານກໍ່ສ້າງພັກ, ນັບທັງດ້ານການເມືອງ, ແນວຄິດ ແລະ ຄຸນສົມບັດ, ວຽກງານພະນັກງານ, ສຸມໃສ່ສຶກສາການເມືອງ ແນວຄິດ, ການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້. 2 ຝ່າຍໄດ້ແລກປ່ຽນ, ແບ່ງປັນບົດຮຽນ, ເອກະສານໂຄສະນາກ່ຽວກັບສາຍພົວພັນລະຫວ່າງ 2 ປະເທດພາຍໃຕ້ຫຼາຍຮູບແບບ; ສືບຕໍ່ເພີ່ມເຕີມອັບເດັດປື້ມປະຫວັດສາດການພົວພັນ ຫວຽດນາມ - ລາວ, ມຸ່ງໄປເຖິງການຂໍ່ຳນັບຕ້ອນຮັບປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2027.

ໃນຂອບເຂດການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 11 – 14 ທັນວາ, ທ່ານ ຄຳພັນ ເຜີຍຍະວົງ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ; ເຂົ້າຮ່ວມພິທີສະຫຼຸບ, ມອບລາງວັນຊອກຫາປະຫວັດສາດການພົວພັນ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022; ໄປຢ້ຽມຢາມ ແລະ ເຮັດວຽກກັບບາງອົງການ, ກະຊວງ, ຂະແໜງການຂອງ ຫວຽດນາມ.

ພ້ອມ​ກັນ​ນັ້ນ, ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ສັນຍາ​ຮ່ວມ​ມື​ລະຫວ່າງ​ກົມ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ກົມ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄລຍະ 2022 – 2026, ​ໄດ້​ເນັ້ນ​ໜັກ​ເຖິງ​ບົດບາດ​ຂອງ​ສອງ​ກົມ​ໃນ​ວຽກ​ງານ​ໂຄສະນາ. ແນະນຳ​ຍຸດ​ທະ​ສາດ ​ແລະ ປົກ​ປັກ​ຮັກສາ​ພື້ນຖານ​ອຸດົມ​ການ​ຂອງ​ພັກ. ຫົວໜ້າ​ຄະນະ​ສອງ​ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ປະຈຳ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ປັບປຸງ​ເຊິ່ງກັນ ​ແລະ ກັນ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ​ແລະ ຢືນຢັນ​ວ່າ ການ​ຮ່ວມ​ມື​ຢ່າງ​ໃກ້ຊິດ, ​ແລກປ່ຽນ, ຖອດ​ຖອນ​ບົດຮຽນ​ຈາກ​ປະສົບ​ການ​ແມ່ນ​ຈຳ​ເປັນ​ທີ່​ສຸດ​ໃນ​ສະພາບ​ການ​ໃໝ່.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.