ຫວຽດນາມ - ລາວ ແບ່ງປັນທັກສະວິຊາສະເພາະກ່ຽວກັບວຽກງານເຍົາວະຊົນ

15:41 | 08/10/2023

ຍສໝ - ໂຮງຮຽນ ເລຢ້ວນ (ຮ່າໂນ້ຍ) ຫາກໍ່ເປີດຊຸດບຳລຸງກ່ຽວກັບຮັບຜິດຊອບເຍົາວະຊົນ ຄະນະຊາວໜຸ່ມນະຄອນຫຼວງວຽງຈັນ - ລາວ ຊຸດທີ 13 ໃນປີ 2023 ແລະ ຊຸດບຳລຸງຄູສອນທີ່ຮັບຜິດຊອບເຍົາວະຊົນ ຊຸດທີ 28. ຊຸດຮຽນນີ້ນອນໃນ​ໂຄງການ​ຮ່ວມ​ມື​ລະຫວ່າງ​ຄະນະ​ຊາວ​ໜຸ່ມ​ຮ່າ​ໂນ້ຍ ​ແລະ ຄະນະ​ຊາວ​ໜຸ່ມ​ນະຄອນຫຼວງ​ວຽງ​ຈັນ - ລາວ.

ສ້າງບາດກ້າວບຸກທະລຸ ແລະ ຊຸກຍູ້ຄວາມຕ້ອງການໃຫ້ການທ່ອງທ່ຽວ ຫວຽດນາມ - ລາວ ພັດທະນາ ສ້າງບາດກ້າວບຸກທະລຸ ແລະ ຊຸກຍູ້ຄວາມຕ້ອງການໃຫ້ການທ່ອງທ່ຽວ ຫວຽດນາມ - ລາວ ພັດທະນາ
ການພົບປະເຈລະຈາເຫັນດີເປັນເອກະພາບກ່ຽວກັບແບບວິທີຮັບໃຊ້ໂຄງການພົບປະແລກປ່ຽນມິດຕະພາບດ້ານການປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ການພົບປະເຈລະຈາເຫັນດີເປັນເອກະພາບກ່ຽວກັບແບບວິທີຮັບໃຊ້ໂຄງການພົບປະແລກປ່ຽນມິດຕະພາບດ້ານການປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ

ເຂົ້າ​ຮ່ວມ​ຊຸດ​ຝຶກ​ອົບ​ຮົມຫົວໜ້າ​ຮັບຜິດຊອບວຽກງານເຍົາສະຊົນ ​​ຊຸດ​ທີ 28 ​ມີ​ນັກສຳມະນາກອນ​ 108 ຄົນ ແລະ ພະ​ນັກ​ງານ​ຮັບ​ຜິດ​ຊອບເຍົາວະຊົນ ຈາກ​ຄະນະຊາວໜຸ່ມນະຄອນ​ຫຼວງ​ວຽງ​ຈັນ 30 ຄົນ .

ນີ້​ແມ່ນໂຄງການ​ຊຸດ​ອົບຮົມ​ໃໝ່, ເປັນການ​ຮຽນ​ລວມສູນ, ຕໍ່ເນື່ອງທີ່ມີແບບມີແຜນ , ອັບເດດ ​ແລະ ປະກອບ​ທັກສະ, ຄວິຊາສະເພາະ, ວິທີ​ການ​ຈັດ​ຕັ້ງ ​ແລະ ຄຸ້ມ​ຄອງ​ກິດ​ຈະ​ກຳ​ຂອງ​ເຍົາວະຊົນ ​ແລະ ວຽກ​ງານເຍົາວະຊົນໃນ​ໂຮງຮຽນ; ວິທີການຈັດຮູບແບບການປະຕິບັດຕົວຈິງ ແລະ ການຄວາມຮູ້ອື່ນໆ. ພິ​ເສດ, ນັກ​ສຳມະນາກອນ​ຈະ​ເຂົ້າ​ຮ່ວມ​​ການລົງຕົວຈິງ ແລະ ການ​ເຄື່ອນ​ໄຫວຢູ່​ບັນ​ດາ​ສະ​ຖານ​ທີ່​ວັດ​ທະ​ນະ​ທຳ​ທີ່ນະ​ຄອນ ຮ່າ​ໂນ້ຍ.

