ການພົບປະແລກປ່ຽນມິດຕະພາບລະຫວ່າງ ຊາວໜຸ່ມດົງທາບ (ຫວຽດນາມ) ແລະ ແຂວງສາລະວັນ, ຈຳປາສັກ (ລາວ)

08:52 | 15/09/2023

ຍສໝ - ແຕ່ວັນທີ 8 – 10 ກັນຍາ, ຄະນະຜູ້ແທນຊາວໜຸ່ມກອມມູນິດ ໂຮ່ຈີມິນ ແຂວງ ດົ່ງທາບ ນຳໂດຍ ສະຫາຍ ຮວິ່ງມິງທື໋ກ, ກຳມະການຄະນະປະຈຳສູນກາງຊາວໜຸ່ມ, ກຳມະການພັກແຂວງ, ເລຂາຄະນະຊາວໜຸ່ມແຂວງ ໄດ້ມີກິດຈະກໍາແລກປ່ຽນຫຼາຍຢ່າງທີ່ຟົດຟື້ນ ແລະ ມີຄວາມໝາຍຕໍ່ກັບຊາວໜຸ່ມແຂວງສາລະວັນ ແລະ ຈຳປາສັກ (ປະເທດລາວ).

ສະຫະພັນແມ່ຍິງແຂວງຈຳປາສັກ ຢ້ຽມຢາມ ແລະ ອວຍພອນປີໃໝ່ຢູ່ແຂວງເລີມດົ່ງ ສະຫະພັນແມ່ຍິງແຂວງຈຳປາສັກ ຢ້ຽມຢາມ ແລະ ອວຍພອນປີໃໝ່ຢູ່ແຂວງເລີມດົ່ງ
ລາວ: ຢ້ຽມຢາມບັນດາຄອບຄົວທະຫານເສຍອົງຄະ, ນັກຮົບສະລະຊີວິດເພື່ອຊາດ ຢູ່ແຂວງຈຳປາສັກ ລາວ: ຢ້ຽມຢາມບັນດາຄອບຄົວທະຫານເສຍອົງຄະ, ນັກຮົບສະລະຊີວິດເພື່ອຊາດ ຢູ່ແຂວງຈຳປາສັກ

ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ການໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ຄະນະ​ຜູ້​ແທນ​ແຂວງ ດົ່ງ​ທາ​ບ ຢູ່​ແຂວງ​ສາລະ​ວັນ ​ແລະ ​ແຂວງ​ຈຳປາ​ສັກ (ລາວ) ນຳ​ໜ້າ ໂດຍ​ສະຫາຍ ຟານວັນ​ທັງ - ຮອງ​ເລຂາ​ຄະນະປະຈຳ​ພັກ​ແຂວງ, ປະທານ​ສະພາປະຊາຊົນແຂວງ ​ແລະ ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ແຂວງ ດົ່ງ​ທາບ.

ທີ່ການໂອ້ລົມສົນທະນາລະຫວ່າງຄະນະຜູ້ແທນຂັ້ນສູງແຂວງດົ່ງທາບ ແລະ ຄະນະຜູ້ແທນຂັ້ນສູງແຂວງສາລະວັນ ແລະ ຈຳປາສັກ ສອງຄັ້ງ ກໍ່ໄດ້ຮັບຮອງເອົາບົດລາຍງານເບື້ອງຕົ້ນສະຫຼຸບ 1 ປີແຫ່ງການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈລະຫວ່າງຊາວໜຸ່ມສອງແຂວງ ດົ່ງທາບ (ຫວຽດນາມ)​ ແລະ ຈໍາປາສັກ (ລາວ) ໄລຍະ 2022 - 2027 ແລະ ບົດລາຍງານເບື້ອງຕົ້ນ 4 ປີແຫ່ງການປະຕິບັດບົດບັນທຶກຄວາມເຂົ້າໃຈລະຫວ່າງຊາວໜຸ່ມແຂວງດົ່ງທາບ (ຫວຽດນາມ) ແລະ ແຂວງສາລະວັນ (ລາວ) ໄລຍະປີ 2017 - ປີ 2021; ພ້ອມ​ກັນ​ນັ້ນ, ກໍ່ສືບ​ຕໍ່​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຂອງ​ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແຂວງ ສາລະວັນ ທີ່ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽງກັບການຮ່ວມມື ໄລຍະ 2023 – 2027 ດ້ວຍຫຼາຍເນື້ອໃນ ທີ່ສຳຄັນ.

