ບັນດາ​ວິ​ສາ​ຫະກິດ ​ເອີ​ລົບ ມີ​ຄວາມ​ສົນ​ໃຈ​ໃນ​ຫຼາຍ​ຂົງ​ເຂດ​ລົງທຶນ​ຢູ່ ຫວຽດນາມ

15:12 | 11/10/2023

ຍສໝ - ພະລັງງານ​ສະອາດ, ພະລັງງານ​ລົມ, ພະລັງງານ​ແສງຕາ​ເວັນ, ປ່າ​ໄມ້, ກະສິກຳ​ທັນ​ສະ​ໄໝ, ສາທາລະນະ​ສຸກ, ບັນດາ​ຂົງ​ເຂດ​ທີ່​ກ່ຽວຂ້ອງ​ເຖິງ​ຂະແໜງການ​ເອ​ເລັກ​ໂຕຼນິກ... ​ແມ່ນ​ບັນດາ​ຂົງ​ເຂດ​ທີ່​ວິ​ສາ​ຫະກິດ ​ເອີ​ລົບ ມີ​ຄວາມ​ສົນ​ໃຈ ​ແລະ ຊອກ​ຫາ​ກາລະ​ໂອກາດ​ລົງທຶນ​ຢູ່ ຫວຽດນາມ.

ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ ຫວຽດນາມ ​ແລະ EU ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ ຫວຽດນາມ ​ແລະ EU
ນັກ​ຊ່ຽວຊານ​ໄທ​ຮຽກຮ້ອງ​ໃຫ້​ມີ​ການ​ລົງທຶນ​ຢູ່​ຫວຽດນາມ ​ແລະ ອິນ​ເດຍ ນັກ​ຊ່ຽວຊານ​ໄທ​ຮຽກຮ້ອງ​ໃຫ້​ມີ​ການ​ລົງທຶນ​ຢູ່​ຫວຽດນາມ ​ແລະ ອິນ​ເດຍ

ນັ້ນ​ແມ່ນ​ການ​ແບ່ງປັນ​ຂອງ​ທ່ານ Gabor Fluit, ປະທານ​ສະມາຄົມ​ວິສາຫະກິດເອີ​ລົບ​ປະຈຳ​ຫວຽດນາມ (EuroCham) ທີ່​ການ​ສົນທະນາ​ກ່ຽວ​ກັບ​ການ​ຊຸກຍູ້​ການ​ພົວພັນ​ດ້ານ​ການ​ຄ້າ ຫວຽດນາມ - EU ​ແລະ ບົດບາດ​ຂອງ EuroCham ​ແລະ ການ​ເຊື່ອມ​ຕໍ່​ບັນດາ​ວິ​ສາ​ຫະກິດ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 9 ຕຸລາ ຢູ່ Brussels (​ແບນ​ຊິກ).

ດ້ວຍ​ແຂກ​ຜູ້​ແທນ 40 ກວ່າ​ຄົນ ​ໃນ​ນັ້ນ​ມີ​ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ​ໃຫຍ່ຂອງ​ເອີ​ລົບ ​ທີ່​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ ຄື​ກຸ່ມ LEGO, ກຸ່ມ​ບໍລິສັດ Pharma, DEPR ຫວຽດນາມ, Equinor..., ​ໄດ້​ເປີດ​ກາລະ​ໂອກາດ​ໃຫ້​ແກ່​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ ​ແລະ ກ້ວາງ​ຂວາງ, ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທີ່​ມີ​ຢູ່​ລະຫວ່າງ​ຫວຽດນາມ ​ແລະ ເອີຣົບ.

ບັນດາ​ວິ​ສາ​ຫະກິດ ​ເອີ​ລົບ ມີ​ຄວາມ​ສົນ​ໃຈ​ໃນ​ຫຼາຍ​ຂົງ​ເຂດ​ລົງທຶນ​ຢູ່ ຫວຽດນາມ

ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ແບນ​ຊິກ ຫງວຽນ​ວັນ​ຖາວ ​ໃຫ້​ຮູ້​ວ່າ EuroCham ຖື​ເປັນ​ສຳຄັນ​ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຫວຽດນາມ - ເອີຣົບ, ຫວຽດນາມ ຕ້ອງການການຮ່ວມເດີນທາງ​ຂອງ EuroCham, ການໜູນ​ຊ່ວຍ, ​ແບ່ງປັນ​ປະສົບ​ການ, ວິ​ໄສ​ທັດ ​ແລະ ການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຍາດ​ແຍ່ງ​ກາລະ​ໂອກາດ ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື.

“ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ຢ່າງ​ຕັ້ງໜ້າ, ຫວັງ​ວ່າເອີຣົບ ຈະ​ຮັກສາ​ການ​ເຈລະຈາ, ຊຸກຍູ້​ການ​ໜູນ​ຊ່ວຍ​ດ້ານ​ເຕັກນິກ ​ແລະ ການ​ເງິນ, ກໍ່ສ້າງ​ກຳລັງ​ຄວາມ​ສາມາດ… ​ເພື່ອ​ໃຫ້ຫວຽດນາມ ສາມາດ​ປັບ​ຕົວ ​ແລະ ສົມທົບ​ກັບ​ບັນດາ​ນະ​ໂຍບາຍ​ໃໝ່​ຂອງເອີຣົບ”, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ວັນ​ຖາວ ​ໃຫ້​ຮູ້​ວ່າ.