ຫວຽດນາມ - ລາວ ແບ່ງປັນທັກສະວິຊາສະເພາະກ່ຽວກັບວຽກງານເຍົາວະຊົນ
ບັນດານັກສຳມະນາກອນເຂົ້າຮ່ວມຊຸດຝຶກອົບຮົມຮັບຜິດຊອບເຍົາວະຊົນ ທີ່ມາຈາກຄະນະຊາວໜຸ່ມນະຄອນຫຼວງວຽງຈັນ - ລາວ ຊຸດທີ 13 ໃນປີ 2023 ແລະ ຊຸດຝຶກອົບຮົມ ຄູສອນທີ່ຮັບຜິດຊອບວຽກ​ງານເຍົາວະຊົນ ຊຸດທີ 28. (ພາບ: doanthanhnien.vn)

ກ່າວ​ຄຳ​ເຫັນ​ທີ່​ໂຄງການ, ທ່ານ ​ເຈີ່ນ​ກວາງ​ຮືງ, ຮອງ​ເລຂາ​ຄະນະ​ຊາວ​ໜຸ່ມ​ນະຄອນ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ວຽກງານສົມທົບ​ກັນ​ບຳລຸງ​ສ້າງ ​ແມ່ນ​ໄດ້ຮັບຄວາມ​ເອົາ​ໃຈ​ໃສ່ ​ແລະ ສົມທົບ​ກັນລະຫວ່າງຄະນະ​ຊາວ​ໜຸ່ມ​ນະຄອນ ຮ່າ​ໂນ້ຍ ​ແລະ ຄະນະ​ຊາວ​ໜຸ່ມ​ນະຄອນຫຼວງ​ວຽງ​ຈັນ ຜັນຂະຫຍາຍ ແລະ ໄດ້​ຮັບ​ໝາກຜົນຕົວຈິງໃນ​ຂົງ​ເຂດ​ຝຶກ​ອົບ​ຮົມໃຫ້​ພະ​ນັກ​ງານ​ທີ່​ຮັບ​ຜິດ​ຊອບວຽກງານເຍົາວະຊົນ​. ໂຮງຮຽນ ເລຢ້ວນ ໄດ້ຝຶກອົບຮົມໃຫ້ແກ່ພະນັກງານ 250 ຄົນທີ່ຮັບຜິດຊອບວຽກງານຊາວໜຸ່ມ ນະຄອນຫຼວງວຽງຈັນ 12 ຊຸດ ແລະ ຊຸດຝຶກອົບຮົມທັກສະ, ວິຊາສະເພາະວຽກງານຊາວໜຸ່ມໃຫ້ແກ່ພະນັກງານຄະນະຊາວໜຸ່ມນະຄອນຫຼວງວຽງຈັນ 30 ຄົນ.

ທ່ານ ເຈີ່ນກວາງຮືງ ຫວັງ​ວ່າ, ​ໃນ​ໄລຍະ​ຮຽນ, ບັນດານັກສຳມະນາກອນ​ຈະ​ເອົາ​ໃຈ​ໃສ່​ຢ່າງ​ຈິງ​ຈັງ, ​ໃຊ້​ເວລາ​ຫຼາຍ​ໃນ​ການ​ຄົ້ນ​ຄ້ວາ, ຊອກ​ຫາ​ວິທີ​ການ​ຮຽນ​ທີ່​ເໝາະ​ສົມກັບ​ຕົນ, ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ກິດຈະກຳ​ໃນ​ໂຄງການ​ຝຶກ​ອົບຮົມ. ພາຍຫຼັງຮຽນຈົບ, ນັກສຳມະນາກອນ​ແຕ່ລະຄົນ ສາມາດນຳເອົາຄວາມຮູ້, ທັກສະ, ຄວາມເຂົ້າໃຈທີ່ໄດ້ຮຽນມາ ເຂົ້າໃນການປະຕິບັດຕົວຈິງ; ນຳບົດບາດ, ທີ່ຕັ້ງ ແລະ ຄຸນນະພາບຂອງບັນດາການເຄື່ອນໄຫວສຳລັບເຍົາວະຊົນຂອງຫົວໜ່ວຍ ໃຫ້ໄດ້ຮັບການຍົກສູງຕື່ມອີກໃນໄລຍະຈະມາເຖິງ.

ດີງເລື້ອງ

302 Found

Found

The document has moved here.