ທ່ານ ຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບຄະນະຜູ້ແທນວິສາຫະກິດ ປະເທດຈີນ | |
ນຳສົ່ງພົນລະເມືອງ ຫວຽດນາມ ຈຳນວນ 240 ຄົນຈາກມຽນມາ ກັບມາປະເທດຢ່າງປອດໄພ |
ໃນລະຫວ່າງແຕ່ວັນທີ 15-16 ມິຖຸນາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມ ປະຈຳສາມປະເທດດັ່ງກ່າວ, ບໍລິສັດການບິນຫວຽດນາມ Bamboo Airway ແລະ ບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ໄດ້ປະສານງານ ເພື່ອຈັດສົ່ງພົນລະເມືອງຫວຽດນາມຈຳນວນ 266 ຄົນ ຈາກປະເທດຄູເວດ, ກາຕາ ແລະ ອີຢີບ ໄດ້ກັບຄືນປະເທດຢ່າງປອດໄພ.
ພົນລະເມືອງໄດ້ນຳສົ່ງກັບຄືນປະເທດໃນຄັ້ງນີ້ ປະກອບມີ ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ ແລະ ຄົນງານຜູ້ທີ່ໝົດກຳນົດສັນຍາ...
![]() |
ຫວຽດນາມ ໄດ້ນຳສົ່ງພົນລະເມືອງ ຈຳນວນ 266 ຄົນ ຈາກປະເທດ ຄູເວດ, ກາຕາ ແລະ ອີຢີບ ໄດ້ ກັບຄືນບ້ານຢ່າງປອດໄພ. (ພາບ: ກະຊວງການຕ່າງປະເທດ) |
ກ່ອນໜ້ານັ້ນ, ສະຖານທູດຫວຽດນາມ ປະຈຳ ຄູເວດ ໄດ້ເຮັດວຽກຢ່າງແໜ້ນແຟ້ນ ກັບບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອກະກຽມລະບຽບການເພື່ອຂໍອະນຸຍາດການບິນທີ່ຈຳເປັນ; ຂໍອະນຸຍາດໃຫ້ພົນລະເມືອງຫວຽດນາມ ທີ່ອີຢິບ ໄດ້ເຂົ້າເມືອງ ຄູເວດ ເພື່ອເຊື່ອມຕໍ່ຖ້ຽວບິນ; ພ້ອມກັນນັ້ນ, ບັນດາເອກອັກຄະລັດຖະທູດ ແລະ ພະນັກງານການທູດຂອງສະຖານທູດຫວຽດນາມ ປະຈຳ ຄູເວດ, ກາຕາ ແລະ ອີຢີບ ໄດ້ໄປສະໜາມບິນໂດຍກົງ ເພື່ອປະສານສົມທົບກັບສາຍການບິນ ແລະ ອຳນາດການປົກຄອງທ້ອງຖິ່ນ ເຊິ່ງໄດ້ແນະນຳ ແລະ ສະໜັບສະໜູນພົນລະເມືອງ ໃຫ້ສຳເລັດຂັ້ນຕອນລະບຽບການທີ່ຈຳເປັນ.
ດ້ວຍເປົ້າໝາຍຮັບປະກັນສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ COVID-19, ບໍລິສັດການບິນ Bamboo Airway ໄດ້ປະຕິບັດມາດຕະການຕ່າງໆກ່ຽວກັບຄວາມປອດໄພ, ຄວາມໝັ້ນຄົງ ແລະ ປ້ອງກັນ ແລະ ຕ້ານພະຍາດລະບາດ ໃນຕະຫຼອດການບິນ.
ທັນທີຫຼັງຈາກລົງຈອດຢູ່ສະໜາມບິນສາກົນ ເຕີນເຊີນຍຶດ - ນະຄອນໂຮຈິມິນ, ຜູ້ໂດຍສານທຸກຄົນ ໄດ້ ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້.
ໃນໄລຍະຈະມາເຖິງ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ບັນດາອົງການຜູ້ຕາງໜ້າຂອງຫວຽດນາມຢູ່ຕ່າງປະເທດ ແລະ ສາຍການບິນພາຍໃນປະເທດ ຈະສືບຕໍ່ປະຕິບັດຖ້ຽວບິນ ເພື່ອນຳສົ່ງພົນລະເມືອງກັບຄືນປະເທດ, ໂດຍອີງໃສ່ການຜັນແປພະຍາດໃນປະເທດ ແລະ ສາກົນ, ຄວາມປາຖະໜາຂອງພົນລະເມືອງ ແລະ ຄວາມສາມາດໃນການແຍກຫ່າງຂອງທ້ອງຖິ່ນ.
![]() | ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງຫວຽດນາມ ແລະ ສະຫະພາບເອີຣົບ ຍສໝ - ອີງຕາມສັນຍາ FPA, ສະຫະພາບເອີຣົບ ໄດ້ເລືອກເອົາຫວຽດນາມ ເປັນປະເທດທີ່ທົດລອງໃນແຜນຍຸດທະສາດຂອງ ສະຫະພາບເອີຣົບ ກ່ຽວກັບການເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ແລະ ຄວາມໝັ້ນຄົງຢູ່ອາຊີ. |
![]() | ຫວຽດນາມ ສະໜັບສະໜູນອົງການ ASEF ໃນການເພີ່ມທະວີການພົວພັນຄູ່ຮ່ວມມື ແລະ ແລກປ່ຽນປະຊາຊົນ ລະຫວ່າງສອງທະວີບອາຊີ ແລະ ເອີຣົບ ຍສໝ - ໃນຂອບການຮ່ວມມືອາຊີ - ເອີຣົບ (ASEM), ກອງປະຊຸມຄະນະກຳມະການຜູ້ວ່າການກອງທຶນອາຊີ - ເອີຣົບ (ASEF) ຄັ້ງທີ 41 ໄດ້ຈັດຂຶ້ນໃນລະຫວ່າງແຕ່ວັນທີ 13-14 ມິຖຸນາ. |
![]() | ຫວຽດນາມ ມີບົດກ່າວປາໄສລວມຢູ່ສະພາຄວາມໝັ້ນຄົງ ກ່ຽວກັບ ສະພາບການຢູ່ ອາຟະລິກາ ກາງ ຍສໝ - ວັນທີ 14 ມິຖຸນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ດຳເນີນກອງປະຊຸມອອນລາຍ ກ່ຽວກັບສະຖານະການຢູ່ອາຟະລິກາກາງ ແລະ ບັນດາການເຄື່ອນໄຫວຂອງຫ້ອງການສະຫະປະຊາຊາດ ໃນຂົງເຂດນີ້ (UNOCA). |
ຄຳຮຸ່ງ