VUFO ຮັບຮູ້ການປະກອບສ່ວນຂອງປະຊາຊົນໜູນຊ່ວຍບັນດາໂຄງການປິ່ນປົວຕາຢູ່ຫວຽດນາມ

11:55 | 16/10/2023

ຍສໝ - ໃນ 30 ກວ່າປີທີ່ຜ່ານມາ, ທ່ານນາງ Gabrielle Hollows, ຜູ້ກໍ່ຕັ້ງອົງການ The Fred Hollows Foundation (FHF) ໄດ້ຕັ້ງໜ້າບໍລິຫານ ແລະ ຂົນຂວາຍທຶນໃຫ້ແກ່ບັນດາໂຄງການ, ລາຍການປິ່ນປົວຕາຢູ່ ຫວຽດນາມ, ຜ່ານນັ້ນ ກໍ່ໜູນຊ່ວຍໃຫ້ທ່ານໝໍຜ່າຕັດຕາກວ່າ 1.000 ຄົນໄດ້ຮັບການຝຶກອົບຮົມ, ສະໜອງອຸປະກອນການແພດ, ໜູນ​ຊ່ວຍ​ວຽກ​ງານ​ຜ່າ​ຕັດ​ແກ່ນຕາ​ຂຸ້ນ​ໃຫ້​ຄົນ​ເຈັບ​ຫວຽດ​ນາມ ກວ່າ 100.000 ຄົນ.

VUFO ພ້ອມແລ້ວທີ່ຈະເປັນຂົວຕໍ່ ໃຫ້ແກ່ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາຟຼິກາໃຕ້ VUFO ພ້ອມແລ້ວທີ່ຈະເປັນຂົວຕໍ່ ໃຫ້ແກ່ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາຟຼິກາໃຕ້
ການ​ທູດ​ປະ​ຊາ​ຊົນ​ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ການ​ທູດ​ປະ​ຊາ​ຊົນ​ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ

ອົງການ The Fred Hollows Foundation ມີຊື່ຕາມສາດສະດາຈານ ແລະ ທ່ານໝໍປົວຕາ Fred Hollows, ສາມີຂອງ ທ່ານນາງ Gabrielle Hollows. ໃນປີ 1992, ທ່ານ Fred ເຂົ້າມາຫວຽດນາມ. ທ່ານ​ໄດ້​ເຫັນ​ວ່າ ຄະນະ​ທ່ານໝໍຜ່າຕັດ​ຕາ​ຂອງ​ຫວຽດນາມ ​ຍັງ​ຂາດ​ເຂີນອຸປະກອນ ​ແລະ ບໍ່​ມີ​ໂອກາດຫຼາຍ​ໃນ​ການ​ເຂົ້າ​ເຖິງ​ເຕັກນິກ​ຜ່າຕັດ​ທີ່​ທັນ​ສະ​ໄໝ. ທ່ານ​ໄດ້​ກັບ​ຄືນ​ປະ​ເທດ​ຫວຽດ​ນາມ ພ້ອມ​ກັບ​ກຸ່ມ​ທ່ານໝໍປົວຕາ​, ດຳ​ເນີນ​ການ​ຝຶກ​ອົບ​ຮົມ​ໃຫ້​ທ່ານໝໍ​ຜ່າ​ຕັດ​ຫວຽດ​ນາມ 300 ກວ່າ​ຄົນ. ອົງການ FHF ໄດ້ຖືກສ້າງຕັ້ງຂຶ້ນໂດຍສາມີພັນລະຍາທ່ານໝໍ Fred Hollows ແລະ ທ່ານນາງ Gabrielle Hollows ຫຼັງຈາກນັ້ນບໍ່ດົນ ທ່ານ Fred ກໍ່ເສຍຊີວິດ, ອົງການດັ່ງກ່າວ ແມ່ນເພື່ອສືບ​ຕໍ່​ປະຕິບັດ​ຄວາມ​ປາດ​ຖະໜາ​ຂອງ ທ່ານ Fred ​ໃນ​ການ​ປ້ອງ​ກັນ​ຕາ​ບອດ, ຕາຟາງ, ບຳລຸງ​ສ້າງ​ແພດ​ໝໍ, ພະຍາບານ ​ແລະ ໜູນ​ຊ່ວຍ​ປະຊາຊົນ​ຫວຽດນາມ.

ນັບຕັ້ງແຕ່ FHF ໄດ້ສ້າງຕັ້ງຂຶ້ນມາ, ທ່ານນາງ Gabrielle Hollows ໄດ້ຮ່ວມເດີນທາງ ແລະ ຕັ້ງໜ້າເຂົ້າຮ່ວມບັນດາກິດຈະກໍາການລະດົມທຶນເພື່ອສະໜັບສະໜູນໂຄງການປ້ອງກັນຕາບອດຫຼາຍແຫ່ງ ແລະ ປັບປຸງການບໍລິການຮັກສາຕາຢູ່ໃນຫຼາຍປະເທດໃນອາຊີ, ອາຟຣິກກາ.

