ນ້ຳຕົກຕາດ ກອນບົງ ສວຍງາມຈັບໃຈ

12:46 | 25/08/2021

ຍສໝ - ນ້ຳຕົກຕາດ ກອນບົງ (ຕາແສງດັກຣົງ, ເມືອງ Kbang, ແຂວງ ຢາລາຍ ) ສວຍງາມຄືດັ່ງຮູບແຕ້ມສີນ້ຳ ທີ່ໄດ້ແຕ້ມຢູ່ໃຕ້ປາກກາທີ່ສວຍງາມຂອງທຳມະຊາດ, ເຮັດໃຫ້ນັກທ່ອງທ່ຽວຫຼາຍຄົນຕົກຫລຸມຮັກ...

ບົດຂຽນຂອງທ່ານເລຂາທິການໃຫຍ່ຫງວຽນຝຸຈ້ອງ ແມ່ນບົດຮຽນອັນລ້ຳຄ່າ, ​ມີຈຸດພິເສດສະເພາະຂອງ ຫວຽດນາມ ບົດຂຽນຂອງທ່ານເລຂາທິການໃຫຍ່ຫງວຽນຝຸຈ້ອງ ແມ່ນບົດຮຽນອັນລ້ຳຄ່າ, ​ມີຈຸດພິເສດສະເພາະຂອງ ຫວຽດນາມ
ປະຊາຄົມຊາວຫວຽດນາມຢູ່ໂປໂລຍຈັດງານບຸນ ວູລານ ຢ່າງສົມກຽດ ເພື່ອຕອບບຸນແທນຄຸນພໍ່ແມ່ ປະຊາຄົມຊາວຫວຽດນາມຢູ່ໂປໂລຍຈັດງານບຸນ ວູລານ ຢ່າງສົມກຽດ ເພື່ອຕອບບຸນແທນຄຸນພໍ່ແມ່
ນ້ຳຕົກຕາດ ກອນບົງ ສວຍງາມຈັບໃຈ
ນ້ຳຕົກຕາດ ກອນບົງ ສວຍງາມຈັບໃຈ. ພາບ: dulich.petrotimes.vn

ປະຊາຊົນໃນເມືອງ KBang ເອີ້ນວ່ານ້ຳຕົກຕາດ ກອນບົງ ເພາະວ່ານ້ຳຕົກຕາດແຫ່ງນີ້ ຂຶ້ນກັບບ້ານ ກອນບົງ 1 ແລະບ້ານ ກອນບົງ 2. ໃນສະໄກ່ອນ, ບ້ານດັ່ງກ່າວມີເດັກຍິງຜິວຂາວ, ງາມ ແລະມີຄວາມອ່ອນໂຍນຄືກັບນໍ້າຕົກນີ້. ທຸກ ມື້ນາງໄປອາບທີ່ນ້ຳຕົກຕາດນີ້, ສະນັ້ນຊາວບ້ານຈຶ່ງຕັ້ງຊື່ນ້ຳຕົກຕາດແມ່ນ ກອນບົງ.

ຊາວ Bah Nar ຍັງເອີ້ນນ້ຳຕົກຕາດ ກອນບົງ ວ່ານ້ຳຕົກຕາດສາມຊັ້ນ, ເພາະວ່ານ້ຳໄຫຼລົງມາໃສ່ຫີນສາມຂັ້ນ, ຄ້າຍຄືກັບບັນດາສາຍແພໄໝສີຂາວທີ່ອ່ອນໂຍນ. ນ້ຳຕົກຕາດແຫ່ງນີ້ເປັນບ່ອນລີ້ລັບຂອງສິ່ງສັກສິດ. ນ້ຳຕົກຕາດແຫ່ງນີ້ຖືກອ້ອມຮອບໄປດ້ວຍບັນດາຜາຫີນແລະຕົ້ນໄມ້ບູຮານ, ປະກອບສ່ວນເຮັດໃຫ້ນ້ຳຕົກຕາດງົດງາມ ແລະມີຄວາມລຶກລັບ.

ນັກທ່ອງທ່ຽວທີ່ຕ້ອງການໄປນ້ຳຕົກຕາດກອນບົງ ຕ້ອງຜ່ານເສັ້ນທາງ 65 ກິໂລແມັດຈາກໃຈກາງເມືອງ KBang. ນ້ຳຕົກຕາດ ກອນບົງ ມີຄວາມສູງ 40 ແມັດ, ກວ້າງເກືອບ 25 ແມັດ.

ນັກທ່ອງທ່ຽວສາມາດຈັດການ picnic, ຕັ້ງຄ້າຍ, ສະຖານທີ່ລະຫຼິ້ນບັນເທີງຕ່າງໆຢູ່ອ້ອມຮອບຕີນຂອງນໍ້າຕົກຕາດ, ເທິງແຜ່ນຫີນໃຫຍ່ທີ່ກະຈາຍໄປທົ່ວເຂດນັ້ນ.

ໃນລະດູແລ້ງ, ນ້ຳຕົກຕາດ ກອນບົງ ມີນ້ຳໜ້ອຍ, ນັກທ່ອງທ່ຽວສາມາດຂຶ້ນໄປເທິງສຸດຂອງຫໍ ເພື່ອບັນທຶກຮູບພາບທີ່ສວຍງາມ, ສຳຜັດກັບຄວາມງາມຂອງນ້ຳໍຕົກຕາດຢ່າງເຕັມທີ່.

ໄຊພອນ

ເຫດການ
302 Found

Found

The document has moved here.