ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວັນລິກ ມີການພົບປະສອງຝ່າຍຢູ່ນອກກອບກອງປະຊຸມ Shangri – La

14:12 | 03/06/2019

ໃນຂອບເຂດກອງປະຊຸມ Shangri– La ຄັ້ງທີ 18, ຕອນບ່າຍວັນທີ 1 ມິຖຸນາ, ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລິກ ໄດ້ມີການພົບປະສອງຝ່າຍກັບຜູ້ຮັກສາການລັດຖະມົນຕີປ້ອງກັນປະເທດຂອງ ອາເມລິກາ, ລັດຖະມົນຕີກະຊວງປ້ອງກັນປະເທດຂອງບັນດາປະເທດ ຄື: ນິວຊີແລນ, ອັງກິດ, ສິງກະໂປ, ມາເລເຊຍ, ຝລັ່ງ ແລະ ມົງໂກນ.

ທີ່ການພົບປະກັບທ່ານ Patrick Shanahan ຜູ້ຮັກສາການລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ, ສອງຝ່າຍໄດ້ຖືວ່າ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາໃນເວລາທີ່ຜ່ານມາບັນລຸໄດ້ປະສິດທິຜົນ ຢ່າງແທດຈິງ, ປະກອບສ່ວນຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ. ທ່ານ ໂງຊວັນລິກໄດ້ສະເໜີໃຫ້ອາເມລິກາສືບຕໍ່ຮ່ວມມືເພື່ອປະຕິບັດໂຄງການແກ້ໄຂມົນລະພິດຈາກທາດພິດສີສົ້ມໂດຍໄວຢູ່ສະໜາມບິນບຽນຮ່ວາ ແລະ ສະໜັບສະໜູນ ຫວຽດນາມໃນການຜັນຂະຫຍາຍໂຮງໝໍກາງສະໜາມຂັ້ນ 2 ເລກທີ 2 ແລະ ກອງຮ້ອຍທະຫານຊ່າງແສງຢູ່ຄະນະປະຕິບັດຮັກສາສັນຕິພາບ ໂດຍສະຫະປະຊາຊາດແຕ່ງຕັ້ງ.

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວັນລິກ ມີການພົບປະສອງຝ່າຍຢູ່ນອກກອບກອງປະຊຸມ Shangri – La

ທ່ານ ລັດຖະມົນຕີ່ກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລິກແລະ ທ່ານ Patrick Shanahan ຜູ້ຮັກສາການລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ (ພາບ: TTXVN)

ທີ່ ການພົບປະ ກັບ ບັນດາທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອັງກິດ, ສິງກະໂປ, ມາເລເຊຍ, ມົງໂກນ , ທ່ານລັດຖະມົນຕີ ໂງຊວັນລິກ ແລະ ລັດຖະມົນຕີກະຊວງປະເທດດັ່ງກ່າວໄດ້ເຫັນດີເປັນເອກະພາບຈະສົມທົບກັນຜັນຂະຫຍາຍເພື່ອນຳເອົາການພົວພັນປ້ອງກັນຊາດລະຫວ່າງສອງຝ່າຍເຂົ້າສູ່ລວງເລິກ, ແທດຈິງຕາມນັ້ນແລ້ວ, ສືບຕໍ່ຊຸກຍູ້ບັນດາຂົງເຂດຮ່ວມມືທີ່ພວມໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນຄື ບຳລຸງສ້າງ, ທະຫານເຮືອ, ຕຳຫຼວດທະເລ, ຍົກສູງກຳລັງຄວາມສາມາດຂອງບັນດາກຳລັງປະກອບອາວຸດ, ຮັກສາສັນຕິພາບກໍ່ຄືການຊອກຫາຄວາມສາມາດໃນການຮ່ວມມືໃນບັນດາຂົງເຂດທີ່ເໝາະສົມ ກັບຄວາມຕ້ອງການຂອງແຕ່ລະຝ່າຍ.

ທີ່ການພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຝລັ່ງ, ນິວເຊີແລນ ສອງຝ່າຍໄດ້ຢັ້ງຢືນວ່າຈະສືບຕໍ່ຍົກສູງປະສິດທິຜົນຂອງບັນດາກົນໄກຮ່ວມມືທີ່ພວມມີຢູ່ ແລະ ຊອກຫາໂອກາດການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ມີທ່າແຮງ.

ຄຽງຄູ່ກັນນັ້ນ, ທ່ານ ໂງຊວັນລິກຍັງມີການພົບປະແລກປ່ຽນຢູ່ນອກກອງປະຂຸມກັບຕາງໜ້າຂັ້ນສູງຂອງສະຫະພາບເອີລົບ (EU) ກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ Federica Mogherini ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ການາດາ ກ່ຽວກັບບາງມາດຕະການຊຸກຍູ້ການຮ່ວມມືດ້ານປ້ອງກັນປະເທດໃນໄລຍະຈະມາເຖິງ.

(ແຫຼ່ງ​ຂໍ້​ມູນ​: vovworld.vn)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.