VUFO ຮັບຮູ້ການປະກອບສ່ວນຂອງປະຊາຊົນໜູນຊ່ວຍບັນດາໂຄງການປິ່ນປົວຕາຢູ່ຫວຽດນາມ
ທ່ານ ຫງວຽນ​ຫງອກ​ຮຸ່ງ, ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ (VUFO) ມອບ ຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາປະຊາຊາດ” ລາງວັນສູງສຸດຂອງ VUFO ໃຫ້ແກ່ທ່ານນາງ Gabrielle Hollows.

ຢູ່ຫວຽດນາມ, FHF ວາງເປົ້າໝາຍ 4 ຢ່າງຄື: ໃຫ້ທຸກຄົນມີໂອກາດເຂົ້າເຖິງບັນດາໂຄງການປິ່ນປົວແກ່ນຕາຂຸ່ນ, ປ້ອງກັນ ແລະ ປິ່ນປົວຈຸດບົກຜ່ອງຂອງການສະທ້ອນແສງ, ຄົ້ົ້ນພົບກ່ອນ ແລະ ສະກັດກັ້ນພະຍາດເບົາຫວານຂຶ້ນຈໍປະສາດຕາ ແລະ ລົບລ້າງພະຍາດສານຕາ. FHF ໄດ້ຈັດຕັ້ງປະຕິບັດຫຼາຍໂຄງການຮ່ວມມືກັບບັນດາກະຊວງ, ຄະນະ, ຂະແໜງການ, ບັນດາມະຫາວິທະຍາໄລ, ເປັນຕົ້ນແມ່ນ: ການບຳລຸງສ້າງທ່ານໝໍ, ນັກເຕັກນິກ, ການສະໜັບສະໜູນດ້ານການເງິນ, ການອຸປະຖຳອຸປະກອນກວດ ແລະ ປິ່ນປົວຕາຢູ່ຂັ້ນເມືອງ ແລະ ທ້ອງຖິ່ນທີ່ມີຄວາມຫຍຸ້ງຍາກ, ໂຄສະນາຍົກສູງຄວາມຮັບຮູ້ຂອງປະຊາຊົນກັບການເບິ່ງແຍງ​ຕາ, ປະຕິບັດກວດ​​ຫາ ​ແລະ ​ປິ່ນ​ປົວ, ຜ່າ​ຕັດ​ໂດຍ​ບໍ່​ເສຍ​ຄ່າ​ສໍາ​ລັບ​ຄົນ​ເຈັບ​​ທີ່​ເປັນ​ພະ​ຍາດ​ຕາເປັນ​ຈໍາ​ນວນ​ຫຼາຍ.

ໂດຍຮັບຮູ້ການປະກອບສ່ວນຂອງອົງການ FHF ແລະ ທ່ານນາງ Gabrielle Hollows ໂດຍສ່ວນຕົວ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຕັດສິນໃຈມອບ ຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາປະຊາຊາດ” - ລາງວັນສູງສຸດຂອງ VUFO ໃຫ້ແກ່ທ່ານນາງ Gabrielle Hollows.

ກ່າວ​ຄຳ​ເຫັນ​ທີ່​ພິທີ​ມອບຫຼຽນກາລະນຶກ, ທ່ານ ຫງວຽນ​ຫງອກ​ຮຸ່ງ, ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ (VUFO) ​ໃຫ້​ຮູ້​ວ່າ: ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ລະດົມ​ທຶນ, ໜູນ​ຊ່ວຍ, ​ໂຄງການ, ທ່ານ​ນາງ Gabrielle Hollows ​ໄດ້​ຊີ້​ນຳໃຫ້ອົງການ The Fred Hollows Foundation ນຳ​ມາ​ເຊິ່ງ​ການປ່ຽນແປງທີ່ແທດ​ຈິງ ປລະ ມີປະສິດທິຜົນດີພໍສົມຄວນ​ຂອງ​ຂະ​ແໜງ​ການ​ປິ່ນ​ປົວ​ຕາ​ຂອງ​ຫວຽດ​ນາມ.

ທ່ານ​ນາງ Gabrielle Hollows ​ໃຫ້​ຮູ້​ວ່າ FHF ປາດ​ຖະໜາ​ຢາກ​ສືບ​ຕໍ່​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ຫວຽດນາມ ສືບ​ຕໍ່​ພັດທະນາ​ຂະແໜງການປິ່ນປົວຕາ, ຍົກ​ສູງ​ຄຸນ​ນະພາ​ບການ​ບໍລິການໃນການ​ປ້ອງ​ກັນ, ປິ່ນປົວ​ພະຍາດແກ່ນຕາຂຸ່ນ ​ແລະ ການສະທ້ອນແສງຂອງຕາ, ລົບລ້າງພະຍາດສານຕາ. ໃນເວລາດຽວກັນ, ກໍ່ປະຕິບັດຄວາມມຸ່ງມາດປາຖະໜາຂອງສາດສະດາຈານ Fred Hollows ກ່ຽວກັບການເຂົ້າເຖິງຢ່າງສະເໝີພາບໃນບັນດາການບໍລິການເບິ່ງແຍງດູແລສຸຂະພາບຕາໃຫ້ບັນດາກຸ່ມຄົນທີ່ມີຄວາມສ່ຽງເປັນພະຍາດກ່ຽວກັບຕາໄດ້ງ່າຍ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.