ຫວຽດນາມ ຊຸກຍູ້ການດຶງດູດການລົງທຶນຂອງ ກາຕາ

14:02 | 11/10/2023

ຫວຽດນາມ ຊຸກຍູ້ການດຶງດູດການລົງທຶນຂອງ ກາຕາ

ນຳສົ່ງພົນລະເມືອງຫວຽດນາມ ເກືອບ 340 ຄົນມາຈາກນໍເວ, ໂມຊຳບິກ, ອາຟຣິກາໃຕ້, ກາຕາ ເພື່ອກັບຄືນປະເທດ ນຳສົ່ງພົນລະເມືອງຫວຽດນາມ ເກືອບ 340 ຄົນມາຈາກນໍເວ, ໂມຊຳບິກ, ອາຟຣິກາໃຕ້, ກາຕາ ເພື່ອກັບຄືນປະເທດ
ຫວຽດນາມ ນຳສົ່ງພົນລະເມືອງ ຈຳນວນ 266 ຄົນ ຈາກປະເທດ ຄູເວດ, ກາຕາ ແລະ ອີຢີບ ກັບຄືນປະເທດຢ່າງປອດໄພ ຫວຽດນາມ ນຳສົ່ງພົນລະເມືອງ ຈຳນວນ 266 ຄົນ ຈາກປະເທດ ຄູເວດ, ກາຕາ ແລະ ອີຢີບ ກັບຄືນປະເທດຢ່າງປອດໄພ

ຕອນເຊົ້າວັນທີ 9 ຕຸລາ, ທີ່ສໍານັກງານກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການຕ້ອນຮັບທ່ານ Khalid Ali Abdullah Abel ເອກອັກຄະລັດຖະທູດ ກາຕາ ປະຈໍາ ຫວຽດນາມ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ສະແດງຄວາມຊົມເຊີຍທ່ານເອກອັກຄະລັດຖະທູດ ກາຕາ ທີ່ມາຮັບໜ້າທີ່ຢູ່ ຫວຽດນາມ.

ທ່ານ ບຸ່ຍແທັງເຊີນ ເນັ້ນໜັກວ່າ ກະຊວງການຕ່າງປະເທດ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ຈະໜູນຊ່ວຍທ່ານເອກອັກຄະລັດຖະທູດ ປະຕິບັດສຳເລັດໜ້າທີ່ເປັນຢ່າງດີ.

ທ່ານ ບຸ່ຍແທັງເຊີນ ສະແດງຄວາມປະຕິຊົມຊື່ນຕໍ່ບັນດາບາດກ້າວພັດທະນາໃນການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ໃນໄລຍະຜ່ານມາ. ກ່ຽວກັບດ້ານການເມືອງ-ການທູດ, ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈໍາ, ຫວ່າງມໍ່ໆມານີ້ແມ່ນການຢ້ຽມຢາມ ກາຕາ ຢ່າງເປັນທາງການຂອງ ທ່ານນາງຮອງປະທານປະເທດຫວຽດນາມ ຫວໍທິແອງຊວນ ເມື່ອເດືອນ ພຶດສະພາ 2023; ການສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສພາກພື້ນ ແລະ ສາກົນ. ກ່ຽວກັບເສດຖະກິດ, ສອງຝ່າຍບັນລຸໄດ້ຫຼາຍໝາກຜົນທີ່ຕັ້ງໜ້າ, ບັນດາກົນໄກຮ່ວມມືດ້ານເສດຖະກິດໄດ້ຮັບການຮັກສາ...

ໂດຍສະແດງຄວາມປິຕິຊົມຊື່ນເມື່ອໄດ້ຮັບໜ້າທີ່ຢູ່ຫວຽດນາມ, ທ່ານເອກອັກຄະລັດຖະທູດ Ali Abdullah Abel ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສໍາຄັນຂອງ ກາຕາ ຢູ່ພາກພື້ນອາຊີ-ປາຊີຟິກ ແລະ ໃຫ້ຄໍາໝັ້ນສັນຍາຈະມານະພະຍາຍາມຈົນສຸດຄວາມສາມາດ, ປະກອບສ່ວນປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ກາຕາ ກວ່າອີກ. ທ່ານເອກອັກຄະລັດຖະທູດ ໄດ້ກ່າວກ່ຽວກັບບັນດາທິດທາງໃຫຍ່ທີ່ຈະປະຕິບັດໃນອາຍຸການຂອງຕົນເພື່ອເຮັດໃຫ້ຄຳໝັ້ນສັນຍານັ້ນປະກົດຜົນເປັນຈິງ.

ຫວຽດນາມ ຊຸກຍູ້ການດຶງດູດການລົງທຶນຂອງ ກາຕາ
ບັນຍາກາດທີ່ການຕ້ອນຮັບ. ພາບ: baoquocte.vn

ໂດຍຢັ້ງຢືນບັນດາໝາກຜົນຮ່ວມມືສອງຝ່າຍ ເຖິງວ່າຕັ້ງໜ້າແຕ່ຍັງບໍ່ທັນສົມກັບການພົວພັນດ້ານການເມືອງອັນດີງາມ, ຄວາມສາມາດບົ່ມຊ້ອນລະຫວ່າງສອງປະເທດ, ທ່ານລັດຖະມົນຕີ ບຸ່ຍແທັດເຊີນ ແລະ ທ່ານເອກອັກຄະລັດຖະທູດ Ali Abdullah Abel ໄດ້ແລກປ່ຽນ ແລະ ເຫັນດີເປັນເອກະພາບຕໍ່ບາງມາດຕະການລະອຽດເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ ຄື ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໃນນັ້ນ ບູລິມະສິດແກ່ການກະກຽມໃຫ້ການຢ້ຽມຢາມຫວຽດນາມ ຂອງເຈົ້າຊີວິດ ກາຕາ Tamim Bin Hamad Bin Thani ໃນໄຕມາດ IV/2023; ເພີ່ມທະວີບັນດາການເຄື່ອນໄຫວສົ່ງເສີມການຄ້າ, ເຊື່ອມຕໍ່ວິສາຫະກິດສອງຝ່າຍກວ່າອີກ; ດຶງດູດບັນດາກອງທຶນຂອງ ກາຕາ ເຂົ້າຮ່ວມບັນດາໂຄງການນໍ້າມັນ ອາຍແກັດ, ພະລັງງານທົດແທນ, ພື້ນຖານໂຄງລ່າງ, ໂອໂຕໄຟຟ້າຢູ່ ຫວຽດນາມ...; ຄົ້ນຄວ້າຄວາມສາມາດຮ່ວມມືໃນບັນດາໂຄງການກະສິກໍາ ແລະ ໃນຂົງເຂດ Halal, ເພີ່ມທະວີການດຶງດູດແຂກທ່ອງທ່ຽວ, ແຮງງານຜູ້ທີ່ມີສີມືແຮງງານດີ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.