ເຫັນດີກັບຂໍ້ສະເໜີຂອງຫວຽດນາມ, ທ່ານປະທານ EuroCham, ຄະນະຜູ້ນຳ ແລະ ຜູ້ຕາງໜ້າວິສາຫະກິດ EuroCham ຢືນຢັນວ່າ EuroCham ຈະສົມທົບກັນຢ່າງແໜ້ນແຟ້ນກັບ ຫວຽດນາມ ເພື່ອຊຸກຍູ້ອຳນາດການປົກຄອງເອີຣົບ ແລະ ປະເທດສະມາຊິກໃຫ້ສັດຕະຍາບັນ EVIPA, ຖອນໃບເຫຼືອງ IUU ແລະ ປະຕິບັດນະໂຍບາຍໃໝ່.

ທ່ານ Tibor Stelbaczky, ທີ່​ປຶກສາ​ອາ​ວຸ​ໂສ​ການ​ທູດ​ດ້ານ​ພະລັງງານ​ຂອງ​ອົງການ​ບໍລິການການຕ່າງປະເທດເອີຣົບ (EEAS), ​ແບ່ງປັນ​ວ່າ ບັນດາ​ນະ​ໂຍບາຍ​ໃໝ່​ຂອງເອີຣົບ ລ້ວນ​ແຕ່​ມີ​ເວລາອຸ່ນເຄື່ອງ, ສະ​ນັ້ນ ຫວຽດນາມ ສາມາດ​ເຂົ້າ​ຮ່ວມ​ການ​ປັບ​ປຸງເໝາະສົມ, ເອີຣົບພ້ອມ​ແລ້ວ​ທີ່​ຈະ​ໃຫ້ການ​ປຶກສາ​ຫາລື ​ແລະ ສະໜັບສະໜູນ.

ບັນດາ​ວິ​ສາ​ຫະກິດ ​ເອີ​ລົບ ມີ​ຄວາມ​ສົນ​ໃຈ​ໃນ​ຫຼາຍ​ຂົງ​ເຂດ​ລົງທຶນ​ຢູ່ ຫວຽດນາມ
ທ່ານ Tibor Stelbaczky, ທີ່​ປຶກສາ​ອາ​ວຸ​ໂສ​ການ​ທູດ​ດ້ານ​ພະລັງງານ​ຂອງ​ອົງການ​ບໍລິການການຕ່າງປະເທດເອີຣົບ (EEAS)

ຄຽງ​ຂ້າງ​ນັ້ນ, ຕີ​ລາຄາ​ວ່າ ຫວຽດນາມ ມີບົດບາດ​ສຳຄັນສຳຫຼັບເອີຣົບ ​ແລະ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ຫຼາຍ​ດ້ານ, ທ່ານ Gabor Fluit, ປະທານ EuroCham ​ໃຫ້​ຮູ້​ວ່າ: ບັນດາ​ວິ​ສາ​ຫະກິດ ​ເອີ​ລົບ ມີ​ຄວາມ​ສົນ​ໃຈ​ໃນ​ກາລະ​ໂອກາດ​ລົງທຶນ​ພະລັງງານ​ສະອາດ, ພະລັງງານ​ລົມ, ພະລັງງານ​ແສງຕາ​ເວັນ, ກະ​ສິ​ກຳ​ທັນ​ສະ​ໄໝ, ການ​ເງິນ​ສີ​ຂຽວ, ການ​ຂົນ​ສົ່ງ, ສຸ​ຂະ​ພາບ, ບັນ​ດາ​ຂົງ​ເຂດ​ທີ່​ກ່ຽວ​ຂ້ອງ​ກັບ​ຂະແໜງການ​ເອ​ເລັກ​ໂຕຣ​ນິກ… ຢູ່​ຫວຽດ​ນາມ.

ຕາມ​ທ່ານ Gabor Fluit ແລ້ວ, EuroCham ຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ຫວຽດນາມ ​ເພື່ອ​ຍາດ​ແຍ່ງ​ກາລະ​ໂອກາດ​ໃໝ່ ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ສຳຄັນ​ນີ້. ພ້ອມ​ກັນ​ນັ້ນ, ຫວຽດນາມ ຍັງ​ຕ້ອງ​ສືບ​ຕໍ່​ລົງທຶນ​ພື້ນຖານ​ໂຄງ​ລ່າງ; ປັບປຸງກົດໝາຍເພື່ອປົກປ້ອງທຸລະກິດລົງທຶນ; ຊຸກຍູ້ທ່າອ່ຽງການລົງທຶນສີຂຽວ ແລະ ເສດຖະກິດສະອາດ; ປຶກສາ​ຫາລື​ກ່ຽວ​ກັບ​ການ​ປະຕິ​ຮູບ​ແຜນການ​ໄຟຟ້າ​ຊຸດ​ທີ VIII ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະກິດ​ລົງທຶນ​ໃນ​ຂົງ​ເຂດ​ພະລັງງານ​ສະອາດ, ທົດ​ແທນສ້າງໃໝ່...

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.