ກອນຕູມ-ອັດຕະປື ເພີ່ມທະວີວຽກງານປົກປັກຮັກສາປ່າໄມ້

02:22 | 24/10/2023

ກອນຕູມ-ອັດຕະປື ເພີ່ມທະວີວຽກງານປົກປັກຮັກສາປ່າໄມ້

ກອນຕູມ ແລະ ອັດຕະປື ສົມທົບກັນຊອກຫາ, ທ້ອນໂຮມອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົມຄາມຢູ່ລາວ ກັບຄືນເມືອປະເທດ ກອນຕູມ ແລະ ອັດຕະປື ສົມທົບກັນຊອກຫາ, ທ້ອນໂຮມອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົມຄາມຢູ່ລາວ ກັບຄືນເມືອປະເທດ
ທ່ານ Paul Jansen ເອກອັກຄະລັດຖະທູດແບນຊິກໄດ້ມອບຂອງຂວັນ 6.200 ພູດ ໃຫ້ແກ່ເດັກນ້ອຍອະນຸບານຢູ່ແຂວງກວາງນາມ, ກວາງຫງາຍ ແລະ ກອນຕູມ ທ່ານ Paul Jansen ເອກອັກຄະລັດຖະທູດແບນຊິກໄດ້ມອບຂອງຂວັນ 6.200 ພູດ ໃຫ້ແກ່ເດັກນ້ອຍອະນຸບານຢູ່ແຂວງກວາງນາມ, ກວາງຫງາຍ ແລະ ກອນຕູມ

ຕອນເຊົ້າວັນທີ 17 ຕຸລາ, ທີ່ນະຄອນກອນຕູມ, ພະແນກກະສິກໍາ ແລະພັດທະນາຊົນນະບົດ ແຂວງກອນຕູມ ແລະພະແນກກະສິກໍາ ແລະປ່າໄມ້ ແຂວງອັດຕະປື, ລາວ ໄດ້ເຊັນບົດບັນທຶກຊ່ວຍຈໍາວ່າດ້ວຍກົນໄກຮ່ວມມືສະກັດກັ້ນການລະເມີດໃນຂົງເຂດປ່າໄມ້, ໄລຍະ 2024-2025.

ສອງຝ່າຍໄດ້ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາການເຄື່ອນໄຫວໂຄສະນາສຶກສາ, ຍົກສູງຄວາມຮັບຮູ້ໃຫ້ຊຸມຊົນ ກ່ຽວກັບການປົກປັກຮັກສາຊັບພະຍາກອນປ່າໄມ້, ອະນຸລັກຮັກສາຊີວະນາໆພັນ; ກວດກາ, ສະກັດກັ້ນການຂຸດຄົ້ນ, ການຄ້າຂາຍ, ຂົນສົ່ງເຄື່ອງປ່າຂອງດົງຢູ່ເຂດຊາຍແດນໃຫ້ສອດຄ່ອງກັບກົດໝາຍຂອງແຕ່ລະປະເທດ...

ກອນຕູມ-ອັດຕະປື ເພີ່ມທະວີວຽກງານປົກປັກຮັກສາປ່າໄມ້

ກໍາລັງກວດກາປ່າໄມ້ລາດຕະເວນປ່າໄມ້. ພາບ: TTXVN

ເພື່ອຍົກສູງປະສິດທິຜົນໃນວຽກງານປະສານງານຄຸ້ມຄອງ ແລະປົກປັກຮັກສາປ່າໄມ້ຢູ່ເຂດຊາຍແດນ, ທ່ານ ຫງວຽນເຕີນລຽມ, ຫົວໜ້າພະແນກກະສິກຳ ແລະພັດທະນາຊົນນະບົດ ແຂວງກອນຕູມ ສະເໜີໃຫ້ອຳນາດການປົກຄອງຂອງສອງປະເທດເອົາໃຈໃສ່ສົມທົບກັນ ແລະຊີ້ນຳບັນດາພະແນກ, ຂະແໜງການ ແລະທ້ອງຖິ່ນຢູ່ເຂດຊາຍແດນສືບຕໍ່ຜັນຂະຫຍາຍການປະຕິບັດບັນດາເນື້ອໃນບົດບັນທຶກຊ່ວຍຈໍາທີ່ໄດ້ລົງນາມ; ເພີ່ມທະວີການໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍການປົກປັກຮັກສາປ່າໄມ້ໃຫ້ປະຊາຊົນຢູ່ເຂດຊາຍແດນ.

ແຂວງກອນຕູມ ແລະອັດຕະປື ມີຊາຍແດນຕິດຈອດກັນຍາວກວ່າ 75 ກິໂລແມັດ; ເນື້ອທີ່ປ່າໄມ້ໃນເຂດຕິດກັບຊາຍແດນແມ່ນກວ້າງໃຫຍ່ ດ້ວຍກວ່າ 39.000 ເຮັກຕາ. ປ່າໄມ້ຢູ່ທີ່ນີ້ມີສັດ ແລະພືດທີ່ມູນຄ່າຫຼາຍຊະນິດ, ແຕ່ພູມສັນຖານທີ່ທຸລະກັນດານ ແລະຫ່າງໄກສອກຫຼີກ, ນັ້ນແມ່ນຄວາມສ່ຽງຊ້ອນແຝງທີ່ຈະເກີດການລະເມີດໃນວຽກງານຄຸ້ມຄອງ ແລະປົກປັກຮັກສາປ່າໄມ້.

ສະເພາະໄລຍະແຕ່ປີ 2019-2023, ກໍາລັງກວດກາປ່າໄມ້ແຂວງກອນຕູມ ໄດ້ເປີດການລາດຕະເວນ ແລະກວດກາເກືອບ 600 ເທື່ອ, ພົບເຫັນ 35 ກໍລະນີ ລະເມີດກົດໝາຍວ່າດ້ວຍປ່າໄມ້ ດ້ວຍຂອງກາງແມ່ນໄມ້ທ່ອນຊະນິດຕ່າງໆ 250 m3, ເນື້ອທີ່ປ່າໄມ້ກວ່າ 4,6 ເຮັກຕາຖືກເສຍຫາຍ.

ໃນຂະນະນັ້ນ, ກໍາລັງເຈົ້າໜ້າທີ່ແຂວງອັດຕະປື ກໍ່ໄດ້ຈັດຕັ້ງການລາດຄະເວນ, ກວາດລ້າງ 79 ຄັ້ງ, ຮີບເອົາໄມ້ກວ່າ 48m3 ແລະເຄື່ອງປ່າຂອງດົງປະເພດຕ່າງໆນຳອີກ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.