ການພົບປະແລກປ່ຽນມິດຕະພາບລະຫວ່າງ ຊາວໜຸ່ມດົງທາບ (ຫວຽດນາມ) ແລະ ແຂວງສາລະວັນ, ຈຳປາສັກ (ລາວ)

ການພົບປະແລກປ່ຽນມິດຕະພາບລະຫວ່າງຊາວໜຸ່ມແຂວງດົ່ງທາບ (ຫວຽດນາມ) ແລະ ແຂວງສາລະວັນ, ຈຳປາສັກ (ລາວ)

ສະຫາຍ ຮວິ່ງມິງທື໋ກ ໃຫ້ຮູ້ວ່າ ຄະນະຊາວໜຸ່ມແຂວງ ດົ່ງທາບ ພ້ອມກັບຄະນະຊາວໜຸ່ມແຂວງ ສາລະວັນ ແລະ ຄະນະຊາວໜຸ່ມແຂວງຈໍາປາສັກ ໄດ້ຈັດຕັ້ງປະຕິບັດບັນດາເນື້ອໃນຂອງແຜນງານສົມທົບກັນບັນລຸໄດ້ໝາກຜົນທີ່ພົ້ນເດັ່ນໃນເບື້ອງຕົ້ນ ເຊິ່ງສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ ​ແລະ ການ​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ, ​ຄື: ວຽກງານ​ໂຄສະນາ​ເຜີຍ​ແຜ່ ​ແລະ ສຶກສາ​ມູນ​ເຊື້ອ​ປະຕິວັດ​ໃຫ້​ແກ່​ຊາວ​ໜຸ່ມ​ສອງ​ແຂວງ ​ກ່ຽວ​ກັບ​ນ້ຳ​ໃຈ​ມິດຕະພາບ​ແບບ​ພິ​ເສດ​ຫວຽດນາມ - ລາວ, ລາວ - ຫວຽດນາມ ​ ​ໃນ​ຂະ​ບວນການ​ຕໍ່ສູ້​ປົດ​ປ່ອຍ​ຊາດ ​ແລະ ການສ້າງ​ປະ​ເທດ​ຊາດ​ຂອງ​ແຕ່ລະ​ປະ​ເທດ​. ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ, ສຶກສາໃຫ້ຊາວໜຸ່ມຂອງສອງແຂວງກ່ຽວກັບຈິດໃຈສາມັກຄີ, ກໍ່ສ້າງ, ຮັບປະກັນຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຄວາມປອດໄພຂອງສອງປະເທດໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ເປັນຢ່າງດີ. ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ, ວັນ​ບຸນ​ໃຫຍ່​ຂອງ​ສອງ​ປະ​ເທດ , ສອງຊາດ, ຄະນະ​ຊາວ​ໜຸ່ມ​ສອງ​ແຂວງ​ ລ້ວນແຕ່ໄດ້​ສົ່ງ​ຈົດໝາຍຖາມຂ່າວຄາວ ​ແລະ ອວຍພອນ​ເຊິ່ງກັນ ​ແລະ ກັນ.

ການພົບປະແລກປ່ຽນມິດຕະພາບລະຫວ່າງ ຊາວໜຸ່ມດົງທາບ (ຫວຽດນາມ) ແລະ ແຂວງສາລະວັນ, ຈຳປາສັກ (ລາວ)

ພົ້ນເດັ່ນແມ່ນ​ໃນ​ປີ 2021, ດ້ວຍ​ສະຖານະ​ການ​ທີ່​ສັບສົນ​ຂອງ​ພະຍາດ​ໂຄ​ວິດ-19, ​ເພື່ອ​ປະກອບສ່ວນ​ສົມທົບ​ກັບ​ພະນັກງານ, ສະມາຊິກຄນະນຊາວໜຸ່ມ, ​ຊາວ​ໜຸ່ມ ​ແລະ ປະຊາຊົນ​ແຂວງ​ສາລະ​ວັນ ​ເພື່ອ​ຕ້ານ​ພະຍາດ​ໂຄ​ວິດ-19, ຄະນະປະຈຳຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແຂວງ ດົ່ງທາບ ​ໄດ້​ມອບຜ້າອັດປາກ 50.000 ອັນ, ຊຸດ​ປ້ອງ​ກັນ​ການ​ແພດ 500 ຊຸດ ໃຫ້ແກ່ຄະນະຊາວໜຸ່ມແຂວງສາລະວັນ ເພື່ອ​ປ້ອງ​ກັນ ​ແລະ ຕ້ານ​ພະຍາດ​ໂຄ​ວິດ-19. ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5 ກັນຍາ 1962 – 5 ກັນຍາ 2022) ແລະ ຄົບຮອບ 45 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ, ປີແຫ່ງຄວາມສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ-ຫວຽດນາມ ປີ 2022, ຄະນະຊາວໜຸ່ມແຂວງ ດົ່ງທາບ ແລະ ຄະນະຊາວໜຸ່ມແຂວງຈໍາປາສັກ ໄດ້ສົມທົບກັນຢ່າງແໜ້ນແຟ້ນຜັນຂະຫຍາຍຢ່າງກວ້າງຂວາງອອກສູ່ບັນດາສະມາຊິກຄະນະຊາວໜຸ່ມ, ຊາວໜຸ່ມຂອງ 2 ແຂວງເຂົ້າຮ່ວມງານແຂ່ງຂັນຊອກຮູ້ປະຫວັດສາດການພົວພັນແບບພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ ປີ 2022 ດ້ວຍຫົວ​ຂໍ້ “ຊາວ​ໜຸ່ມ​ຫວຽດ​ນາມ - ລາວ ໄມຕີຈິດມິດ​ຕະ​ພາບ”. ເລຂາຄະນະຊາວໜຸ່ມແຂວງ ດົ່ງທາບ ແລະ ເລຂາຄະນະຊາວໜຸ່ມແຂວງຈໍາປາສັກ ໄດ້ມີການຕິດຕໍ່ພົວພັນ, ແລກປ່ຽນ, ໜູນຊ່ວຍກັນຢ່າງເປັນປະຈຳ, ສ້າງເງື່ອນໄຂໃຫ້ສະມາຄົມນັກທຸລະກິດໜຸ່ມ ແລະ ໄວໜຸ່ມທີ່ເລີ່ມດຳເນີນທຸລະກິດຂອງ 2 ແຂວງ ໄດ້ຊອກຮູ້ກ່ຽວກັບກາລະໂອກາດລົງທຶນ, ເຊື່ອມຕໍ່ການພົວພັນການຄ້າເຊິ່ງກັນ ແລະ ກັນ, ການວາງສະແດງ ແລະ ໂຄສະນາຜະລິດຕະພັນ ແລະ ເຄື່ອງໝາຍການຄ້າຂອງວິສາຫະກິດ.

