ງານບຸນທ່ອງທ່ຽວນ້ຳຕົກຕາດບ້ານຢົກ ປີ 2023

16:07 | 08/10/2023

ຍສໝ - ຕອນຄ່ຳວັນທີ 6 ຕຸລາ, ຄະນະກຳມະການປະຊາຊົນແຂວງ ກາວບັ່ງ ໄດ້ໄຂງານບຸນທ່ອງທ່ຽວນ້ຳຕົກຕາດ ບ້ານຢົກ ປີ 2023.

ຊົມນ້ຳຕົກຕາດທີ່ສວຍງາມ ແລະມະຫັດສະຈັນ ຊົມນ້ຳຕົກຕາດທີ່ສວຍງາມ ແລະມະຫັດສະຈັນ
ນ້ຳຕົກຕາດ ກອນບົງ ສວຍງາມຈັບໃຈ ນ້ຳຕົກຕາດ ກອນບົງ ສວຍງາມຈັບໃຈ

ງານ​ບຸນ​ປີ​ນີ້​ດຳ​ເນີນ​ແຕ່​ວັນ​ທີ 5 – 9 ຕຸລາ ດ້ວຍ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ມີ​ຄວາມ​ໝາຍ.

ທ້ອງ​ຖິ່ນ​ຕ່າງໆ​ຂອງ​ແຂວງ ກາວ​ບັງ ຈັດ​ຕັ້ງ​ຮ້ານ​ວາງສະ​ແດງ ​ແລະ ແນະນຳ​ຫຼາຍ​ແຫ່ງ​ເພື່ອ​ໃຫ້​ແຂກ​ທ່ອງ​ທ່ຽວ​ຊົມ​ບັນດາ​ຜະລິດ​ຕະພັນ, ອາຫານ​ພິ​ເສດ ​ແລະ ອາຫານກາວບັ່ງg. ງານ​ມະ​ໂຫລານ​ຍັງ​ປະ​ກອບ​ມີ​ງານ​ວາງສະ​ແດງ​ຮູບ​ພາບ “ຄວາມ​ງາມ​ຂອງ​ປະ​ເທດ” ພ້ອມ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ກິລາ ​ແລະ ​ເຄື່ອງ​ຫຼີ້ນ​ພື້ນ​ເມືອງ. ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ຮ່ວມ​ງານ​ບຸນ​ສາ​ມາດ​ໄປ​ຢ້ຽມ​ຢາມ ແລະ ສຳ​ຜັດ​ກັບ​ສວນ​ຕົ້ນ​ໝາກ​ເຍົາ​ຢູ່​ບ້ານ​ຄາຍ, ຕາ​ແສງ​ຈີ​ວຽນ, ເມືອງ​ເຈືອງ​ແຄ໋ງ.

ງານບຸນທ່ອງທ່ຽວນ້ຳຕົກຕາດບ້ານຢົກ ປີ 2023
ນ້ຳຕົກຕາດບ້ານຢົກ

ຈຸດ​ພົ້ນ​ເດັ່ນ​ຂອງ​ງານ​ບຸນ​ປີ​ນີ້​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 7/10, ຢູ່​ນ້ຳ​ຕົກ​ບ້ານຢົກ, ນັກ​ສິ​ລະ​ປິນ 1.000 ຄົນ​ຈະ​ສະ​ແດງ​ສຽງ​ຮ້ອງ ແລະ ດົນ​ຕີຕິງ ດ້ວຍ​ຫົວ​ຂໍ້​ວ່າ “ຕົ້ນ​ກຳ​ເນີດ ແລະ ຕົວ​ຕົນ​ຂອງແທ່ນ, ແຂວງ ກາວບັ່ງ”.

ທີ່ພິທີໄຂງານບຸນ, ໄດ້ມີລາຍການສະແດງສະແດງສິລະປະດ້ວຍບັນດາການສະແດງສິລະປະທີ່ເປັນເອກະລັກສະເພາະ, ພິເສດແມ່ນລາຍການສະແດງສິລະປະຂັບແທງ ພິມຕິ໋ງ ດ້ວຍການເຂົ້າຮ່ວມຂອງນັກສິລະປະການນັບ 1.000 ຄົນ. ນອກຈາກນັ້ນ, ຍັງມີການເຄື່ອນໄຫວອື່ນໆ, ຄື: ງານວາງສະແດງ, ແນະນຳຜະລິດຕະພັນ, ສິນພິເສດ, ຂອງກິນທີ່ເປັນເອກະລັກສະເພາະ, ການເຄື່ອນໄຫວ ກິລາ, ການລະຫຼິ້ນພື້ນເມືອງ…

ງານບຸນທ່ອງທ່ຽວນ້ຳຕົກຕາດບ້ານຢົກ ປີ 2023

ງານບຸນທ່ອງທ່ຽວນ້ຳຕົກຕາດບ້ານຢົກ ປີ 2023

“ຂ້າພະເຈົ້າມີຄວາມປິຕິຊົມຊື່ນ ແລະ ພາກພູມໃຈເມື່ອໄດ້ເຂົ້າຮ່ວມງານບຸນນ້ຳຕົກຕາດບ້ານຢົກ, ຂ້າພະເຈົ້າເຫັນວ່າມີການປະສານສົມທົບລະຫວ່າງປັດໄຈພື້ນເມືອງ ແລະ ທັນສະໄໝ. ທັນສະໄໝຢູ່ນີ້ແມ່ນດ້ານດົນຕີ, ແສງສີ, ສ່ວນປັດໄຈພື້ນເມືອງແມ່ນຄວາມງາມດ້ານວັດທະນະທຳຂອງຊາວເຜົ່າສ່ວນໜ້ອຍຢູ່ແຫ່ງນີ້”.

“ບັນຍາກາດ ແລະ ທິວທັດທຳມະຊາດ, ເຖິງວ່າ ທັນສະໄໝ ແລະ ພື້ນເມືອງ ມັນແຕກຕ່າງກັນກກໍ່ຕາມ ແຕ່ຜ່ານການຈັດຕັ້ງຂ້າພະເຈົ້າເຫັນໄດ້ມັນເໝາະສົມ, ອຸດົມສົມບູນ ແລະ ເຮັດໃຫ້ຂ້າພະເຈົ້າມີຄວາມປະທັບໃຈ”.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.