ການພົບປະແລກປ່ຽນມິດຕະພາບລະຫວ່າງ ຊາວໜຸ່ມດົງທາບ (ຫວຽດນາມ) ແລະ ແຂວງສາລະວັນ, ຈຳປາສັກ (ລາວ)

ໂດຍສົ່ງເສີມບັນດາໝາກຜົນທີ່ບັນລຸໄດ້, ໃນໄລຍະຈະມາເຖິງ, ຄະນະຊາວໜຸ່ມແຂວງ ດົ່ງທາບ ແລະ ແຂວງສາລະວັນ ຈະສືບຕໍ່ເພີ່ມທະວີການຈັດຕັ້ງໂຄສະນາເຜີຍແພ່, ສຶກສາມູນເຊື້ອປະຕິວັດໃຫ້ແກ່ຊາວໜຸ່ມຂອງ 2 ແຂວງກ່ຽວກັບສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ ​ໃນ​ຂະ​ບວນການ​ຕໍ່ສູ້​ປົດ​ປ່ອຍ​ຊາດ ​ແລະ ສ້າງສາ​ປະ​ເທດ​ຊາດ​ຢູ່​ແຕ່ລະ​ປະ​ເທດ. ຈັດຕັ້ງໃຫ້ຊາວໜຸ່ມຂອງສອງແຂວງໄດ້ແລກປ່ຽນ, ຖອດຖອນບົດຮຽນ ແລະ ຮ່ວມມືກັນພັດທະນາເສດຖະກິດບັນດາຮູບແບບໃນທຸກຂົງເຂດ, ໂດຍສະເພາະແມ່ນຮູບແບບເສດຖະກິດຮ່ວມມືໃນການຜະລິດ ແລະ ດຳເນີນທຸລະກິດໃນຂົງເຂດອຸດສາຫະກຳ, ກະສິກຳ ແລະ ການບໍລິການ; ສົ່ງເສີມເຄື່ອງໝາຍການຄ້າ ແລະ ຜະລິດຕະພັນຂອງວິສາຫະກິດ. ​ແລກປ່ຽນ ​ແລະ ​ແບ່ງປັນ​ປະສົບ​ການ​ໃນ​ການ​ໜູນ​ຊ່ວຍ​ຊາວ​ໜຸ່ມ​​ເລີ່​ມດຳ​ເນີນ​ທຸລະ​ກິດ, ກໍ່ຮ່າງສ້າງຕົວ; ວຽກ​ງານ​ສ້າງ​ຂະ​ບວນການ​ຂົນຂວາຍ​ຊາວ​ໜຸ່ມຕະລຸມບອນ​ອາສາ​ສະໝັກ​ ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ພັດທະນາ​ເສດຖະກິດ-ສັງຄົມ​ຢູ່​ທ້ອງ​ຖິ່ນ. ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ, ສິລະ​ປະ ​ແລະ ກິລາ ​ແລະ ຜັນ​ຂະຫຍາຍ​ບັນດາ​ໂຄງການ​ແລກປ່ຽນ, ສ້າງ​ເງື່ອນ​ໄຂ​ໃຫ້​ຊາວ​ໜຸ່ມ​ສອງ​ແຂວງ ໄດ້ແຮກສ່ຽວ, ສ້າງ​ຄວາມ​ສາມັກຄີ,...

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